ຂໍຂອບໃຈນຳຜູ້ສະໜັບສະໜູນ

ເຈົ້າເພັດຊະລາດຮັກຊາດສຸດໃຈແຕ່ຄວາມຊື່ສັດຈົງຮັກພັກດີຕໍ່ເຈົ້າຊີວິດຫຼວງພະບາງເຮັດໃຫ້ເພິ່ນໄປບໍ່ເຖິງໄຊຊະນະສຸດຍອດ.

ຄວາມຮັກຊາດ: ດ້ວຍນ້ຳໃຈຮັກຊາດຍິ່ງໃຫຍ່ດູດດື່ມ ເປັນຫ່ວງນຳປະຊາຊົນລາວ ນັບແຕ່ມີໂອກາດ ເຈົ້າເພັດຊະຣາດກໍໄດ້ທຸ່ມເທ ຈິດໃຈ ເຫື່ອແຮງສະຕິປັນຍາດຳເນີນການທຸກຢ່າງ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະເຕົ້າໂຮມແຜ່ນດິນທີ່ແຕກແຍກເປັນເອກະ ພາບ.

ສອງສິ່ງນີ້ ເປັນຄວາມໃຝ່ຝັນສູງສຸດຂອງເພິ່ນແລະຂອງປະຊາຊົນລາວ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເລີ່ມດ້ວຍຕໍ່ສູ້ໃຫ້ຝຣັ່ງປ່ຽນແປງລະບຽບຂ້າລາຊະການ ເພື່ອໃຫ້ຂ້າຊະການລາວກ້າວໜ້າແລະມີຄວາມຮັກຊາດບ້ານເມືອງ, ເອົາໃຈໃສ່ຟື້ນຟູ ພາສາ ສາສະໜາ ວັດທະນະທຳ, ຕໍ່ສູ້ຄັດຄ້ານການເອົາອານາຈັກຫຼວງພະບາງໄປເປັນເມືອງຂຶ້ນໂດຍກົງ(ຄືກັບວຽງຈັນ)ຂອງຝຣັ່ງ ໃຫ້ຫຼວງພະບາງເປັນລັດອາລັກຂາ, ທາບທາມຄວາມເຫັນບັນດາຂ້າລາຊະການແລະປະຊາ ຊົນໃນ4 ແຂວງ: ຄຳມ່ວນ ສະຫວັນນະເຂດ ສາລະວັນ ແລະຈຳປາສັກເພື້ອລວມແຜ່ນດິນປັນເອກະພາບ ເມື່ອເຫັນດີນຳກັນແລ້ວກໍຮ່າງຣາຊະອົງການສະເໜີເຈົ້າຊີວິດສີສະຫວ່າງວົງ(ແຕ່ເຈົ້າຊີວິດບໍ່ເຫັນດີນຳ). ພະອົງຮັກເຊື້ອແພງຊາດຢ່າງແທ້ຈິງ.

ຄວາມຮັກຊາດຂອງພະອົງຍັງສະແດງອອກ ພາຍຫູັງການປະກາດເອກະລາດ12 ຕຸລາແລ້ວ ພະອົງກໍມີໃຈສະໜັບສະໜູນຄະນະ ລປລ. ຢ່າງເຕັມທີ່ ເມື່ອຝຣັ່ງກັບມາຍຶດລາວເທື່ອໃໝ່ ພະອົງ ກໍຄືຄະນະລັດຖະບານລາວອິດສະລະ ໄດ້ອົບພະຍົບໄປຢູ່ໄທ 1946 ພະອົງຍິນດີເປັນປະ ມຸກໃຫ້ແກ່ຄະນະລັດຖະບານລາວອິດສະລະ ( 1ທັນວາ 1946 ແຕ່ງຕັ້ງຕົວແທນກຳລັງເຂດເໜືອ(ທ່ານພູມີ ວົງວິຈິດ) ຊ່ວຍເຫຼືອ ແລະຊີ້ນຳລັດຖະບານລາວອິດສະລະຢ່າງຕໍ່ເນືອ່ງ; ເມື່ອບຸກຄົນຈຳນວນຫຼາຍໃນຄະນະລັດຖະບານລາວອິດສະລະຍອມໄປຮ່ວມກັບຝຣັ່ງ (1949) ແຕ່ເຈົ້າເພັດຊະຣາດແລະເຈົ້າສຸພານຸວົງພ້ອມດ້ວຍຜູ້ຮັກຊາດອື່ນໆບໍ່ຍິນຍອມ ເພາະເຫັນການມອບເອກະລາດໃຫ້ລາວຂອງຝຣັ່ງເປັນພຽງລະຄອນ ດັ່ງນັ້ນ ພະອົງຈຶ່ງປະກາດຈະຕໍ່ສູ້ເພື່ອຂັບໄລ່ຝຣັ່ງຈົນເຖິງທີ່ສຸດ.

ພາຍຫຼັງກັບມາແຕ່ໄທ(1957) ພຽງສອງວັນພະອົງໄດ້ໄປຢ້ຽມຢາມເຈົ້າສຸພານຸວົງ ທີ່ຊຳເໜືອໂລດ ນັ້ນສະແດງວ່າຍຶດໝັ້ນສະໜັບສະໜູນແນວທາງຂອງເຈົ້າສຸພານຸວົງ ຢ່າງເຕັມທີ່.
ຄວາມຊື່ສັດ ຈົງຮັກພັກດີຕໍ່ເຈົ້າຊີວິດຫຼວງພະບາງ: ເດີມທີເຈົ້າຊີວິດສີສະຫວ່າງວົງ(1904-1959) ບໍ່ໄດ້ແຕ່ງຕັ້ງເຈົ້າເພັດຊະຣາດເປັມະຫາອຸະຮາດ(ຮອງເຈົ້າຊີວິດ)ຫຼືນາຍກລັດຖະມົນຕີ ເພາະຢ້ານວ່າເຈົ້າເພັດຊະຣາຊະຈະບໍ່ຊື່ສັດ ຍາດຊີງລາຊະບັນລັງຂຶ້ນເປັນເຈົ້າຊີວິດແທນ, ແຕ່ເມື່ອໄດ້ຮັບການແຕ່ງຕັ້ງ(1941) ເຈົ້າເພັດຊະຣາດກໍຕອບແທນດ້ວຍຄວາມຊື່ສັດ ຈົງຮັກພັກດີຈົນສິ້ນຊີວິດ.

ຄວາມຊື່ສັດ ຈົງຮັກພັກດີນີ້ເອງກັ້ນຂວາງບໍ່ໃຫ້ເພິ່ນສຳເລັດຈຸດປະສົງຂອງຕົນ ຈົນນຳໄປສູ່ຄວາມເສຍໃຈໃນທີ່ສຸດຂອງເພິ່ນ.

ເຈົ້າເພັດຊະຣາດກຽມການທຸກຢ່າງເພື່ອປະກາດເອກະລາດ ແລະໂຮມແຜ່ນດິນລາວ ປະຊາ ຊົນລາວພ້ອມທຸກຢ່າງເພື່ອໃຫ້ພະອົງເປັນຜູ້ນຳພາ ຂໍຮ້ອງແລະ ເຊີດຊູພະອົງຂຶ້ນເພື່ອໃຫ້ເປັນເຈົ້າຊີວິດອົງໃໝ່ຂອງປະເທດລາວເອກະລາດ ແຕ່ເຈົ້າເພັດຊະຣາດ “ບໍ່ຮັບ”

ເຈົ້າເພັດຊະຣາດປະຕິເສດຕຳແໜ່ງຜູ້ນຳ ຍ້ອນ: ຈົງຮັກພັກດີຕໍ່ເຈົ້າຊີວິດ ເພິ່ນບໍ່ຢາກເປັນຄົນທໍລະຍົດ ບໍ່ຢາກເປັນກະບົດຕໍ່ເຈົ້າຊີວິດຫຼວງພະບາງ, ເພິ່ນຍິນດີມອບຄວາມຝັນຂອງຕົນ ໃຫ້ຄົນອື່ນປະຕິບັດແທນ. ພະອົງບໍ່ກ້າຂຶ້ນໄປຢືນປະກາດເອກະລາດແລະໂຮມແຜ່ນດິນດ້ວຍຕົນເອງ ທັງໆທີ່ປະຊາຊົນທັງຊາດຫວັງເພິ່ງປາລະມີຂອງເພິ່ນໃນວັນທີ12 ຕຸລາ1945.
ໂອກາດພັນປີມີເທື່ອໜຶ່ງ ແຕ່ເຈົ້າເພັດຊະຣາດກັບປະຕິເສດ ເສຍເອງ.!!!

ເຈົ້າເພັດຊະຣາດໄດ້ຮັບການຕອບແທນຄວາມຈົງຮັກພັກດີ ຊື່ສັດຂອງຕົນດ້ວຍລາຊະອົງ ການປົດຕຳແໜ່ງ (10.10.1945)ກ່ອນການປະກາດເອກະລາດພຽງສອງວັນ.

ຜົນສະທ້ອນຈາກການຕັດສີນໃຈຂອງເຈົ້າເພັດຊະລາດ ໃຫຍ່ຫຼວງນັກ ໃນບາດລ້ຽວແຫ່ງປະຫວັດສາດ ເຈົ້າເພັດຊະຣາດກັບລັງເລ ບໍ່ກ້າຫານ ເດັດດ່ຽວ ເດັດຂາດເປັນຕາຍ.

ພະອົງບໍ່ຢາກເຮັດລັດຖະປະຫານ ບໍ່ຢາກໂຄ່ນບັນລັງເຈົ້າຊີວິດ ບໍ່ຢາກຖືກຫາວ່າທໍລະຍົດແຕ່ປະຊາຊົນລາວ ບໍ່ຢ້ານຄືເພິ່ນເຖິງວ່າບໍ່ມີເຈົ້າເພັດຊະຣາດນຳພາ ປະຊາຊົນກໍສາດປະກາດເອກະລາດ ປະກາດໂຮມແຜ່ນດິລາວແລະຍຶດອຳນາດໂຄ່ນລົ້ມເຈົ້າຊີວິດຫຼວງພະບາງຢູ່ດີ (ໃນວັນທີ 10.10.1945) ນັ້ນເອງເພາະປະຊາຊົນເຈັບແສບເສຍໃຈທີ່ເຈົ້າຊີວິດປົດເຈົ້າເພັດຊະຣາດ ເຫັນເຈົ້າຊີວິດບໍ່ຢາກປະກາດເອກະລາດ ແລະບໍ່ຢາກໂຮມແຜ່ນດິນ.

ຖ້າເຈົ້າເພັດຊະຣາດຍິນດີເປັນຜູ້ນຳຍິນດີເປັນກະສັດອົງໃໝ່ ປະຫວັດສາດລາວຄົງບໍ່ເປັນແນວນີ້.

ພາບເມື່ອປີ 1957 ທີ່ມະຫາອຸປະຫຼາດ ເຈົ້າເພັດຊະລາດ ລັດຕະນະວົງສາ ອອກຢ້ຽມຢາມລາຊະດອນໃນແຂວງຫຼວງພະບາງຕາມບ້ານຕ່າງໆ ຖ້າຫາກເພິ່ນພົບເຫັນບ້ານໃດ ຫຼື ເຮືອນໃດມີຫໍຜີ ເພິ່ນ ແລະ ຄະນະຕິດຕາມກໍ່ຈະມີການຈູດເຜົາຫໍຜີນັ້ນບໍ່ໃຫ້ເຫຼືອ ເພື່ອລົບລ້າງຄວາມເຊື່ອຖືຜີສາງແບບງົມງວາຍຂອງຄົນລາວ.

ເຊິ່ງເຈົ້າເພັດຊະລາດ ກໍ່ໄດ້ມີຄຸນນານັບປະການຕໍ່ຜື່ນແຜ່ນດິນລາວ ແລະ ກໍ່ເປັນນາຍົກຄົນທຳອິດແຫ່ງປະຫວັດສາດຂອງຊົນຊາດລາວ ພ້ອມກັນນັ້ນເພິ່ນຍັງເປັນມະຫາບູລຸດຜູ້ກອບກູ້ພາສາລາວຈາກຝຣັ່ງ ທີ່ຈະກຳນົດເອົາພາສາຝຣັ່ງເປັນພາສາທາງການຂອງລາວ ແຕ່ເນື່ອງຈາກຄວາມປີຊາສາມາດຂອງເພິ່ນໃນການຄັດຄ້ານຈຶ່ງເຮັດໃຫ້ຫຼຸດພົ້ນ ແລະ ມີການນຳໃຊ້ພາສາລາວດັ່ງເດີມເປັນຕົ້ນມາ ຖ້າບໍ່ດັ່ງນັ້ນ, ພາສາລາວໃນປັດຈຸບັນກໍ່ຈະມີລັກສະນະຄືກັບພາສາຫວຽດນາມ ດ້ວຍເຫດນີ້ ລັດຖະບານແຫ່ງ ສປປ.ລາວ ໃນປັດຈຸບັນ ຈຶ່ງໄດ້ກຳນົດຊື່ຮູບແບບຕົວອັກສອນຢ່າງເປັນທາງການທີ່ນຳໃຊ້ໃນລະບົບອີເລັກໂຕນິກວ່າ: ເພັດຊະລາດ (Font Phetsarath).

ຂໍ້​ມູນ​ແລະ​ເຫດ​ການ​ຕ່າງໆ ທີ່​ໜ້າ​ສົນ​ໃຈ ກ່ຽວ​ກັບ​ເຈົ້າ​ເພັດ​ຊະ​ລາດ:

ເຈົ້າມະຫາຊີວິດແຫ່ງຣາຊະອານາຈັກລາວ ສີສະຫວ່າງວົງ ໄດ້ມີພຣະຣາຊະອົງການສັ່ງປົດ ພຣະມະຫາອຸປະຣາຊ ສະເດັດເຈົ້າເພັຊະຣາຊ ໃຫ້ອອກຈາກຕຳແໜ່ງນາຍົກລັດຖະມົນຕີແຫ່ງອານາຈັກລ້ານຊ້າງຮົ່ມຂາວ ແລະ ຖອດຖອນຍົດຖາບັນດາສັກໃຫ້ເປັນສາມັນຊົນ” – at 10 ຕຸລາ 1945-2017 ແຂວງຫຼວງພະບາງ ສປປລາວ

(I). ລຳດັບເຫດການກ່ອນວັນປະກາດ ເອກະລາດ 12 ຕຸລາ 1945:

(1). 17 ສິງຫາ 1945 ຜູ່ຕາງໜ້າອຳນາດສູງສຸດຟາດຊິດຍີ່ປຸນຢູ່ລາວ ຈຳຕ້ອງມອບໜ້າທີ່ບໍລິຫານບ້ານເມືອງ ໃຫ້ອົງການປົກຄອງລາວ ໃນເວລານັ້ນໂດຍແມ່ນ ເຈົ້າເພັດຊະຣາດເປັນຜູ່ຕາງໜ້າ ແລະ ຮັບມອບເອົາຢູ່ນະຄອນວຽງຈັນ ລວມມີປືນເຫຼັກຍາວ 150 ກະບອກ, ປືນກົນຈັກ 04 ກະບອກ ແລະ ອາວຸດອື່ນໆອີກ; 

(2). 23 ສິງຫາ 1945 ມະຫາຊົນທຸກຊ້ນຄົນ ໄດ້ມາຮວມຊູມນຸມຢູ່ສະໜາມກິລານະຄອນຫຼວງວຽງຈັນ ແລະ ອອກຖະແຫຼງການຂອງປະຊາຊົນລາວ ທີ່ຕ້ອງການ “ເອກະລາດແຫ່ງຊາດ ແລະ ອິດສະລະພາບ”

 (3). 28 ສິງຫາ 1945 ເຈົ້າເພັດຊະຣາຊ ໄດ້ອອກຄຳສັ່ງເຖີງບັນດາເຈົ້າແຂວງ ໃຫ້ຮັບຮູ້ສະຖານະການພາຍໃນ ແລະ ສາກົນທີ່ມີການປ່ຽນແປງ ແລະ ເອົາໃຈໄສ່ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍພາຍໃນທ້ອງຖີ່ນຂອງຕົນຢ່າງເຄັ່ງຄັດ ແລະ ສຸດຄວາມສາມາດ;

(4). 30 ສິງຫາ 1945 ເຈົ້າຊີວິດ ສີສະຫວ່າງວົງ ໄດ້ອະນຸຍາດໃຫ້ະຫານຄອມມັງໂດຝຣັ່ງເສດ ນຳໂດຍພັນເອກອິນແຟນ ເຂົ້າມາຕັ້ງທີ່ໝັ້ນຢູ່ຫຼວງພະບາງ ແລະ ຈັດພິທີທາງການຍື່ນສານພິເສດ ເຖີງລັດຖະບານຝຣັ່ງ ທີ່ໄດ້ບັນຈຸຂໍ້ຄວາມເຖີງ “ຄວາມຈົງຮັກພັກດີຂອງຣາຊະສຳນັກຫຼວງພະບາງ ແລະ ຮຽກຮ້ອງໃຫ້ຝຣັ່ງກັບຄືນມາປົກຄອງລາວອີກຄັ້ງໂດຍໄວ”;

(5). 01 ກັນຍາ 1945 ເຈົ້າເພັດຊະຣາຊ ບົນພື້ນຖານກຳລັງແຮງມະຫາຊົນ ແລະ ດ້ວຍນໍ້າໃຈຮັກຊາດ ຮັກເອກະລາດ, ໃນຖານະເປັນມະຫາອຸປະຣາຊ ແລະ ນາຍົກລັດຖະມົນຕີຂອງລັດຖະບານຣາຊະອານາຈັກຫຼວງພະບາວ ໄດ້ອອກຖະແຫຼງການປະກາດ “ສິດອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ ແລະ ບັນດາສັນຍາ ຂໍ້ຜູກພັນທາງການເມືອງທີ່ເຄີຍມີມາລະຫວ່າງລາວ ແລະ ຝຣັ່ງ ຖືວ່າໝົດຄຸນຄ່າ ແລະ ຕົກເປັນໂມຄະທັງສີ້ນ, ປະຊາຊົນລາວຂໍຫ້າມຢ່າວເດັດຂາດ ບໍ່ໃຫ້ຝຣັ່ງເຂົ້າມາຫຍູ້ງກ່ຽວ ແລະ ແຊກແຊກກິດຈະການພາຍໃນຂອງລາວ ແລະ ປະເທດລາວກໍພ້ອມເພື້ອຮ່ວມມືກັບກຳລັງສຳພັນທະມິດ ໃນໜ້າທີ່ກວດລ້າງກຳລັງຟາດຊິດໃຫ້ເສັດສີ້ນໄປ ໂດຍສະເພາະຢູ່ຜືນແຜ່ນດິນລາວ”;

(6). 02 ກັນຍາ 1945 ປະທານໂຮຈີມິນ ໄດ້ປະກາດຖະແຫຼງການ ສ້າງຕັ້ງ “ສາທາລະນະລັດສັງຄົມນິຍົມຫວຽດນາມ” ເປັນລັດແບບໃໝ່ຂອງຊົນຂັ້ນກຳມະກອນ-ຊາວນາ ພາຍໄຕ້ການນຳພາຂອງພັກຄອມມູນິດອິນດູຈີນ ນະຄອນຫຼວງຮາໂນຍ;

(7). 06 ກັນຍາ 1945 ມວນຊົນແຂວງສະຫວັນນະເຂດ ໄດ້ຊູມນູມຮັບຕ້ອນ ສະເດັດເຈົ້າ ສຸພານຸວົງ ທີ່ໄດ້ເດີນທາງມາປະກອບສ່ວນເຂົ້າໃນພາລະກິດ ການຕໍ່ສູ້ຂອງປະຊາຊົນລາວ;

(8). 15 ກັນຍາ 1945 ເຈົ້າເພັດຊະລາຊ ໄດ້ປະກາດເຕົ້າໂຮມອຳນາດການປົກຄອງທຸກໆແຂວງຂອງປະເທດລາວ ເຂົ້າເປັນເອກະພາບໃນຜືນແຜ່ນດິນຕອນດຽວກັນ ຮວມອຳນາດສອງອານາຈັກຫຼວງພະພະບາງ ແລະ ຈຳປາສັກ;

(9). 17 ກັນຍາ 1945 ກຳລັງປະກອບອາວຸດປະຊາຂົນໄດ້ຕໍ່ສູ້ກັບກອງທະຫານຄອມມັງໂດຝຣັ່ງ ທີ່ບຸກໂຈມຕີຢ່າງຮຸນແຮງຫວັງຈະຍຶດເອົາເມືອງເຊໂນ ແລະ ແກ້ງກອກ ດ້ວຍໃຊຊະນະເຮັດໃຫ້ພວກຝຣັ່ງແຕກໜີຖອຍຢ່າງບໍເປັນລະບຽບ;

(10). 23 ກັນຍາ 1945 ເຈົ້າຊີວິດສີສະຫວ່າງວົງ ໄດ້ສົມທົບກັບຝຣັ່ງ ຈັດພິທີຮັບຕ້ອນກອງທະຫານຈີນກົງມິນຕັງ ເພື່ອຫວັງເອົາເປັນກຳລັງພັນທະມິດ ຈຳນວນ 16.000 ຄົນ ຢູ່ເດີ່ນກິລາຫຼວງພະບາງ ເພື່ອຕ້ອງການທຳລາຍກຳລັງປະຕິວັດປະຊາຊົນທີ່ຍັງອ່ອນນ້ອຍ;

(11). 04 ຕຸລາ 1945 ເຈົ້າເພັດຊະຣາຊ ໄດ້ຕາງໜ້າອຳນາດການປົກຄອງສູນກາງຂອງປະເທດລາວ ໄດ້ອອກຖະແຫຼງການຮຽກຮ້ອງມາຍັງ ບັນດາປະເທດຝ່າຍສຳພັນທະມິດ ຈົ່ງຮັບຮູ້ລັດຖະບານລາວ ແລະ ເຄົາລົບເອກະລາດ ສິດອຳນາດ ອະທິປະໄຕ ອັນຄົບຖ້ວນຂອງແຜ່ນດິນລາວ;

(12). 08 ຕຸລາ 1945 ບັນດາຜູ່ຊົງຄຸນວຸດທິ ຂ້າຣາຊະການຊັ້ນສູງ ຜູ່ຮັກຊາດຈທກທຸກທ່າອ່ຽງທາງດ້ານການເມືອງ ໄດ້ມາເຕົ້າໂຮມກັນ ປຶກສາຫາລືບັນຫາອັນຮີບດ່ວນ ແລະ ຕັດສິນຊາຕາກຳຂອງຜະເທດຊາດ ໂດຍໄດ້ສ້າງຕັ້ງເປັນ “ຄະນະກຳມະການລາດຊະດອນ ຫຼື ກຳມະການປະຊາຊົນ” ແລະ ດຳເນີນກະກຽມວຽກງານຕ່າງໆທີ່ສຳຄັນທີ່ສຸດຄື “ສ້າງຕັ້ງຄະນະລັດຖະບານຂື້ນ, ຮ່າງລັດຖະທຳມະນູນແຫ່ງຊາດ, ປະກາດເອກະລາດແຫ່ງຂາດຕໍ່ຊາວໂລກ ແລະ ເດັດດ່ຽວປົກປັກຮັກສາ ເອກະລາດ ແລະ ອິດສະລະພາບໄວ້ໃຫ້ໝັ້ນຄົງ”;

(13). 10 ຕຸລາ 1945 ເຈົ້າຊີວິດສີສະຫວ່າງວົງ ພາຍໄຕ້ການບັນຊາຂອງຝຣັ່ງເສດ ໄດ້ອອກຄຳສັ່ງ ຣາຊະອົງການ ດຳເນີນການປົດຂັ້ນຕຳແໜ່ງ ເຈົ້າເພັດຊະລາຊ ອອກຈາກຕຳແໜ່ງນາຍົກລັດຖະມົນຕີ ແລະ ຍົດຖານັນດອນສັກ ມະຫາອຸປະຣາຊ;

(14). 12 ຕຸລາ 1945 ເວລາ 07 ໂມງເຊົ້າ,ມວນມະຫາຊົນຊາວນະຄອນຫຼວງວຽງຈັນ ແລະ ອື່ນໆ ໄດ້ມາເຕົ້າໂຮມກັນຢ່າງຄັບຄາໜາແໜ້ນ ຕໍ່ໜ້າຫ້ອງການແຂວງ ແລະ ອັ່ງອໍກະຈາຍໄປທົ່ວຖະນົນບໍລິເວນນັ້ນ ດ້ວຍຄວາມຮູ້ສຶກຕື້ນຕັນໃຈ ແລະ ຈົດຈໍ່ລໍຄອຍເຫດການອັນສຳຄັນຄັ້ງນັ້ນ, ພິທີໂຮມຊູມນຸມໄດ້ເລີ່ມຂື້ນເວລາ 07 ໂມງ 30 ໂດຍພະຍາ ຄຳມ້າວ ເຈົ້າແຂວງວຽງຈັນໄດ້ອ່ານບົດປາໄສ ກ່າວເຖີງເຫດການປະຫວັດສາດອັນສຳຄັນຂອງຊາດ ຕໍ່ທີ່ຊູມນຸມ ແລະ ໄດ້ຮັບການສະໜັບສະນູນດ້ວຍສຽງຕົບມື ແລະ ສຽງຮ້ອງໄຊໂຍເປັນໄລຍະ;

(15) ທ່ານ ທຳ ໄຊຍະສິດເສນາ ກຳມະການໃນຄະນະກຳມະການປະຊາຊົນ ໄດ້ອ່ານຄຳປະກາດເອກະລາດ ແລະ ອິດສະຫຼະພາບແຫ່ງປະເທດລາວ, ພາຍໃນຄຳປະກາດໄດ້ໂຮມແຜ່ນດິນລາວເຂົ້າເປັນອັນໜື່ງອັນດຽວກັນ ປະກາດໃຊ້ລັດຖະທຳມະນູນຊົ່ວຄາວ ແລະ ແຕ່ງຕັ້ງ ຄະນະລັດຖະບານອິດສະຫຼະຂອງປະເທດລາວເອກະລາດ.

(II). ຄະນະລັດຖະບານລາວອິດສະຫຼະ ປະກອບດ້ວຍ:

(1). ພະຍາ ຄຳມ້າວ ວິໄລ, ນາຍົກລັດຖະມົນຕີ;

(2). ທ່ານ ກະຕ່າຍ ໂດນສະໂສລິດ, ລັດຖະມົນຕີ ກະຊວງການຄັງ;

(3). ທ່ານ ຫຍຸຍ ອະໄພ, ລັດຖະມົນຕີ ກະຊວງສຶກສາທິການ;

(4). ເຈົ້າ ສຸວັນນະພູມາ, ລັດຖະມົນຕີ ກະຊວງໂຍທາທິການ;

(5). ພັນຕີ ສີງ ຣັດຕະນະສະໄໝ, ລັດຖະມົນຕີ ກະຊວງປ້ອງກັນປະເທດ;

(6). ເຈົ້າ ສຸພານຸວົງ, ລັດຖະມົນຕີ ກະຊວງການຕ່າງປະເທດ;

(7). ທ່ານ ອຸ່ນ ຊະນະນິກອນ, ລັດຖະມົນຕີກະຊວງ ເສດຖະກິດ;

(8). ເພັຍ ອຸ່ນເຮືອນ, ລັດຖະມົນຕີຊ່ວຍ ກະຊວງມະຫາດໄທ ແລະ ຍຸດຕິທຳ;

(9). ທ່ານ ເກືອງ ປະທຸມຊາດ, ລັດຖະມົນຕີ ກະຊວງກະເສດ;

(10). ທ່ານ ທຳ ໄຊຍະສິດເສນາ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ;

(11). ເຈົ້າສົມສະໜິດ, ຮອງລັດຖະມົນຕີ ກະຊວງມະຫາດໄທ ແລະ ຍຸດຕິທຳ.

(III). ຄະນະລັດຖະບານຍັງໄດ້ຮັບຮອງ ແລະ ແຕ່ງຕັ້ງເອົາຄະນະຜູ່ກໍ່ການດຳລົງຕຳແໜ່ງເພີ່ມເຕີມ:

 (1). ທ້າວ ບົງ ສີລັດຕະນະກູນ ເປັນເລຂານຸການ ນາຍົກລັດຖະມົນຕີ, 

(2). ມະຫາ ສີລາ ວິຣະວົງ ເປັນທີ່ປຶກສາກະຊວງ ສຶກສາທິການ ແລະ

 (3). ທ່ານ ປະສານ ທອງພັກດີ ເປັນເລຂາຄະນະ ລັດຖະມົນຕີ.

(IV). ສະພາປະຊາຊົນຕາມລັດຖະທຳມະນູນປະກອບດ້ວຍ:

(1). ທ່ານ ຄູນ ພິລາວັນ, ປະທານສະພາ;

(2). ທ່ານ ຄຳໄບ ພິລາພັນເດດ, ຮອງປະທານສະພາ,

(3). ທ່ານ ຄຳພອນ ພົມຣາດ, ເລຂາທິການສະພາ;

(4). 39 ທ່ານ ສະມາຊິກ, ຕົວແທນໃຫ້ແກ່ຊົນຂັ້ນ ແລະ ຊັ້ນຄົນຕ່າງໆ.

(V). ລັດຖະທຳມະນູນແຫ່ງພະຣາຊະອານາຈັກລາວ (ສະບັບຊົ່ວຄາວ ປະກາດໄຊ້ໃນວັນທີ 12 ຕຸລາ 1945):

ສຸພາມັດສະດຸພະພຸທສາສະໜາຍຸການລ່ວງແລ້ວ 2488 ວັດສາ ປະຈຸບັນສະໄໝຈັນທະຣະຄະຕິນິຍົມປະຖົມກັດຕິກາມາດ ສຸກຣະປັກ ສັດຕະມະດີຖີ ສຸຣິຍະຄະຕິການ ຕຸລາຄົມມາດທະຍາທະສະ ສຸຣະທິນ ສຸກຣະວານ ໂດຍກຳນົດບັນດາອານາປະຊາຣາສະດອນ ແຫ່ງປະເທດລາວທັງໝົດ ມີຄວາມເຫັນເປັນເອກະສັນອັນໜື່ງອັນດຽວກັນວ່າ ເວລານີ້ເປັນເວລາອັນສົວຄວນແລ້ວ ທີ່ປະເທດລາວຂອງເຮົາ ຈະໄດ້ມີການປົກຄອງໂດຍລັດຖະທຳມະນູນ ຄືກັບອາອາຣະຍະປະເທດທັງຫຼາຍ.

ສະນັ້ນຄະນະກຳມະການ ລາສະດອນ ຈື່ງເຫັນພ້ອມກັນ ໃຫ້ຕາກົດໝາຍລັດຖະທຳມະນູນນີ້ ຂື້ນໄວ້ເປັນຫຼັກ ປົກຄອງຂອງປະເທດລາວສືບໄປ.

ໝວດ 1 ວ່າດ້ວຍດິນແດນມາດຕາ 1: ປະເທດລາວເປັນອັນໜື່ງອັນດຽວກັນ ຜູ່ໄດຈະແບ່ງແຍກອອກບໍໄດ້.ມາດຕາ 2: ດິນແດນປະເທດລາວປະກອບດ້ວຍ 11 ແຂວງຄື: 1. ແຂວງຜົ້ງສາລີ, 2. ແຂວງຫ້ວຍຊາຍ, 3. ແຂວງຫຼວງພະບາງ, 4. ແຂວງຊຳເໜືອ, 5. ແຂວງຊຽງຂວາງ, 6. ແຂວງວຽງຈັນ, 7. ແຂວງທ່າແຂກ. 8. ແຂວງສະຫວັນນະເຂດ, 9. ແຂວງສາລະວັນ, 10. ແຂວງອັດຕະປື. 11. ແຂວງປາກເຊ.ມາດຕາ 3: ເມືອງຫຼວງຂອງປະເທດລາວຕັ້ງຢູ່ວຽງຈັນ.

ໝວດ 2 ວ່າດ້ວຍມະຫາກະສັດມາດຕາ 4: ອຳນາດອະທິປະໄຕ ຍ່ອມມາຈາກປວງຊົນລາວ ພະມະຫາກະສັດຜູ່ເປັນພະປະມຸກຂອງປະເທດທັງໃຊ້ອຳນາດນັ້ນ ແຕ່ໂດຍບົດບັນຍັດແຫ່ງລັດຖະທຳມະນູນນັ້ນ.ມາດຕາ 5: ພະມະຫາກະສັດ ທົງໃຊ້ອຳນາດນິຕິບັນຍັດ ໂດຍຄວາມແນະນຳ ແລະ ຍິນຍອມຂອງສະພາຜູ່ແທນລາຊະດອນ.ມາດຕາ 6: ພະມະຫາກະສັດ ທົງໃຊ້ອຳນາດບໍລິຫານທາງຄະນະລັດຖະມົນຕີ.ມາດຕາ 7: ພະມະຫາກະສັດທົງໃຊ້ອຳນາດຕຸລາການທາງສານ ທີ່ໄດ້ຕ໊ງຂື້ນຕາມກົດໝາຍ.ມາດຕາ 8: ເມື່ອຕຳແໜ່ງພະມະຫາກະສັດຍັງເປົ່າຫວ່າງຢູ່ ໃຫ້ຄະນະລັດຖະມົນຕີ ບໍລິຫານພະຣາຊະພາຣະນັ້ນ ໄປຈົນກວ່າສະພາຜູ່ແທນລາດສະດອນ ໄດ້ອັງເຊີນເອົາພະມະຫາກະສັດຂື້ນສະເຫວີຍຣາດ.ມາດຕາ 9: ໃນເມື່ອພະມະຫາກະສັດບໍໄດ້ປະທັບຢູ່ເມືອງຫຼວງ ຫຼື ດ້ວຍເຫດຜົນໄດໆ ທີ່ຈະບໍລິຫານຣາຊະພາຣະບໍໄດ້ ໃຫ້ຄະນະລັດຖະມົນຕີ ບໍລິຫານລາຊະພາລະນັ້ນແທນພະມະຫາກະສັດ.ມາດຕາ 10: ການກະທຳໄດໆ ຂອງພະມະຫາກະສັດ ອັນກ່ຽວດ້ວຍລາຊະການແຜ່ນດິນ ຕ້ອງທີລັດຖະມົນຕີຜູ່ໜື່ງລົງນາມສະຫຼອງ ພະບໍລົມຣາຊະອົງການ ບໍດັ່ງນັ້ນການກະທຳເປັນໂມຄະ.

ໝວດ 3 ວ່າດ້ວຍສິດທິ ແລະ ໜ້າທີ່ຂອງປະຊາຊົນລາວມາດຕາ 11: ພາຍໃຕ້ບົດບັນຍັດແຫ່ງລັດຖະທຳມະນູນນີ້ ບຸກຄົນຍ່ອມສະເໝີພາບກັນຕາມກົດໝາຍ.ມາດຕາ 12: ບຸກຄົນຍ່ອມມີຄວາມສະເໝີພາບບໍລິບູນ ໃນການນັບຖືສາສະນາ ຫຼື ລັດທິໄດໆ ມີເສລີພາບບໍລິບູນໃນຮ່າງກາຍ ເຄຫະສະຖານ ຊັບສົມບັດ ການອາຊີບ ການເວົ້າ ການໂຄສະນາ ການສຶກສາອົບຮົມ ການປະຊູມໂດຍເປີດເຜີນ ການຈັດຕັ້ງສາມະຄົມ ແລະ ການຮ້ອງທຸກ.ມາດຕາ 13: ບຸກຄົນມີໜ້າທີ່ເຄົາລົບຕໍ່ກົດໝາຍ ແລະ ມີໜ້າທີ່ປ້ອງກັນປະເທດຊາດ ຊ່ວຍເຫຼືອທາງລາຊະການ ໂດຍທາງເສັຍພາສີ ແລະ ອື່ນໆພາຍໃນຂໍ້ບັງຄັບແຫ່ງກົດໝາຍ.

ໝວດ 4 ວ່າດ້ວຍກຳມະການລາຊະດອນ ແລະ ສະພາຜູ່ແທນລາຊະດອນມາດຕາ 14: ຄະນະກຳມະການລາຊະດອນ ແມ່ນຄະນະຜູ່ກໍການປ່ຽນແປງການປົກຄອງ ຕາມຄວາມປະສົງຂອງລາຊະດອນລາວ.ມາດຕາ 15: ເມື່ອຄະນະກຳມະການລາຊະດອນ ໄດ້ຕັ້ງສະມາຊິກສະພາຜູ່ແທນລາຊະດອນ ແລະ ຄະນະລັດຖະມົນຕີຂື້ນແລ້ວ ຄະນະກຳມະການລາຊະດອນ ກໍເປັນອັນໝົດອາຍຸລົງ.ມາດຕາ 16: ສະພາຜູ່ແທນລາຊະດອນ ປະກອບດ້ວນສະມາຊິກ ເຊີ່ງຄະນະກຳມະການລາຊະດອນ ຈັດຕັ້ງຜູ່ແທນລາຊະດອນ ຈຳນວນ 45 ຄົນຂື້ນເປັນສະມາຊິກໃນສະພາ, ອາຍຸຂອງສະພາຜູ່ແທນລາຊະດອນນີ້ສີ້ນສຸດລົງ ເມື່ອໄດ້ມີການເລືອກຕັ້ງຜູ່ແທນລາຊະດອນຂື້ນໃໝ່ ຕາມລັດຖະທຳມະນູນຖາວອນ ວ່າດ້ວຍການເລືອກຕັ້ງ.ມາດຕາ 17: ກ່ອນເຂົ້າຮັບໜ້າທີ່ ສະມາຊິກສະພາຜູ່ແທນລາຊະດອນ ຕ້ອງປະຕິຍານຕົວ ໃນທີ່ປະຊູມແຫ່ງສະພາວ່າ ຈະຮັກສາໄວ້ ແລະ ປະຕິບັດຕາມລັດຖະທຳມະນູນນີ້.ມາດຕາ 18: ສະມາຊິກສະພາຜູແທນລາຊະດອນ ຍ່ອມເປັນຜູ່ແທນຂອງລາຊະດອນທົ່ວປະເທດ ຕ້ອງປະຕິບັດໜ້າທີ່ຕາມຄວາມເຫັນຂອງຕົນໂດຍອິດສະຫຼະ ແລະ ດ້ວຍຄວາມບໍລິສຸດຢູ່ທີ່ໃຈ.ມາດຕາ 19: ທີ່ປະຊູມສະພາຜູ່ແທນລາຊະດອນ ແຕ່ງຕັ້ງສະມາຊິກຕາມມະຕິຂອງສະພາ ໃຫ້ເປັນປະທານແຫ່ງສະພາ ຄົນໜື່ງ ແລະ ຮອງປະທານຄົນໜື່ງ ຫຼື ຫຼາຍຄົນກໍໄດ້.ມາດຕາ 20: ປະທານສະພາມີໜ້າທີ່ດຳເນີນກິດຈະການ ຂອງສະພາໃຫ້ເປັນໄປຕາມລະບຽບ, ຮອງປະທານສະພາມີໜ້າທີ່ດຳເນີນກິດຈະການແທນປະທານ ເມື່ອປະທານບໍຢູ່ ຫຼື ບໍສາມາດປະຕິບັດໜ້າທີ່ໄດ້.ມາດຕາ 21: ເມື່ອປະທານສະພາ ແລະ ຮອງປະທານສະພາ ບໍຢູ່ໃນທີ່ປະຊູມ ໃຫ້ສະມາຂິກເລືອກກັນເອງ ຂື່ນເປັນປະທານຊົ່ວຄາວໃນການປະຊູມນັ້ນ.ມາດຕາ 22: ການປະຊູມທຸກຄາວ ຕ້ອງມີສະມາຊິກມາປະຊູມ ບໍໜ້ອຍກວາໜື່ງໃນສາມຂອງຈຳນວນສະມາຊິກທັງໝົດຈື່ງ ເປັນອົງປະຊູມໄດ້.ມາດຕາ 23: ການລົງມະຕິໃນຂໍ້ປືກສານັ້ນ ໃຫ້ຖືເອົາສຽງສ່ວນຫຼາຍເປັນຫຼັກ, ສະມາຊິກຄົນໜື່ງ ມີສຽງໜື່ງໃນຍາມລົງຄະແນນ ຖ້າມີຈຳນວນສຽງທໍ່ກັນ ກໍໃຫ້ປະທານອອກສຽງຕື່ມອີກ ສຽງໜື່ງເປັນສຽງຊີ້ຂາດ.ມາດຕາ 24: ໃນທີ່ປະຊູມແຫ່ງສະພາ ສະມາຊິກຄົນໄດຈະກ່າວຂໍ້ຄວາມໄດໆ ໃນທາງສະແດງຂໍ້ຄວາມ ຫຼື ອອກສຽງລົງຄະແນນ ທ່ານວ່າເປັນເອກະສິດທີ່ເດັດຂາດ ຜູ່ໄດຈະນຳໄປເປັນເຫດຮ້ອງຟ້ອງສະມາຊິກຜູ່ນັ້ນ ໃນທາງໄດໆບໍໄດ້. ເອກະສິດໃນທີ່ນີ້ ຄູ້ມຄອງເຖີງຜູ່ພິມ ແລະ ຜູ່ໂຄສະນາ ງານການປະຂູມ ໂດຍຄຳສັ່ງຂອງສະພາ ແລະ ຄູ້ມຄອງໄປເຖີງບຸກຄົນທີ່ຖືກສະພາເຊີນມາສະແດງຂໍ້ຄວາມ ຫຼື ອອກຄວາມເຫັນໃນທີ່ປະຊູມດ້ວຍ.ມາດຕາ 25: ພະມະຫາກະສັດ ມີອຳນາດຮຽກປະຂູມສະພາໄດ້ທຸກເວລາ.ມາດຕາ 26: ບັນດາກົດໝາຍທັງຫຼາຍ ຈະສົມບູນເປັນກົດໝາຍໄດ້ ກໍແຕ່ໂດຍຄຳຍິນຍອມຂອງສະພາຜູ່ແທນລາຊະດອນ.ມາດຕາ 27: ເມື່ອຜູ່ແທນລາຊະດອນຕັ້ງກົດໝານຂື້ນແລ້ວ ໃຫ້ນາຍົກລັດຖະມົນຕີ ນຳຂື້ນທູນເກົ້າຖວາຍ ເມື່ອພະມະຫາກະສັດລົງພະນາມແລ້ວ ໃຫ້ປະກາດໃຊ້ເປັນກົດໝາຍບັງຄັບໄດ້.ມາດຕາ 28: ສະພາຜູ່ແທນລາຊະດອນມີອຳນາດ ຄຸມລາຊະການແຜ່ນດິນ.ມາດຕາ 29: ການປະຊູມສະພາຜູ່ແທນລາຊະດອນ ຍ່ອມເປັນການເປີດເຜີນ ແຕ່ການປະຊູມລັບກໍຍ່ອມໃຫມີຂື້ນໄດ້ ຖ້າຄະນະລັດຖະມົນຕີ ຫຼື ສະມາຂິກສະພາຈຳນວນບໍໜ້ອຍກວ່າ 15 ຄົນຂໍຮ້ອງ.ມາດຕາ 30: ສະພາຜູ່ແທນລາຊະດອນມີອຳນາດຕັ້ງ ສະມາຊິກເປັນກຳມາທິການສາມັນ ແບະ ມີອຳນາດເລືອກເອົາຜູ່ທີ່ຈະເປັນສະມາຊິກ ຫຼື ບໍໄດ້ເປັນກໍຕາມ ໃຫ້ເປັນຄະນະກຳມາທິການສາມັນ ເພື່ອກະທຳກິດຈະການ ຫຼື ພິຈາບະນາສອບສວນ ຂໍ້ຄວາມໄດໆອັນຢູ່ໃນວົງການຂອງສະພາແລ້ວ ລາຍງານຕໍ່ສະພາ ຄະນະກຳມາທິການດັ່ງກ່າວນີ້ ມີອຳນາດເຊີນບຸກຄົນອື່ນໆ ມາຊີ້ແຈງ ສະແດງຄວາມເຫັນໃນກິດຈະການທີ່ກະທຳ ຫຼື ພິຈາລະນາຢູ່ນັ້ນໄດ້. ການປະຊູມຄະນະກຳມາທິການ ຕາມວັກກ່ອນນັ້ນ ຕ້ອງມີຄະນະກຳມາທິການມາປະຊູມ ບໍໜ້ອຍກວ່າເຄີ່ງ ຈື່ງເປັນອົງປະຂູມໄດ້.ມາດຕາ 31: ສະພາຜູ່ແທນລາຊະດອນ ມີອຳນາດຕາມຂໍ້ບັງຄັບການປະຊູມ ແລະ ປືກສາຂອງສະພາ ເພື່ອດຳເນີນຕາມລັດຖະທຳມະນູນນີ້.

ໝວດ 5 ວ່າດ້ວຍຄະນະລັດຖະມົນຕີມາດຕາ 32: ຄະນະກຳມະການລາຊະດອນ ຕັ້ງຄະນະລັດຖະມົນຕີ ຂື້ນຄະນະໜື່ງປະກອບດ້ວຍ ນາຍົກລັດຖະມົນຕີຄົນໜື່ງ ແບະ ລັດຖະມົນຕີຢ່າງໜ້ອຍ 10 ຄົນ ຫຼື ຢ່າງຫຼາຍ 15 ຄົນ ໃຫ້ຄະນະລັດຖະມົນຕີມີອຳນາດໜ້າທີ່ບໍລິຫານລາຊະການແຜ່ນດິນ.ມາດຕາ 33: ສະມາຊິກສະພາຜູ່ແທນລາຊະດອນ ຜູ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີ ບໍຈຳເປັນຕ້ອງຂາດຈາກສະມາຊິກສະພາແຫ່ງຊາດ.ມາດຕາ 34: ໃນການບໍລິຫານລາຊະການແຜ່ນດິນ ຄະນະລັດຖະມົນຕິ ຕ້ອງປະຕິບັດໜ້າທີ່ດ້ວຍ ຄວາມໄວ້ວາງໃຈຂອງສະພາຜູ່ແທນລາຊະດອນ.ມາດຕາ 35: ຄະນະລັດຖະມົນຕີຕ້ອງອອກຈາກຕຳແໜ່ງ ເມື່ອອາຍຸຂອງສະພາຜູ່ແທນລາຊະດອນຊຸດທີ່ໃຫ້ຄວາມໄວ້ວາງໃຈສ້ຽງສຸດລົງ ແຕ່ຕ້ອງບໍລິຫານລາຊະການແຜ່ນດິນໄປ ຈົນກວ່າວ່າຄະນະລັດຖະມົນຕີ ທີ່ໄດ້ແຕ່ງຕັ້ງຂື້ນໃໝ່ ຈະເຂົ້າຮັບໜ້າທີ່ແທນ.ມາດຕາ 36: ພະມະຫາກະສັດ ທັງປະກາດໃຊ້ກົດໄອຍະການເສິກ ຕາມລັກສະນະ ແລະ ພິທີການໃນກົດໝາຍໄອຍະການເສິກ.ມາດຕາ 37: ພະມະຫາກະສັດທົງໄວ້ ເຊີ່ງອຳນາດໃນການປະກາດສົງຄາມ ທຳໜັງສືສັນຍາສັນຕິພາບ ສະຫງົບເສິກ ແລະ ໜັງສືສັນຍາອື່ນໆກັບນາໆປະເທດ ການປະກາດສົງຄາມນັ້ນ ທົງກະທຳໄດ້ໂດຍບໍຂັດຕໍ່ຂໍ້ປະຊູມຂອງໂລກ.ມາດຕາ 38: ພະມະຫາກະສັດທົງໄສ້ເຊີ່ງອຳນາດ ທີ່ຈະພະລາຊະທານອະໄພຍະໂທດ.ມາດຕາ 39: ພະມະຫາກະສັດ ທົງໄວ້ເຊີ່ງອຳນາດ ທີ່ຈະອອກພະລາຊະອົງການອັນຂັດຕໍ່ກົດໝາຍ.

ໝວດ 6 ວ່າດ້ວຍສານມາດຕາ 40: ການພິຈາລະນາພິພາກສາຄະດີ ໃຫ້ເປັນອຳນາດຂອງສານ ໂດຍຈຳເພາະເຊີ່ງຈະຕ້ອງ ເຮັດຕາມກົດໝາຍ ແລະ ໃນນາມຂອງພະມະຫາກະສັດ.ມາດຕາ 41: ບັນດາສານທັງຫຼາຍ ຈະຕັ້ງຂື້ນໂດຍອາໄສກົດໝາຍ.ມາດຕ່ 42: ຫົວໜ້າສານຍ່ອມມີອິດສະຫຼະ ໃນການພິຈາລະນາ ແລະ ພິພາກສາຄະດີໃຫ້ເປັນໄປຕາມກົດໝາຍ.

ວັນທີ 12 ຕຸລາ ພ.ສ. 2488 ເວລາ 08 : 00 ມ.(ລົງນາມ) ຄຳມ້າວປະທານກຳມະການລາຊະດອນ.

17 ສິງຫາ 1945 ຜູ່ຕາງໜ້າອຳນາດສູງສຸດຟາດຊິດຍີ່ປຸນຢູ່ລາວ ຈຳຕ້ອງມອບໜ້າທີ່ບໍລິຫານບ້ານເມືອງ ໃຫ້ອົງການປົກຄອງລາວ ໃນເວລານັ້ນໂດຍແມ່ນ ເຈົ້າເພັດຊະຣາດເປັນຜູ່ຕາງໜ້າ ແລະ ຮັບມອບເອົາຢູ່ນະຄອນວຽງຈັນ ລວມມີປືນເຫຼັກຍາວ 150 ກະບອກ, ປືນກົນຈັກ 04 ກະບອກ ແລະ ອາວຸດອື່ນໆອີກ; (2). 23 ສິງຫາ 1945 ມະຫາຊົນທຸກຊ້ນຄົນ ໄດ້ມາຮວມຊູມນຸມຢູ່ສະໜາມກິລານະຄອນຫຼວງວຽງຈັນ ແລະ ອອກຖະແຫຼງການຂອງປະຊາຊົນລາວ ທີ່ຕ້ອງການ “ເອກະລາດແຫ່ງຊາດ ແລະ ອິດສະລະພາບ” (3). 28 ສິງຫາ 1945 ເຈົ້າເພັດຊະຣາຊ ໄດ້ອອກຄຳສັ່ງເຖີງບັນດາເຈົ້າແຂວງ ໃຫ້ຮັບຮູ້ສະຖານະການພາຍໃນ ແລະ ສາກົນທີ່ມີການປ່ຽນແປງ ແລະ ເອົາໃຈໄສ່ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍພາຍໃນທ້ອງຖີ່ນຂອງຕົນຢ່າງເຄັ່ງຄັດ ແລະ ສຸດຄວາມສາມາດ;(4). 30 ສິງຫາ 1945 ເຈົ້າຊີວິດ ສີສະຫວ່າງວົງ ໄດ້ອະນຸຍາດໃຫ້ະຫານຄອມມັງໂດຝຣັ່ງເສດ ນຳໂດຍພັນເອກອິນແຟນ ເຂົ້າມາຕັ້ງທີ່ໝັ້ນຢູ່ຫຼວງພະບາງ ແລະ ຈັດພິທີທາງການຍື່ນສານພິເສດ ເຖີງລັດຖະບານຝຣັ່ງ ທີ່ໄດ້ບັນຈຸຂໍ້ຄວາມເຖີງ “ຄວາມຈົງຮັກພັກດີຂອງຣາຊະສຳນັກຫຼວງພະບາງ ແລະ ຮຽກຮ້ອງໃຫ້ຝຣັ່ງກັບຄືນມາປົກຄອງລາວອີກຄັ້ງໂດຍໄວ”;(5). 01 ກັນຍາ 1945 ເຈົ້າເພັດຊະຣາຊ ບົນພື້ນຖານກຳລັງແຮງມະຫາຊົນ ແລະ ດ້ວຍນໍ້າໃຈຮັກຊາດ ຮັກເອກະລາດ, ໃນຖານະເປັນມະຫາອຸປະຣາຊ ແລະ ນາຍົກລັດຖະມົນຕີຂອງລັດຖະບານຣາຊະອານາຈັກຫຼວງພະບາວ ໄດ້ອອກຖະແຫຼງການປະກາດ “ສິດອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ ແລະ ບັນດາສັນຍາ ຂໍ້ຜູກພັນທາງການເມືອງທີ່ເຄີຍມີມາລະຫວ່າງລາວ ແລະ ຝຣັ່ງ ຖືວ່າໝົດຄຸນຄ່າ ແລະ ຕົກເປັນໂມຄະທັງສີ້ນ, ປະຊາຊົນລາວຂໍຫ້າມຢ່າວເດັດຂາດ ບໍ່ໃຫ້ຝຣັ່ງເຂົ້າມາຫຍູ້ງກ່ຽວ ແລະ ແຊກແຊກກິດຈະການພາຍໃນຂອງລາວ ແລະ ປະເທດລາວກໍພ້ອມເພື້ອຮ່ວມມືກັບກຳລັງສຳພັນທະມິດ ໃນໜ້າທີ່ກວດລ້າງກຳລັງຟາດຊິດໃຫ້ເສັດສີ້ນໄປ ໂດຍສະເພາະຢູ່ຜືນແຜ່ນດິນລາວ”;(6). 02 ກັນຍາ 1945 ປະທານໂຮຈີມິນ ໄດ້ປະກາດຖະແຫຼງການ ສ້າງຕັ້ງ “ສາທາລະນະລັດສັງຄົມນິຍົມຫວຽດນາມ” ເປັນລັດແບບໃໝ່ຂອງຊົນຂັ້ນກຳມະກອນ-ຊາວນາ ພາຍໄຕ້ການນຳພາຂອງພັກຄອມມູນິດອິນດູຈີນ ນະຄອນຫຼວງຮາໂນຍ;(7). 06 ກັນຍາ 1945 ມວນຊົນແຂວງສະຫວັນນະເຂດ ໄດ້ຊູມນູມຮັບຕ້ອນ ສະເດັດເຈົ້າ ສຸພານຸວົງ ທີ່ໄດ້ເດີນທາງມາປະກອບສ່ວນເຂົ້າໃນພາລະກິດ ການຕໍ່ສູ້ຂອງປະຊາຊົນລາວ;(8). 15 ກັນຍາ 1945 ເຈົ້າເພັດຊະລາຊ ໄດ້ປະກາດເຕົ້າໂຮມອຳນາດການປົກຄອງທຸກໆແຂວງຂອງປະເທດລາວ ເຂົ້າເປັນເອກະພາບໃນຜືນແຜ່ນດິນຕອນດຽວກັນ ຮວມອຳນາດສອງອານາຈັກຫຼວງພະພະບາງ ແລະ ຈຳປາສັກ;(9). 17 ກັນຍາ 1945 ກຳລັງປະກອບອາວຸດປະຊາຂົນໄດ້ຕໍ່ສູ້ກັບກອງທະຫານຄອມມັງໂດຝຣັ່ງ ທີ່ບຸກໂຈມຕີຢ່າງຮຸນແຮງຫວັງຈະຍຶດເອົາເມືອງເຊໂນ ແລະ ແກ້ງກອກ ດ້ວຍໃຊຊະນະເຮັດໃຫ້ພວກຝຣັ່ງແຕກໜີຖອຍຢ່າງບໍເປັນລະບຽບ;(10). 23 ກັນຍາ 1945 ເຈົ້າຊີວິດສີສະຫວ່າງວົງ ໄດ້ສົມທົບກັບຝຣັ່ງ ຈັດພິທີຮັບຕ້ອນກອງທະຫານຈີນກົງມິນຕັງ ເພື່ອຫວັງເອົາເປັນກຳລັງພັນທະມິດ ຈຳນວນ 16.000 ຄົນ ຢູ່ເດີ່ນກິລາຫຼວງພະບາງ ເພື່ອຕ້ອງການທຳລາຍກຳລັງປະຕິວັດປະຊາຊົນທີ່ຍັງອ່ອນນ້ອຍ;(11). 04 ຕຸລາ 1945 ເຈົ້າເພັດຊະຣາຊ ໄດ້ຕາງໜ້າອຳນາດການປົກຄອງສູນກາງຂອງປະເທດລາວ ໄດ້ອອກຖະແຫຼງການຮຽກຮ້ອງມາຍັງ ບັນດາປະເທດຝ່າຍສຳພັນທະມິດ ຈົ່ງຮັບຮູ້ລັດຖະບານລາວ ແລະ ເຄົາລົບເອກະລາດ ສິດອຳນາດ ອະທິປະໄຕ ອັນຄົບຖ້ວນຂອງແຜ່ນດິນລາວ;(12). 08 ຕຸລາ 1945 ບັນດາຜູ່ຊົງຄຸນວຸດທິ ຂ້າຣາຊະການຊັ້ນສູງ ຜູ່ຮັກຊາດຈທກທຸກທ່າອ່ຽງທາງດ້ານການເມືອງ ໄດ້ມາເຕົ້າໂຮມກັນ ປຶກສາຫາລືບັນຫາອັນຮີບດ່ວນ ແລະ ຕັດສິນຊາຕາກຳຂອງຜະເທດຊາດ ໂດຍໄດ້ສ້າງຕັ້ງເປັນ “ຄະນະກຳມະການລາດຊະດອນ ຫຼື ກຳມະການປະຊາຊົນ” ແລະ ດຳເນີນກະກຽມວຽກງານຕ່າງໆທີ່ສຳຄັນທີ່ສຸດຄື “ສ້າງຕັ້ງຄະນະລັດຖະບານຂື້ນ, ຮ່າງລັດຖະທຳມະນູນແຫ່ງຊາດ, ປະກາດເອກະລາດແຫ່ງຂາດຕໍ່ຊາວໂລກ ແລະ ເດັດດ່ຽວປົກປັກຮັກສາ ເອກະລາດ ແລະ ອິດສະລະພາບໄວ້ໃຫ້ໝັ້ນຄົງ”;(13). 10 ຕຸລາ 1945 ເຈົ້າຊີວິດສີສະຫວ່າງວົງ ພາຍໄຕ້ການບັນຊາຂອງຝຣັ່ງເສດ ໄດ້ອອກຄຳສັ່ງ ຣາຊະອົງການ ດຳເນີນການປົດຂັ້ນຕຳແໜ່ງ ເຈົ້າເພັດຊະລາຊ ອອກຈາກຕຳແໜ່ງນາຍົກລັດຖະມົນຕີ ແລະ ຍົດຖານັນດອນສັກ ມະຫາອຸປະຣາຊ;(14). 12 ຕຸລາ 1945 ເວລາ 07 ໂມງເຊົ້າ,ມວນມະຫາຊົນຊາວນະຄອນຫຼວງວຽງຈັນ ແລະ ອື່ນໆ ໄດ້ມາເຕົ້າໂຮມກັນຢ່າງຄັບຄາໜາແໜ້ນ ຕໍ່ໜ້າຫ້ອງການແຂວງ ແລະ ອັ່ງອໍກະຈາຍໄປທົ່ວຖະນົນບໍລິເວນນັ້ນ ດ້ວຍຄວາມຮູ້ສຶກຕື້ນຕັນໃຈ ແລະ ຈົດຈໍ່ລໍຄອຍເຫດການອັນສຳຄັນຄັ້ງນັ້ນ, ພິທີໂຮມຊູມນຸມໄດ້ເລີ່ມຂື້ນເວລາ 07 ໂມງ 30 ໂດຍພະຍາ ຄຳມ້າວ ເຈົ້າແຂວງວຽງຈັນໄດ້ອ່ານບົດປາໄສ ກ່າວເຖີງເຫດການປະຫວັດສາດອັນສຳຄັນຂອງຊາດ ຕໍ່ທີ່ຊູມນຸມ ແລະ ໄດ້ຮັບການສະໜັບສະນູນດ້ວຍສຽງຕົບມື ແລະ ສຽງຮ້ອງໄຊໂຍເປັນໄລຍະ;(15) ທ່ານ ທຳ ໄຊຍະສິດເສນາ ກຳມະການໃນຄະນະກຳມະການປະຊາຊົນ ໄດ້ອ່ານຄຳປະກາດເອກະລາດ ແລະ ອິດສະຫຼະພາບແຫ່ງປະເທດລາວ, ພາຍໃນຄຳປະກາດໄດ້ໂຮມແຜ່ນດິນລາວເຂົ້າເປັນອັນໜື່ງອັນດຽວກັນ ປະກາດໃຊ້ລັດຖະທຳມະນູນຊົ່ວຄາວ ແລະ ແຕ່ງຕັ້ງ ຄະນະລັດຖະບານອິດສະຫຼະຂອງປະເທດລາວເອກະລາດ.

(II). ຄະນະລັດຖະບານລາວອິດສະຫຼະ ປະກອບດ້ວຍ:(1). ພະຍາ ຄຳມ້າວ ວິໄລ, ນາຍົກລັດຖະມົນຕີ;(2). ທ່ານ ກະຕ່າຍ ໂດນສະໂສລິດ, ລັດຖະມົນຕີ ກະຊວງການຄັງ;(3). ທ່ານ ຫຍຸຍ ອະໄພ, ລັດຖະມົນຕີ ກະຊວງສຶກສາທິການ;(4). ເຈົ້າ ສຸວັນນະພູມາ, ລັດຖະມົນຕີ ກະຊວງໂຍທາທິການ;(5). ພັນຕີ ສີງ ຣັດຕະນະສະໄໝ, ລັດຖະມົນຕີ ກະຊວງປ້ອງກັນປະເທດ;(6). ເຈົ້າ ສຸພານຸວົງ, ລັດຖະມົນຕີ ກະຊວງການຕ່າງປະເທດ;(7). ທ່ານ ອຸ່ນ ຊະນະນິກອນ, ລັດຖະມົນຕີກະຊວງ ເສດຖະກິດ;(8). ເພັຍ ອຸ່ນເຮືອນ, ລັດຖະມົນຕີຊ່ວຍ ກະຊວງມະຫາດໄທ ແລະ ຍຸດຕິທຳ;(9). ທ່ານ ເກືອງ ປະທຸມຊາດ, ລັດຖະມົນຕີ ກະຊວງກະເສດ;(10). ທ່ານ ທຳ ໄຊຍະສິດເສນາ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ;(11). ເຈົ້າສົມສະໜິດ, ຮອງລັດຖະມົນຕີ ກະຊວງມະຫາດໄທ ແລະ ຍຸດຕິທຳ.

