ບໍ່​ໜ້າ​ເຊື່ອ! ແມ່ຍິງແຂວງອຸດົມໄຊ ແຕ່ງດອງກັບຄົນຕ່າງປະເທດ ສ່ວນຫຼາຍບໍ່ຖືກຕ້ອງຕາມກົດໝາຍ

ອີງຕາມຂໍ້ມູນ ຂອງສະຫະພັນແມ່ຍິງ  ແຂວງອຸດົມ​ໄຊ ​ໃຫ້​ຮູ້ວ່າ:  

ອີກບັນຫາໜຶ່ງທີ່ກໍາລັງເປັນປະກົດການຫຍໍ້ທໍ້​ ໃນສັງຄົມ ປີ 2018,  ມີເອື້ອຍນ້ອງແມ່ຍິງ ພາຍໃນ​ແຂວງ ໂດຍສະເພາະແມ່ນ 3 ເມືອງຄື ເມືອງນາຫມໍ້,  ເມືອງໄຊ ແລະ ເມືອງງາ ​ໄດ້ແຕ່ງງານກັບຄົນຕ່າງປະເທດ  ເປັນຕົ້ນແມ່ນຄົນຈີນ ທີ່ເຂົ້າມາເຮັດວຽກງານ ໃນໂຄງການກໍ່ສ້າງເສັ້ນ ທາງລົດໄຟ ລາວ-ຈີນ  ແລະ ເຄື່ອນໄຫວໃນວຽກງານອື່ນໆ  ນັ້ນ ແມ່ນມີຕົວເລກເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງລວມທັງຫມົດ 132 ຄູ່.  ​ໃນ​ນີ້,  ມີຜູ້ແຕ່ງງານທີ່​ບໍ່ຖືກຕ້ອງຕາມລະບຽບກົດຫມາຍ  ​ເຖິງ 92 ຄູ່ ​ແລະ​ ມີ​ທ່າ​ອ່ຽງຈະເພີ່ມຂຶ້ນ​ໃນ​ປີໜ້າ.

ສຳລັບສາເຫດທີ່ເຮັດໃຫ້ເອື້ອຍນ້ອງແມ່ຍິງ  ແຕ່ງງານກັບຄົນຕ່າງປະເທດ  ແມ່ນມາຈາກຫລາຍປັດ​ໄຈ ເປັນຕົ້ນແມ່ນ  ຖືກຕົວະຍົວະຫລອກລວງ, ຊື້ຈ້າງຈອບອອຍ, ຍ້ອນຄອບຄົວທຸກຍາກ ແລະອື່ນໆ.  

ສ່ວນແມ່ຍິງທີ່ແຕ່ງ ດອງບໍ່ຖືກຕ້ອງຕາມກົດຫມາຍ  ສ່ວນໃຫຍ່ແມ່ນຈະຖືກຊັກຊວນ  ໃຫ້ເດີນທາງໄປນໍາຝ່າຍຊາຍທີ່ຕ່າງປະເທດ,  ຈາກນັ້ນ ກໍຈະຖືກຂາຍຕໍ່ ຫລື ເອົາເປັນເມຍຄົນບ້າໄບ້,  ເສຍຈິດ, ຄົນພິການ, ເຖົ້າແກ່,  ຖືກບັງຄັບໃຫ້ເປັນໂສເພນີ,  ອອກແຮງງານໜັກ ເກີນ 8 ຊົ່ວໂມງ ໂດຍບໍ່ໄດ້ຮັບຄ່າຕອບແທນ, ພ້ອມທັງປິດທຸກເສັ້ນທາງ ໃນການຕິດຕໍ່ຫາຄອບຄົວ,  ຍາດຕິພີ່ນ້ອງ  ຖ້າປະຕິເສດຈະຖືກນາຍຈ້າງທຸບຕີ  ​ແລະ ທໍລະມານ ​ເຮັດ​ແມ່ຍິງ​ຕ້ອງ​ຍິນ​ຍອມ.

ຕໍ່ກັບບັນຫາດັ່ງກ່າວ ທາງ​ພາກສ່ວນ​ກ່ຽວຂ້ອງ  ໂດຍສະເພາະ ແມ່ນສະຫະພັນແມ່ຍິງແຂວງ  ໄດ້ມີການລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດຫມາຍ  ​ແລະ ປຸກລະດົມ​ຈິດ​ໃຈແມ່ຍິງ ລວມທັງ​ຜູ້​ປົກຄອງ  ໃຫ້​ຮັບ​ຮູ້​ເຖິງ​ກົນອຸບາຍ​ຕົວະ​ຍົວະ​ຂອງ​ກຸ່ມ​ຄົນ​ບໍ່ດີ.

#insidelaos

#ອິນ​ໄຊ​ລາວ

ພາບ​ປະ​ກອບ: http://raosukunfung.com

ທີ່​ມາ: KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,