ຄົນ​ລາວ​ຕ້ອງ​ຮຽນ​ຮູ້! ເປີດ​ປະ​ຫວັດ “ຊ່າງ​ແຄນ​ລາວ” ເລື່ອງເລົ່າຈາກພໍ່ ກ້ອນຄຳ ສະຫວ່າງວັດທະນາ

ຂ້ອຍຮູ້ຈັກ ລຸງສາຍສະໝອນ ແກ້ວມະນີ ມາໄດ້ 20 ກວ່າປີມາແລ້ວ, ຕອນທີ່ລາວຍັງຢູ່ບ້ານທາດຫລວງກາງ ເມືອງໄຊເສດຖາ ພຸ້ນ, ແຕ່ບັງເອີນໄດ້ພົບລາວອີກຢູ່ຕະຫຼາດເຊົ້າ ກໍເລີຍຍາດເວລາຫວ່າງໄປຢ້ຽມຢາມລາວອີກເທື່ອໃໝ່ ທີ່ບ້ານໃໝ່ໄຊສົມບູນ, ໜ່ວຍ 47, ເຂດຫົວຊຽງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ເພື່ອຈະໄດ້ເກັບກໍາເອົາຂໍ້ມູນການປະກອບອາຊີບເປັນຊ່າງເຮັດແຄນຂອງລາວ. ຢູ່ເຮືອນວິນລາຕໍ່າ ທີ່ຫາກໍເສີມແຕ່ງແປງຍັງບໍ່ທັນແລ້ວ, ມີແຕ່ສອງຜົວເມຍກໍາລັງນັ່ງເຮັດແຄນ ເຝົ້າເຮືອນຢູ່, ລູກສາວສອງຄົນແຕ່ງງານອອກເຮືອນໄປແລ້ວ.

ປ້າວົງ ຜູ້ເປັນເມຍ ໄດ້ເປັນເພື່ອນຮ່ວມງານຢ່າງແຂງຂັນ ເໝືອນດັ່ງແຂນຂວາຄູ່ກັບແຂນຊ້າຍ, ໄດ້ປະກອບສ່ວນຊ່ອຍຕີນ ຊ່ອຍມື, ທັງຄອບຄົວນ້ອຍໆ ບໍ່ພຽງແຕ່ບໍ່ຄິດທີ່ຈະປະລະ ຫຼື ເບື່ອໜ່າຍອາຊີບນີ້, ແຕ່ຫາກຍັງມີຄວາມສຸກຢ່າງງຽບໆ ທີ່ໄດ້ປະກອບສ່ວນໃນການອະນຸລັກ ຮັກສາໃນສິລະປະວັດທະນະທໍາລາວ, ໂດຍສະເພາະແລ້ວແມ່ນດ້ານເຄື່ອງດົນຕຼີພື້ນເມືອງລາວ.

ລຸງສາຍສະໝອນເລົ່າແບບເປີດໃຈໄປວ່າ : ແຕ່ເຄົ້າເດີມ, ຄອບຄົວຂອງຂ້ອຍ ຢູ່ທາງຫລັງພະທາດຫລວງ, ເອີ້ນວ່າ ບ້ານທາດຫລວງກາງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ. ແຕ່ພາຍຫລັງລັດຖະບານມີໂຄງການຂະຫຍາຍລານກວ້າງ ແລະສ້າງເສັ້ນທາງຜ່ານທາງເບື້ອງຫລັງພະທາດຫລວງ, ຄອບຄົວຂອງຂ້ອຍ ກໍຈຶ່ງຖືກຍົກຍ້າຍອອກຕາມໂຄງການດັ່ງກ່າວ ໃນປີ 2011 ໂດຍໄດ້ຮັບຄ່າຕອບແທນຈາກໂຄງການເປັນເງິນ 60 ກວ່າລ້ານກີບ, ແລ້ວພາກັນຍົກຍ້າຍຄອບຄົວມາຢູ່ໝູ່ບ້ານຈັດສັນໃໝ່ ທີ່ບ້ານໃໝ່ໄຊສົມບູນ, ໜ່ວຍ 47, ເຂດຫົວຊຽງ ເມືອງໄຊທານີ ນະຄອນຫລວງວຽງຈັນ ແຫ່ງນີ້.

ເງິນທຸກກີບທຸກອັດທີ່ໄດ້ມານັ້ນ ແມ່ນເອົາມາແບ່ງປຸກສ້າງເຮືອນໃສ່ເນື້ອທີ່ດິນຈັດສັນ 20X40 ແມັດ, ສ່ວນ
ເງິນຈໍານວນໜຶ່ງ ກໍເອົາມາລົງທືນຊື້ວັດຖຸ ເພື່ອສືບຕໍ່ເຮັດແຄນ, ທັງເຮັດແຄນໃໝ່ ແລະ ທັງສ້ອມແປງແຄນເກົ່າ. ວຽກທີ່ຂ້ອຍເຮັດບໍ່ຂາດມື. ນອກຈາກຈະເຮັດສົ່ງຮ້ານຂາຍເຄື່ອງຫັດຖະກໍາແລ້ວ ຍັງໄດ້ເຮັດຕາມຄໍາສັ່ງຂອງລາຍບຸກຄົນ ຊຶ່ງລາຍບຸກຄົນນີ້ ຈະສັ່ງແຄນລີ້ນທອງ, ແຄນລີ້ນທອງຈະມີສຽງນິ້ມນວນ ມ່ວນຫູ ແລະ ທົນທານກວ່າແຄນລີ້ນເງິນ, ທີ່ເອີ້ນວ່າແຄນລີ້ນເງິນນີ້ ຕົວຈິງແລ້ວແມ່ນເງິນປະສົມທອງ ແລະ ລາຄາກໍຈະສູງກວ່າເຊັ່ນກັນ ຄື : ແຄນລີ້ນທອງ ຂາຍໃນລາຄາປະມານ ສາມແສນຫ້າສິບພັນກີບ ຫາ ສີ່ແສນກີບ, ສ່ວນແຄນລີ້ນເງິນ ຂາຍໃນລາຄາປະມານ ຫົກແສນກີບ.

ລຸງສາຍສະໝອນບອກວ່າ: ໄມ້ທີ່ໃຊ້ເຮັດແຄນແມ່ນໄມ້ເຮັ້ຍນ້ອຍ ມີຢູ່ເຂດເມືອງທ່າພະບາດແຂວງບໍລິຄໍາໄຊ ແລະ ໄມ້ສະຫຼອຍ ມີຢູ່ເຂດເມືອງວັງວຽງ ແຂວງວຽງຈັນ. ສ່ວນໄມ້ເຕົ້າແຄນ ຈະເຮັດດ້ວຍຮາກໄມ້ດູ່ ຫຼື ຮາກໄມ້ແຕ້ ເຊິ່ງເປັນໄມ້ເນື້ອແຂງ, ສ່ວນຢາງຂີ້ສູດໃຊ້ຕິດລູກແຄນ ເຂົ້າເຕົ້າແຄນໃຫ້ແໜ້ນດີ ເພາະມັນທົນຄວາມຮ້ອນໄດ້ດີກວ່າຂີ້ເຜີ້ງ.

ສໍາລັບແຄນນັ້ນ ມີ 7 ສຽງເໝືອນເຄື່ອງດົນຕຼີສາກົນ ຄື: ໂດ, ເຣ, ມີ, ຟາ, ໂຊນ, ລາ, ຊີ ຈະຕ່າງກໍແຕ່ວ່າ ແຄນບໍ່ສາມາດເຄັ່ງ ຫຼື ຍານສຽງໄດ້ດັ່ງປ່ຽນໄປປ່ຽນມາໄດ້ຕາມໃຈມັກ ເພາະຈະຕັ້ງຕາຍໂຕໄວ້ເລີຍ, ລີ້ນແຄນ ແມ່ນຈຸດທີ່ສໍາຄັນທີ່ສຸດ ແລະ ລະອຽດອ່ອນທີ່ສຸດຂອງແຄນ.

ລຸງສາຍສະໝອນ ສາລະພາບວ່າ : ຂ້ອຍຊໍານານແຕ່ເຮັດ ແລະ ສ້ອມແປງ, ສ່ວນເປົ່ານັ້ນ ເປັນພຽງແຕ່ໄດ້ຕັ້ງສຽງ ແລະ ລອງສຽງ. ປ້າວົງ ຜູ້ເປັນເມຍ ກໍເສີມຄໍາເວົ້າມາວ່າ : ຂ້ອຍກໍເປົ່າແຄນບໍ່ເປັນຄືກັນ ເພາະບໍ່ຢາກລົງເລິກທາງດ້ານນີ້ ມີແຕ່ຊ່ອຍວຽກໄດ້ທໍ່ນັ້ນ…ຜູ້ຍິງເປົ່າແຄນເປັນນີ້ ມີໜ້ອຍເຕັມທີ ຈຶ່ງຫາຍາກທີ່ສຸດ. ຊາວ
ບ້ານກ່າວວ່າ : “ຜູ້ຍິງເປົ່າແຄນນົມຍານ” ວ່າຊັ້ນເດ !

ເມື່ອເວົ້າເຖິງຄູເຖິງຄາຍ, ລຸງສາຍສະໝອນ ຍິ້ມອອກມາ ແລ້ວຕອບວ່າ: ເອີ່ ! ມີເປັນຮີດເປັນຄອງມາ, ແລ້ວລາວກໍອະທິບາຍວ່າ ເວລາຊື້ເຄື່ອງມືມາໃໝ່ ການຈະເຮັດອາຊີບນີ້ ກໍໄດ້ຂຶ້ນຄູຂຶ້ນຄາຍ ມີທູບ ມີທຽນ ມີເຫຼົ້າ ມີບາສີສູ່ຂັວນຮອດປີໃໝ່ ແຕ່ລະປີກໍໄດ້ເຮັດພິທີຄືກັນ, ວັນສິນໃຫຍ່ ຕ້ອງໄດ້ພັກວຽກເຮັດແຄນ ແລະມີອີກອັນໜຶ່ງທີ່ເຮົາບໍ່ຮູ້ວ່າເປັນຫຍັງນັ້ນ ແມ່ນຈະບໍ່ໃຊ້ຫວາຍມັດແຄນເປັນອັນຂາດ, ເພິ່ນເອົາຕົ້ນຄ້າ ໄພຫຍ້າ ທີ່ຊາວບ້ານປູກໄວ້ ຫຼື ມີຢູ່ຕາມໜອງທີ່ເກີດຂຶ້ນເອງມາມັດດວງແຄນ. ໃນໂອກາດທີ່ຈັດພິທິບາສີສູ່ຂັວນເຄື່ອງໄມ້ ເຄື່ອງມືນັ້ນ ລຸງສາຍສະໝອນ ກໍລະນຶກເຖິງຄູເຖົ້າສອງຄົນທີ່ລ່ວງລັບໄປເປັນເວລາເຫິງນານແລ້ວນັ້ນ ແມ່ນອາຈານໂກ່ນ ຢູ່ບ້ານຫົວຊຽງ ແລະ ອາຈານສົມ ບ້ານສີໄຄ. ລາວຍ້ອງຍໍສັນລະເສີນ ບໍ່ເລີກ ບໍ່ແລ້ວ ວ່າທັງສອງຊໍານານທັງເຮັດແລະທັງເປົ່າ, ທັງສອງມີວິນຍານເປັນດວງແຄນແທ້ ທີ່ຄົງຈະຫາຜູ້ທຽບໄດ້ຍາກ.

ເມື່ອຖືກຖາມວ່າ: ສິ່ງທີ່ບັນດານໃຈໃຫ້ຕົນເອງມາເຮັດແຄນນີ້ ແມ່ນກະຕຸ້ນມາຈາກພໍ່ແມ່ ຫຼື ວ່າຕົນເອງມັກຕ່າງຫາກ ? 

ລຸງສາຍສະໝອນ ຕອບວ່າ : ເນື່ອງຈາກວ່າພໍ່ຂອງຂ້ອຍສອນຢູ່ໂຮງສິລະປະດົນຕຼີ ເປັນຊ່າງເຮັດລະນາດ, ເຮັດຊໍ, ເຮັດກອງ. ແຕ່ຈິດໃຈຂອງຂ້ອຍກໍມັກສຽງແຄນລາວ ເພື່ອມາປະສານກັບດົນຕຼີ ທີ່ພໍ່ເຮັດນັ້ນ ກໍຈຶ່ງຕັດສິນໃຈໄປຮຽນເຮັດແຄນເປັນວິຊາສະເພາະຢູ່ໂຮງຮຽນສິລະປະດົນຕຼີ ເປັນເວລາ 6 ປີ, ຫລັງຈາກຮຽນຈົບມັດທະຍົມ (ມໍ3) ໃນປີ 1974, (ເມື່ອກ່ອນໂຮງຮຽນແມ່ນຕັ້ງຢູ່ຂ້າງເດີ່ນກິລາເຈົ້າອະນຸ). ຜູ້ສອນແມ່ນອາຈານໂກ່ນ ບ້ານຫົວຊຽງ ແລະ ອາຈານສົມ ບ້ານສີໄຄ. ໃນເບື້ອງຕົ້ນໆ ກໍຮູ້ສຶກວ່າ ເປັນວິຊາທີ່ຄົນອື່ນເບິ່ງວ່າ ເປັນວິຊາທີ່ຕໍ່າຕ້ອຍ, ແຕ່ດຽວນີ້ ສິ່ງດັ່ງກ່າວໄດ້ຈາງຫາຍໄປ ຍິ່ງການທ່ອງທ່ຽວຖືກເປີດກວ້າງເທົ່າໃດ, ຍິ່ງສິລະປະ ວັດທະນະທໍາລາວ ຈະຖືກຂຸດຄົ້ນຂຶ້ນມາຮັບແຂກບ້ານແຂກເມືອງ ແລະ ສຶກສາຄົ້ນຄວ້າເທົ່ານັ້ນ. ຫລັງຈາກຮຽນຈົບວິຊາແລ້ວ ລຸງກໍອອກຈາກລັດຖະການ ມາເຮັດແຄນສ່ວນຕົວຢູ່ເຮືອນ ນັບແຕ່ປີ 1980 ປາຍເປັນຕົ້ນມາ.

ລຸງມີອ້າຍນ້ອງນໍາກັນ 7 ຄົນ, ໃນນີ້ມີຊາຍ 4 ຄົນ, ຍິງ 3 ຄົນ. ສ່ວນຜູ້ຊາຍທັງຫຼາຍນັ້ນບໍ່ມັກພອນສະຫັວນທາງດ້ານນີ້, ເຂົາເຈົ້າໄປມັກຮຽນວິຊາອື່ນ, ແຕ່ລຸງມີໃຈມັກທາງດ້ານດົນຕຼີນໍາພໍ່ ກໍຈຶ່ງສືບທອດວິຊາເຮັດແຄນນີ້ມາຈົນເທົ້າຜ່ອງປັດຈຸບັນ ແລະ ຫາບໍ່ໄດ້ອີກແລ້ວໃນອາຊີບທີ່ບໍ່ປະບໍ່ວາງຊ່າງເຮັດແຄນນີ້ຂອງລຸງ ຈົນຊົ່ວສິ້ນຊີວິດ. 

ຈາກມື້ນັ້ນ ມາຮອດມື້ນີ້ ການສ້າງເສດຖະກິດຄອບຄົວ ແມ່ນຍຶດຖືເອົາການເຮັດແຄນເປັນຫລັກ ຫຼືວ່າມີອາຊີບອື່ນອີກບໍ່ ? ລຸງສາຍສະໝອນ ຍິ້ມເຜີຍໃນໃຈອອກມາວ່າ : ເລື່ອງຊີວິດການເປັນຢູ່, ເລື່ອງເຮັດວຽກງານນີ້ ຂ້ອຍໄດ້ຍຶດຖືອາຊີບຊ່າງເຮັດແຄນນີ້ເປັນຕົ້ນຕໍ, ບໍ່ມີວຽກອື່ນມາປະປົນໃນການສ້າງເສດຖະກິດຄອບຄົວຂອງຂ້ອຍ. ບາງມື້ກໍເຮັດໄດ້ 10 ຫາ 20 ດວງຕາມແຕ່ລູກຄ້າສັ່ງມາ. ເພາະລູກຄ້າທີ່ມາສັ່ງສ່ວນຫຼາຍແມ່ນມາຈາກເມືອງນອກ ເຊັ່ນ ມາຈາກປະເທດຍີ່ປຸ່ນ, ສະຫະລັດອາເມລິກາ ແລະປະເທດທີ່ມີຄົນລາວອາໄສຢູ່ ເມື່ອມາຢາມເມືອງລາວ ແລ້ວມາເຫັນແຄນກໍຊື້ໄປ, ເພາະມີສຽງແຄນຢູ່ບ່ອນໃດ ກໍມີຄົນລາວຢູ່ບ່ອນຫັ້ນ. ຖ້າເຮົາບໍ່ສືບທອດກໍຈະບໍ່ມີສຽງແຄນລາວ ແລະ ບໍ່ມີຊ່າງເຮັດແຄນ ສືບໄປພາຍໜ້າ. 

ລຸງສາຍສະໝອນ ແກ້ວມະນີ ມີອາຍຸ 60 ປີປາຍແລ້ວ, ຝາກຄວາມມາວ່າ : ລູກຫລານ ຫຼື ຊາວໜຸ່ມຮຸ່ນສືບທອດ ຫາກວ່າມີໃຈມັກຮຽນເຮັດແຄນເປັນດວງ ຫຼື ຢາກມາຮຽນເປັນຊ່າງແຄນນໍາລຸງສາຍສະໝອນ (ບໍ່ແມ່ນຮຽນເປົ່າ) ນີ້ ກໍໄປສະໝັກຮຽນໄດ້. ເພື່ອຫວັງສືບທອດວັດທະນະທໍາສຽງແຄນລາວ ບໍ່ໃຫ້ສູນຫາຍ ແລະ ລືມເລື່ອນໄປ, ຈົ່ງມີຈິດໃຈຮັກສະຫງວນສິ່ງນີ້ໄວ້ໃຫ້ເປັນສັນຍາລັກຂອງລາວ ຕາບເທົ້າຍິ່ງຍືນນານ ແທ້ເນີ !.
ຫລັງຈາກໄດ້ໂອ້ລົມສົນທະນາກັນ ຫລາຍຊົ່ວໂມງຈົນຮອດ ທ່ຽງ (ສວາຍ), ເມຍຂອງລູງກໍຈຶ່ງລຸກໄປຫາເຮືອນຄົວ ແລ້ວບອກວ່າ: ຊິຕົ້ມໄກ່ສູ່ກິນ…ຊຸມແຊວກັນເນີ !

ເຮົາຕອບຮັບທັນທີ, ເພາະຢາກກິນໄກ່ຂອງລູງສາຍສະໝອນ ທີ່ລ້ຽງໄວ້… ອີຫຼີໄດ໊…ຮ່າຮ່າຮ່າ !

ທີ່​ມາ: facebook.com/100003320504932

Bounsong InsideLaos
Bounsong InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Advertismentspot_img

Latest posts

ນໍ້າຕົກຕາດສະແນນ ເມືອງບໍ່ແຕນ ເປີດໃຫ້ທ່ຽວຊົມເປັນທາງການ!

ໃນວັນທີ 23 ກຸມພາ 2024 ທີ່ຜ່ານມາ ໄດ້ມີພິທີເປີດແຫຼ່ງທ່ອງທ່ຽວ “ນໍ້າຕົກຕາດສະແນນ” ເມືອງບໍ່ແຕນ, ແຂວງໄຊຍະບູລີ ຢ່າງເປັນທາງການ ໂດຍມີ ທ່ານ ພົນໂທ ສຸວອນ ເລືອງບຸນມີ, ຮອງປະທານສະພາແຫ່ງຊາດ, ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງໄຊຍະບູລີ, ມີຮອງລັດຖະມົນຕີ ກະຊວງ ຍທຂ, ມີພະແນກການກ່ຽວຂອງຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເພງປະກອບຮູບເງົາ “ບໍ່ເຄີຍລືມ” ປ່ອຍອອກມາແລ້ວ!

ຮູບເງົາ "ບໍ່ເຄີຍລືມ" ເປັນຮູບເງົາທີ່ ສົ່ງເສີມການທ່ອງທ່ຽວ, ວັດທະນະທຳ ແລະ ຮີດຄອງປະເພນີ ຂອງລາວເຮົາ ໂດຍ ສະເພາະ ແມ່ນການນຳສະເໜີແຫຼ່ງທ່ອງທ່ຽວຕ່າງໆ ຢູ່ທີ່ ເມືອງ ວັງວຽງ ແລະ ນະຄອນຫຼວງວຽງຈັນ, ປັດຈຸບັນໄດ້ປ່ອຍເພງປະກອບຮູບເງົາອອກມາແລ້ວ

Vietjet ເລີ່ມ​ເປີດເສັ້ນ​ທາງ​ບິນກົງທຳ​ອິດ​ເຊື່ອມຕໍ່​ ນະ​ຄອນ​ຫຼວງ​ ວຽງ​ຈັນ ແລະ ໂຮ່​ຈີ​ມິນ, ລາຄາປະຢັດພຽງແຕ່ 0 ໂດລາ ເລີ່ມຕົ້ນວັນທີ 1-8 ມີນານີ້

(ນະຄອນຫຼວງວຽງຈັນ, ວັນທີ 25 ກຸມພາ 2024) - ສາຍການບິນເອກະຊົນໃຫຍ່ທີ່ສຸດຂອງຫວຽດນາມ Vietjet, ໄດ້ເປີດຖ້ຽວບິນທຳອິດທີ່ເຊື່ອມຕໍ່ນະຄອນຫຼວງຂອງ ສປປ ລາວ ກັບ ສູນກາງດ້ານເສດຖະກິດຂອງຫວຽດນາມ ນະຄອນໂຮ່ຈີມິນ. ຄາດວ່າຈະເປັນເສັ້ນທາງທີ່ປະຢັດເວລາ ແລະ ຄ່າໃຊ້ຈ່າຍສໍາລັບການເດີນທາງລະຫວ່າງສອງປະເທດ, ພ້ອມທັງມອບໂອກາດໃນການທ່ອງທ່ຽວ, ການຄ້າຂາຍ ແລະ ການພັດທະນາເສດຖະກິດ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!