(III). ຄະນະລັດຖະບານຍັງໄດ້ຮັບຮອງ ແລະ ແຕ່ງຕັ້ງເອົາຄະນະຜູ່ກໍ່ການດຳລົງຕຳແໜ່ງເພີ່ມເຕີມ: (1). ທ້າວ ບົງ ສີລັດຕະນະກູນ ເປັນເລຂານຸການ ນາຍົກລັດຖະມົນຕີ, (2). ມະຫາ ສີລາ ວິຣະວົງ ເປັນທີ່ປຶກສາກະຊວງ ສຶກສາທິການ ແລະ (3). ທ່ານ ປະສານ ທອງພັກດີ ເປັນເລຂາຄະນະ ລັດຖະມົນຕີ.

(IV). ສະພາປະຊາຊົນຕາມລັດຖະທຳມະນູນປະກອບດ້ວຍ:(1). ທ່ານ ຄູນ ພິລາວັນ, ປະທານສະພາ;(2). ທ່ານ ຄຳໄບ ພິລາພັນເດດ, ຮອງປະທານສະພາ,(3). ທ່ານ ຄຳພອນ ພົມຣາດ, ເລຂາທິການສະພາ;(4). 39 ທ່ານ ສະມາຊິກ, ຕົວແທນໃຫ້ແກ່ຊົນຂັ້ນ ແລະ ຊັ້ນຄົນຕ່າງໆ.
(V). ລັດຖະທຳມະນູນແຫ່ງພະຣາຊະອານາຈັກລາວ (ສະບັບຊົ່ວຄາວ ປະກາດໄຊ້ໃນວັນທີ 12 ຕຸລາ 1945):

ສຸພາມັດສະດຸພະພຸທສາສະໜາຍຸການລ່ວງແລ້ວ 2488 ວັດສາ ປະຈຸບັນສະໄໝຈັນທະຣະຄະຕິນິຍົມປະຖົມກັດຕິກາມາດ ສຸກຣະປັກ ສັດຕະມະດີຖີ ສຸຣິຍະຄະຕິການ ຕຸລາຄົມມາດທະຍາທະສະ ສຸຣະທິນ ສຸກຣະວານ ໂດຍກຳນົດບັນດາອານາປະຊາຣາສະດອນ ແຫ່ງປະເທດລາວທັງໝົດ ມີຄວາມເຫັນເປັນເອກະສັນອັນໜື່ງອັນດຽວກັນວ່າ ເວລານີ້ເປັນເວລາອັນສົວຄວນແລ້ວ ທີ່ປະເທດລາວຂອງເຮົາ ຈະໄດ້ມີການປົກຄອງໂດຍລັດຖະທຳມະນູນ ຄືກັບອາອາຣະຍະປະເທດທັງຫຼາຍ.

ສະນັ້ນຄະນະກຳມະການ ລາສະດອນ ຈື່ງເຫັນພ້ອມກັນ ໃຫ້ຕາກົດໝາຍລັດຖະທຳມະນູນນີ້ ຂື້ນໄວ້ເປັນຫຼັກ ປົກຄອງຂອງປະເທດລາວສືບໄປ.ໝວດ 1 ວ່າດ້ວຍດິນແດນມາດຕາ 1: ປະເທດລາວເປັນອັນໜື່ງອັນດຽວກັນ ຜູ່ໄດຈະແບ່ງແຍກອອກບໍໄດ້.ມາດຕາ 2: ດິນແດນປະເທດລາວປະກອບດ້ວຍ 11 ແຂວງຄື: 1. ແຂວງຜົ້ງສາລີ, 2. ແຂວງຫ້ວຍຊາຍ, 3. ແຂວງຫຼວງພະບາງ, 4. ແຂວງຊຳເໜືອ, 5. ແຂວງຊຽງຂວາງ, 6. ແຂວງວຽງຈັນ, 7. ແຂວງທ່າແຂກ. 8. ແຂວງສະຫວັນນະເຂດ, 9. ແຂວງສາລະວັນ, 10. ແຂວງອັດຕະປື. 11. ແຂວງປາກເຊ.ມາດຕາ 3: ເມືອງຫຼວງຂອງປະເທດລາວຕັ້ງຢູ່ວຽງຈັນ.

ໝວດ 2 ວ່າດ້ວຍມະຫາກະສັດມາດຕາ 4: ອຳນາດອະທິປະໄຕ ຍ່ອມມາຈາກປວງຊົນລາວ ພະມະຫາກະສັດຜູ່ເປັນພະປະມຸກຂອງປະເທດທັງໃຊ້ອຳນາດນັ້ນ ແຕ່ໂດຍບົດບັນຍັດແຫ່ງລັດຖະທຳມະນູນນັ້ນ.ມາດຕາ 5: ພະມະຫາກະສັດ ທົງໃຊ້ອຳນາດນິຕິບັນຍັດ ໂດຍຄວາມແນະນຳ ແລະ ຍິນຍອມຂອງສະພາຜູ່ແທນລາຊະດອນ.ມາດຕາ 6: ພະມະຫາກະສັດ ທົງໃຊ້ອຳນາດບໍລິຫານທາງຄະນະລັດຖະມົນຕີ.ມາດຕາ 7: ພະມະຫາກະສັດທົງໃຊ້ອຳນາດຕຸລາການທາງສານ ທີ່ໄດ້ຕ໊ງຂື້ນຕາມກົດໝາຍ.ມາດຕາ 8: ເມື່ອຕຳແໜ່ງພະມະຫາກະສັດຍັງເປົ່າຫວ່າງຢູ່ ໃຫ້ຄະນະລັດຖະມົນຕີ ບໍລິຫານພະຣາຊະພາຣະນັ້ນ ໄປຈົນກວ່າສະພາຜູ່ແທນລາດສະດອນ ໄດ້ອັງເຊີນເອົາພະມະຫາກະສັດຂື້ນສະເຫວີຍຣາດ.ມາດຕາ 9: ໃນເມື່ອພະມະຫາກະສັດບໍໄດ້ປະທັບຢູ່ເມືອງຫຼວງ ຫຼື ດ້ວຍເຫດຜົນໄດໆ ທີ່ຈະບໍລິຫານຣາຊະພາຣະບໍໄດ້ ໃຫ້ຄະນະລັດຖະມົນຕີ ບໍລິຫານລາຊະພາລະນັ້ນແທນພະມະຫາກະສັດ.ມາດຕາ 10: ການກະທຳໄດໆ ຂອງພະມະຫາກະສັດ ອັນກ່ຽວດ້ວຍລາຊະການແຜ່ນດິນ ຕ້ອງທີລັດຖະມົນຕີຜູ່ໜື່ງລົງນາມສະຫຼອງ ພະບໍລົມຣາຊະອົງການ ບໍດັ່ງນັ້ນການກະທຳເປັນໂມຄະ.

