Saturday, January 18, 2025

​ມາ​ຮູ້​ຈັກ​ພິ​ທີ​ສູ່​ຂວັນ​ຊ້າງ ເຊິ່ງ​ເປັນ​ພິ​ທີ​ສຳ​ຄັນ​ຫຼາຍ​ໃນ​ງານ​ບຸນ​ຊ້າງ​ແຂວງ​ໄຊ​ຍະ​ບູ​ລີ

ພິທີບາສີສູ່ຂວັນ ກໍແມ່ນວັດທະນະທໍາຮີດຄອງປະເພນີຂອງລາວ ທີ່ສືບທອດກັນມາແຕ່ບັນພະບູລຸດ, ເຊິ່ງພິທີດັ່ງກ່າວ ຈະປະກອບເຂົ້າໃນງານບຸນ ຫລື ເທດສະການສໍາຄັນຕ່າງໆ ທາງພຸດທະສາສະໜາ ເຊັ່ນ: ງານບຸນປີໃໝ່, ງານບຸນບ້ານ, ຂຶ້ນເຮືອນໃໝ່, ແຂກບ້ານແຂກເມືອງມາຢ້ຽມຢາມ ແລະ ອື່ນໆ ກໍໄດ້ຈັດພິທີບາສີສູ່ຂວັນຜູກຂໍ່ຕໍ່ແຂນ ເພື່ອເປັນສິລິມຸງຄຸນ, ເຊິ່ງມັນໄດ້ກາຍເປັນວັດທະ ນະທຳ ແລະ ວິຖີຊີວິດຂອງຄົນເຮົາຈົນເຖິງປັດຈຸບັນ.

ພິທີບາສີສູ່ຂວັນຊ້າງ ກໍເປັນອີກກິດຈະກໍາໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ໃນງານມະຫະກໍາບຸນຊ້າງປະຈໍາປີ ເພື່ອເປັນສິລິມຸງຄຸນໃຫ້ແກ່ຊ້າງ. ນອກຈາກນັ້ນ, ຍັງເປັນການສົ່ງເສີມຮີດຄອງປະເພນີ ທີ່ເປັນເອກະລັກ ໃນວິທີການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ຕິດພັນກັບຊ້າງມາແຕ່ບູຮານນະການ ແລະ ເພື່ອໃຫ້ຄົນເຮົາຮັບຮູ້ກ່ຽວກັບຊ້າງຫລາຍຂຶ້ນ. ໃນງານສູ່ຂວັນຊ້າງ ຈະປະກອບມີ: ພາຂວັນ (ໝາກເບັງໃຫຍ່), ໝໍພອນ, ທຽນ 1 ຄູ່, ຝ້າຍຜູກແຂນ, ອ້ອຍ, ກ້ວຍ ແລະ ອື່ນໆ ປະກອບເຂົ້າໃນພິທີດັ່ງກ່າວ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: