Monday, May 19, 2025
Kbank Laos โอน รับ จ่าย

ໂອກາດແລະສິ່ງທ້າທາຍ ​ຂອງ ລາວ ໃນ​ການການເຊື່ອມໂຍງພາກພື້ນແມ່​ນ້ຳ​ຂອງ

ມື້ນີ້, ທີ່ຫ້ອງວ່າການປົກຄອງແຂວງວຽງຈັນ, ກົມເສດຖະກິດ ກະຊວງການຕ່າງປະເທດ, ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມວິຊາການ ໃນຫົວຂໍ້“ກາລະໂອກາດ ແລະ ສິ່ງທ້າທາຍໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດ ຂອງ ສປປ ລາວ”, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ບຸນສອນ ເພັດລາວັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆວຽງຈັນ ແລະ ທ່ານ ວິລະສັກ ສົມພົງ ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ພ້ອມດ້ວຍ ຂະແໜງການກ່ຽວຂ້ອງ, ພາກທຸ ລະກິດ, ນັກສຶກສາ ຈາກວິທະຍາໄລ ເຕັກນິກ ແຂວງ 80 ກວ່າທ່ານ ເຂົ້າຮ່ວມ.

ຈຸດປະສົງການຈັດກອງປະຊຸມໃນຄັ້ງນີ້, ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນລະ ຫວ່າງພະນັກງານຫລັກແຫລ່ງ ຂອງສູນກາງ ແລະ ທ້ອງຖິ່ນ ແລະ ລະຫວ່າງພາກລັດ ແລະ ເອກະຊົນ ຕໍ່ກັບຜົນປະໂຫຍດ, ກາລະໂອກາດ ແລະ ສິ່ງທ້າທາຍໃນວຽກງານການເຊື່ອມຈອດ ແລະ ການເຊື່ອມໂຍງເສດຖະກິດ ຂອງ ສປປ ລາວ ກັບສາກົນ, ໂດຍສະເພາະ ຢູ່ໃນພາກພື້ນລຸ່ມແມ່ນ້ຳຂອງ.

ໃນໂອກາດດຽວກັນນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ໃນຫລາຍຫົວຂໍ້ຍ່ອຍທີ່ສຳຄັນເຊັ່ນ:

1. ຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ,

2. ສິ່ງທ້າທາຍຂອງ ສປປ ລາວໃນການຈັດຕັ້ງ ປະຕິບັດວຽກງານ ການເຊື່ອມຈອດແມ່ນ້ຳຂອງ-ຍີ່ປຸ່ນ,

3. ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025,

4. ທ່າອ່ຽງການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ,

5. ວຽກງານອຳນວນຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໃນປັດຈຸບັນ

ແລະ 6. ການພັດທະນາການທ່ອງທ່ຽວ ຢູ່ ແຂວງວຽງຈັນ.

ແນໃສ່ການສ້າງຄວາມເຂົ້າໃຈ ແລະ ພັດທະນາຄວາມຮູ້ໃຫ້ແກ່ພະນັກງານ ກໍ່ຄື ປະຊາຊົນຢູ່ທ້ອງ ຖິ່ນແຂວງວຽງຈັນ, ພ້ອມທັງໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຟົດຟື້ນ, ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງການຈັດຕັ້ງປະຕິບັດນະໂຍບາຍ ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍສະເພາະ ຜົນປະໂຫຍດ, ກາລະໂອກາດ ແລະ ສິ່ງທ້າທາຍໃນການເຊື່ອມຈອດພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກ ໃນການພັດທະນາເສດຖະກິດຂອງ ສປປ ລາວ. ໂດຍລວມ ແລະ ໂດຍສະເພາະ ແມ່ນຂະແໜງ ການກ່ຽວຂ້ອງ, ທ້ອງຖິ່ນຂອງແຂວງວຽງຈັນ ເພື່ອນໍາເອົາຄວາມຮູ້ເຫລົ່ານັ້ນ ໄປຜັນຂະຫຍາຍເຂົ້າໃນ ຂົງເຂດວຽກງານຂອງຕົນຮັບຜິດຊອບ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້