ລັດຖະບານ ຈະສຸມໃສ່ປັບປຸງ ແລະ ແກ້ໄຂ 5 ບັນຫາ ເພື່ອຊຸກຍູ້ສົ່ງເສີມກຳລັງແຮງຂອງບັນດາ ພາກສ່ວນເສດຖະກິດ ໂດຍຮັບປະກັນ ໃຫ້ທຸກພາກສ່ວນ ສາມາດເຄື່ອນໄຫວຢ່າງ ມີຄວາມສະເໝີພາບ ຕໍ່ໜ້າກົດໝາຍຢ່າງແທ້ຈິງ, ທັງມີສະພາບແວດລ້ອມທີ່ອຳນວຍ ໃຫ້ສາມາດເຄື່ອນໄຫວຢ່າງຄ່ອງຕົວ ແລະ ສາມາດປະກອບສ່ວນເຂົ້າ ໃນການຂະຫຍາຍກຳລັງການຜະລິດ, ສ້າງສາປະເທດຊາດ ໄດ້ຢ່າງເໝາະສົມ, ພ້ອມທັງມີຄວາມສາມາດ ແຂ່ງຂັນເພີ່ມຂຶ້ນ ຕາມກົນໄກເສດຖະກິດຕະຫລາດ ກໍຄື...
ໃນໄລຍະ 5 ເດືອນຕົ້ນປີ 2019 ນີ້ ພະແນກໂຍທາທິການ ແລະຂົນສົ່ງແຂວງໄຊຍະບູລີ ໄດ້ຮັບຜິດຊອບຕົວເລກແຜນການລົງທຶນຂອງລັດຕາມທີ່ສະພາອານຸມັດລວມມີທຶນສືບຕໍ່, ບ້ວງປົກກະຕິ, ພັດທະນາຊົນນະບົດ ແລະລືບລ້າງຄວາມທຸກຍາກ,ບ້ວງທຶນຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຂອງປະຊາຊົນ, ບ້ວງທຶນພັດທະນາເມືອງ ໃໝ່ ແລະບ້ວງຊໍາລະໜີ້ສີນໄພພິບັດລວມທັງໝົດ 200 ໂຄງການ, ມູນຄ່າ 1,4 ພັນຕື້ກີບ.
ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ...
ຫ້ອງການກະສິກຳ-ປ່າໄມ້ເມືອງອຸທຸມພອນປະກາດຮັບຮອງເອົາບ້ານໜອງຄຳແຮດເປັນບ້ານປູກຜັກສະອາດກຸ່ມທຳອິດຂອງເມືອງ,ພາຍຫຼັງທີ່ໄດ້ລົງເກັບກຳຂໍ້ມູນການປູກຜັກຂອງແຕ່ລະກຸ່ມບ້ານເຫັນວ່າບ້ານໜອງຄຳແຮດແມ່ນເໝາະສົມມີຄວາມພ້ອມໃນທຸກດ້ານບໍ່ວ່າຈະເປັນການຈັດຕັ້ງຂອງກຸ່ມຄົບຊຸດ,ຄວາມສາມັກຄີຂອງສະມາຊິກພາຍໃນກຸ່ມ,ກອງທຶນ ແລະ ດ້ານອື່ນໆ.
ສຳລັບກົດລະບຽບຂອງກຸ່ມແມ່ນພ້ອມກັນຜະລິດຜັກສະອາດໃຫ້ເປັນສິນຄ້າ,ເຮັດໃຫ້ກຸ່ມມີຄວາມເຂັ້ມແຂງໃນການສ້າງລາຍຮັບ,ກ່ອນອອກຈຳໜ່າຍຕ້ອງໄດ້ຜ່ານການກວດກາຈາກຄະນະກຸ່ມເສຍກ່ອນຈິ່ງຈຳໜ່າຍໄດ້ ແຕ່ວ່າຫ້າມນຳເອົາຜົນຜະລິດຈາກບ່ອນອື່ນເຂົ້າມາຈຳໜ່າຍຢ່າງເດັດຂາດ,ນອກຈາກນີ້ກຸ່ມຕ້ອງສ້າງແຜນຜະລິດ,ຈັດຫາຕະຫຼາດຈຳໜ່າຍ,ກຸ່ມປູກຜັກສະອາດໜອງຄຳແຮດມີເນື້ອທີ່ປູກຜັກທັງໝົດເກືອບ 1 ເຮັກຕາ ແລະ ມີເງິນກອງທຶນຂອງກຸ່ມຈໍານວນ 4 ແສນກວ່າກີບ
ໂອກາດດັ່ງກ່າວ ທ່ານ ຂັນທະວົງ ສະຫວັນອະໂນໄທ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງມີຄຳເຫັນວ່າ: ການສ້າງຕັ້ງກຸ່ມປູກຜັກສະອາດຂອງບ້ານໜອງຄຳແຮດ ເປັນຂີດໝາຍໜຶ່ງທີ່ເຮັດໃຫ້ຊາວກະສິກອນໄດ້ໂຮມກັນເພື່ອສ້າງຄວາມເຂັ້ມແຂງໃນການປູກ, ຄັນຖ້າຫາກວ່າພວກເຮົາປູກໃຜ ປູກລາວ ປູກພໍແຕ່ກຸ້ມກິນບໍ່ມີການແຂ່ງຂັນກັນເຮົາກໍ່ຈະບໍ່ຮັ່ງບໍ່ມີ,ຊາວກະສິກອນກະບໍ່ເຂັ້ມແຂງຖ້າສົມທຽບໃສ່ໃນຍຸກປະຈຸບັນມັນມີການແຂ່ງຂັນກັນ.
ໂດຍສະເພາະແມ່ນການຜະລິດເປັນສິນຄ້າ ໃຫ້ກຽດມອບໃບຢັ້ງຢືນກຸ່ມປູກຜັກສະອາດບ້ານໜອງຄຳແຮດແຫ່ງທຳອິດຂອງເມືອງອຸທຸມພອນຄັ້ງນີ້ ໂດຍແມ່ນທ່ານ ຂັນທະວົງ ສະຫວັນອະໂນໄທ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ...
ປັດຈຸບັນ, ລົດຕຸກໆ-ຈໍາໂບ້ ພວມປະເຊີນໜ້າກັບບັນຫາລູກຄ້າຫຼຸດລົງ ຈົນບາງມື້ໄດ້ຈອດລົດປະໄວ້ລ້າໆ ເຮັດໃຫ້ບາງຄົນຕ້ອງຢຸດເຊົາໄປເຮັດອາຊີບອື່ນແທນ, ຜູ້ໃຊ້ບໍລິການມີທາງເລືອກຫຼາຍຂຶ້ນ ບໍ່ວ່າຈະເປັນການໃຊ້ບໍລິການລົດຂົນສົ່ງສາທາລະນະປະເພດອື່ນ ຫຼື ຊື້ພາຫະນະເປັນຂອງຕົນເອງມາຂັບຂີ່. ຖ້າທຽບໃສ່ໃນເມື່ອກ່ອນ, ເຫັນໄດ້ວ່າການຊົມໃຊ້ບໍລິການລົດຕຸກໆ-ຈໍາໂບ້ ໃນນະຄອນຫຼວງວຽງຈັນ ຖືວ່າມີຜູ້ໃຊ້ບໍລິການເປັນຈໍານວນຫຼວງຫຼາຍ ທັງແຂກພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈໃຊ້ບໍລິການຢ່າງຄຶກຄື້ນ ເຊິ່ງສ້າງລາຍຮັບແກ່ຜູ້ໃຫ້ບໍລິການໃນແຕ່ລະມື້ເປັນຢ່າງດີ.
ຕາມການບອກເລົ່າຂອງເຈົ້າຂອງລົດຈໍາໂບ້ ຕໍ່ກັບນັກຂ່າວໜັງສືພິມເສດຖະກິດ-ສັງຄົມ ໃຫ້ຮູ້ວ່າ: ຕົນເອງໄດ້ເຮັດວຽກນີ້ມາໄດ້ 10 ກວ່າປີ. ເມື່ອກ່ອນຖືວ່າມີແຂກພາຍໃນ...