ໝວດ 3 ວ່າດ້ວຍສິດທິ ແລະ ໜ້າທີ່ຂອງປະຊາຊົນລາວມາດຕາ 11: ພາຍໃຕ້ບົດບັນຍັດແຫ່ງລັດຖະທຳມະນູນນີ້ ບຸກຄົນຍ່ອມສະເໝີພາບກັນຕາມກົດໝາຍ.ມາດຕາ 12: ບຸກຄົນຍ່ອມມີຄວາມສະເໝີພາບບໍລິບູນ ໃນການນັບຖືສາສະນາ ຫຼື ລັດທິໄດໆ ມີເສລີພາບບໍລິບູນໃນຮ່າງກາຍ ເຄຫະສະຖານ ຊັບສົມບັດ ການອາຊີບ ການເວົ້າ ການໂຄສະນາ ການສຶກສາອົບຮົມ ການປະຊູມໂດຍເປີດເຜີນ ການຈັດຕັ້ງສາມະຄົມ ແລະ ການຮ້ອງທຸກ.ມາດຕາ 13: ບຸກຄົນມີໜ້າທີ່ເຄົາລົບຕໍ່ກົດໝາຍ ແລະ ມີໜ້າທີ່ປ້ອງກັນປະເທດຊາດ ຊ່ວຍເຫຼືອທາງລາຊະການ ໂດຍທາງເສັຍພາສີ ແລະ ອື່ນໆພາຍໃນຂໍ້ບັງຄັບແຫ່ງກົດໝາຍ.
ໝວດ 4 ວ່າດ້ວຍກຳມະການລາຊະດອນ ແລະ ສະພາຜູ່ແທນລາຊະດອນມາດຕາ 14: ຄະນະກຳມະການລາຊະດອນ ແມ່ນຄະນະຜູ່ກໍການປ່ຽນແປງການປົກຄອງ ຕາມຄວາມປະສົງຂອງລາຊະດອນລາວ.ມາດຕາ 15: ເມື່ອຄະນະກຳມະການລາຊະດອນ ໄດ້ຕັ້ງສະມາຊິກສະພາຜູ່ແທນລາຊະດອນ ແລະ ຄະນະລັດຖະມົນຕີຂື້ນແລ້ວ ຄະນະກຳມະການລາຊະດອນ ກໍເປັນອັນໝົດອາຍຸລົງ.ມາດຕາ 16: ສະພາຜູ່ແທນລາຊະດອນ ປະກອບດ້ວນສະມາຊິກ ເຊີ່ງຄະນະກຳມະການລາຊະດອນ ຈັດຕັ້ງຜູ່ແທນລາຊະດອນ ຈຳນວນ 45 ຄົນຂື້ນເປັນສະມາຊິກໃນສະພາ, ອາຍຸຂອງສະພາຜູ່ແທນລາຊະດອນນີ້ສີ້ນສຸດລົງ ເມື່ອໄດ້ມີການເລືອກຕັ້ງຜູ່ແທນລາຊະດອນຂື້ນໃໝ່ ຕາມລັດຖະທຳມະນູນຖາວອນ ວ່າດ້ວຍການເລືອກຕັ້ງ.ມາດຕາ 17: ກ່ອນເຂົ້າຮັບໜ້າທີ່ ສະມາຊິກສະພາຜູ່ແທນລາຊະດອນ ຕ້ອງປະຕິຍານຕົວ ໃນທີ່ປະຊູມແຫ່ງສະພາວ່າ ຈະຮັກສາໄວ້ ແລະ ປະຕິບັດຕາມລັດຖະທຳມະນູນນີ້.ມາດຕາ 18: ສະມາຊິກສະພາຜູແທນລາຊະດອນ ຍ່ອມເປັນຜູ່ແທນຂອງລາຊະດອນທົ່ວປະເທດ ຕ້ອງປະຕິບັດໜ້າທີ່ຕາມຄວາມເຫັນຂອງຕົນໂດຍອິດສະຫຼະ ແລະ ດ້ວຍຄວາມບໍລິສຸດຢູ່ທີ່ໃຈ.ມາດຕາ 19: ທີ່ປະຊູມສະພາຜູ່ແທນລາຊະດອນ ແຕ່ງຕັ້ງສະມາຊິກຕາມມະຕິຂອງສະພາ ໃຫ້ເປັນປະທານແຫ່ງສະພາ ຄົນໜື່ງ ແລະ ຮອງປະທານຄົນໜື່ງ ຫຼື ຫຼາຍຄົນກໍໄດ້.ມາດຕາ 20: ປະທານສະພາມີໜ້າທີ່ດຳເນີນກິດຈະການ ຂອງສະພາໃຫ້ເປັນໄປຕາມລະບຽບ, ຮອງປະທານສະພາມີໜ້າທີ່ດຳເນີນກິດຈະການແທນປະທານ ເມື່ອປະທານບໍຢູ່ ຫຼື ບໍສາມາດປະຕິບັດໜ້າທີ່ໄດ້.ມາດຕາ 21: ເມື່ອປະທານສະພາ ແລະ ຮອງປະທານສະພາ ບໍຢູ່ໃນທີ່ປະຊູມ ໃຫ້ສະມາຂິກເລືອກກັນເອງ ຂື່ນເປັນປະທານຊົ່ວຄາວໃນການປະຊູມນັ້ນ.ມາດຕາ 22: ການປະຊູມທຸກຄາວ ຕ້ອງມີສະມາຊິກມາປະຊູມ ບໍໜ້ອຍກວາໜື່ງໃນສາມຂອງຈຳນວນສະມາຊິກທັງໝົດຈື່ງ ເປັນອົງປະຊູມໄດ້.ມາດຕາ 23: ການລົງມະຕິໃນຂໍ້ປືກສານັ້ນ ໃຫ້ຖືເອົາສຽງສ່ວນຫຼາຍເປັນຫຼັກ, ສະມາຊິກຄົນໜື່ງ ມີສຽງໜື່ງໃນຍາມລົງຄະແນນ ຖ້າມີຈຳນວນສຽງທໍ່ກັນ ກໍໃຫ້ປະທານອອກສຽງຕື່ມອີກ ສຽງໜື່ງເປັນສຽງຊີ້ຂາດ.ມາດຕາ 24: ໃນທີ່ປະຊູມແຫ່ງສະພາ ສະມາຊິກຄົນໄດຈະກ່າວຂໍ້ຄວາມໄດໆ ໃນທາງສະແດງຂໍ້ຄວາມ ຫຼື ອອກສຽງລົງຄະແນນ ທ່ານວ່າເປັນເອກະສິດທີ່ເດັດຂາດ ຜູ່ໄດຈະນຳໄປເປັນເຫດຮ້ອງຟ້ອງສະມາຊິກຜູ່ນັ້ນ ໃນທາງໄດໆບໍໄດ້. ເອກະສິດໃນທີ່ນີ້ ຄູ້ມຄອງເຖີງຜູ່ພິມ ແລະ ຜູ່ໂຄສະນາ ງານການປະຂູມ ໂດຍຄຳສັ່ງຂອງສະພາ ແລະ ຄູ້ມຄອງໄປເຖີງບຸກຄົນທີ່ຖືກສະພາເຊີນມາສະແດງຂໍ້ຄວາມ ຫຼື ອອກຄວາມເຫັນໃນທີ່ປະຊູມດ້ວຍ.ມາດຕາ 25: ພະມະຫາກະສັດ ມີອຳນາດຮຽກປະຂູມສະພາໄດ້ທຸກເວລາ.ມາດຕາ 26: ບັນດາກົດໝາຍທັງຫຼາຍ ຈະສົມບູນເປັນກົດໝາຍໄດ້ ກໍແຕ່ໂດຍຄຳຍິນຍອມຂອງສະພາຜູ່ແທນລາຊະດອນ.ມາດຕາ 27: ເມື່ອຜູ່ແທນລາຊະດອນຕັ້ງກົດໝານຂື້ນແລ້ວ ໃຫ້ນາຍົກລັດຖະມົນຕີ ນຳຂື້ນທູນເກົ້າຖວາຍ ເມື່ອພະມະຫາກະສັດລົງພະນາມແລ້ວ ໃຫ້ປະກາດໃຊ້ເປັນກົດໝາຍບັງຄັບໄດ້.ມາດຕາ 28: ສະພາຜູ່ແທນລາຊະດອນມີອຳນາດ ຄຸມລາຊະການແຜ່ນດິນ.ມາດຕາ 29: ການປະຊູມສະພາຜູ່ແທນລາຊະດອນ ຍ່ອມເປັນການເປີດເຜີນ ແຕ່ການປະຊູມລັບກໍຍ່ອມໃຫມີຂື້ນໄດ້ ຖ້າຄະນະລັດຖະມົນຕີ ຫຼື ສະມາຂິກສະພາຈຳນວນບໍໜ້ອຍກວ່າ 15 ຄົນຂໍຮ້ອງ.ມາດຕາ 30: ສະພາຜູ່ແທນລາຊະດອນມີອຳນາດຕັ້ງ ສະມາຊິກເປັນກຳມາທິການສາມັນ ແບະ ມີອຳນາດເລືອກເອົາຜູ່ທີ່ຈະເປັນສະມາຊິກ ຫຼື ບໍໄດ້ເປັນກໍຕາມ ໃຫ້ເປັນຄະນະກຳມາທິການສາມັນ ເພື່ອກະທຳກິດຈະການ ຫຼື ພິຈາບະນາສອບສວນ ຂໍ້ຄວາມໄດໆອັນຢູ່ໃນວົງການຂອງສະພາແລ້ວ ລາຍງານຕໍ່ສະພາ ຄະນະກຳມາທິການດັ່ງກ່າວນີ້ ມີອຳນາດເຊີນບຸກຄົນອື່ນໆ ມາຊີ້ແຈງ ສະແດງຄວາມເຫັນໃນກິດຈະການທີ່ກະທຳ ຫຼື ພິຈາລະນາຢູ່ນັ້ນໄດ້. ການປະຊູມຄະນະກຳມາທິການ ຕາມວັກກ່ອນນັ້ນ ຕ້ອງມີຄະນະກຳມາທິການມາປະຊູມ ບໍໜ້ອຍກວ່າເຄີ່ງ ຈື່ງເປັນອົງປະຂູມໄດ້.ມາດຕາ 31: ສະພາຜູ່ແທນລາຊະດອນ ມີອຳນາດຕາມຂໍ້ບັງຄັບການປະຊູມ ແລະ ປືກສາຂອງສະພາ ເພື່ອດຳເນີນຕາມລັດຖະທຳມະນູນນີ້.

ໝວດ 5 ວ່າດ້ວຍຄະນະລັດຖະມົນຕີມາດຕາ 32: ຄະນະກຳມະການລາຊະດອນ ຕັ້ງຄະນະລັດຖະມົນຕີ ຂື້ນຄະນະໜື່ງປະກອບດ້ວຍ ນາຍົກລັດຖະມົນຕີຄົນໜື່ງ ແບະ ລັດຖະມົນຕີຢ່າງໜ້ອຍ 10 ຄົນ ຫຼື ຢ່າງຫຼາຍ 15 ຄົນ ໃຫ້ຄະນະລັດຖະມົນຕີມີອຳນາດໜ້າທີ່ບໍລິຫານລາຊະການແຜ່ນດິນ.ມາດຕາ 33: ສະມາຊິກສະພາຜູ່ແທນລາຊະດອນ ຜູ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີ ບໍຈຳເປັນຕ້ອງຂາດຈາກສະມາຊິກສະພາແຫ່ງຊາດ.ມາດຕາ 34: ໃນການບໍລິຫານລາຊະການແຜ່ນດິນ ຄະນະລັດຖະມົນຕິ ຕ້ອງປະຕິບັດໜ້າທີ່ດ້ວຍ ຄວາມໄວ້ວາງໃຈຂອງສະພາຜູ່ແທນລາຊະດອນ.ມາດຕາ 35: ຄະນະລັດຖະມົນຕີຕ້ອງອອກຈາກຕຳແໜ່ງ ເມື່ອອາຍຸຂອງສະພາຜູ່ແທນລາຊະດອນຊຸດທີ່ໃຫ້ຄວາມໄວ້ວາງໃຈສ້ຽງສຸດລົງ ແຕ່ຕ້ອງບໍລິຫານລາຊະການແຜ່ນດິນໄປ ຈົນກວ່າວ່າຄະນະລັດຖະມົນຕີ ທີ່ໄດ້ແຕ່ງຕັ້ງຂື້ນໃໝ່ ຈະເຂົ້າຮັບໜ້າທີ່ແທນ.ມາດຕາ 36: ພະມະຫາກະສັດ ທັງປະກາດໃຊ້ກົດໄອຍະການເສິກ ຕາມລັກສະນະ ແລະ ພິທີການໃນກົດໝາຍໄອຍະການເສິກ.ມາດຕາ 37: ພະມະຫາກະສັດທົງໄວ້ ເຊີ່ງອຳນາດໃນການປະກາດສົງຄາມ ທຳໜັງສືສັນຍາສັນຕິພາບ ສະຫງົບເສິກ ແລະ ໜັງສືສັນຍາອື່ນໆກັບນາໆປະເທດ ການປະກາດສົງຄາມນັ້ນ ທົງກະທຳໄດ້ໂດຍບໍຂັດຕໍ່ຂໍ້ປະຊູມຂອງໂລກ.ມາດຕາ 38: ພະມະຫາກະສັດທົງໄສ້ເຊີ່ງອຳນາດ ທີ່ຈະພະລາຊະທານອະໄພຍະໂທດ.ມາດຕາ 39: ພະມະຫາກະສັດ ທົງໄວ້ເຊີ່ງອຳນາດ ທີ່ຈະອອກພະລາຊະອົງການອັນຂັດຕໍ່ກົດໝາຍ.

ໝວດ 6 ວ່າດ້ວຍສານມາດຕາ 40: ການພິຈາລະນາພິພາກສາຄະດີ ໃຫ້ເປັນອຳນາດຂອງສານ ໂດຍຈຳເພາະເຊີ່ງຈະຕ້ອງ ເຮັດຕາມກົດໝາຍ ແລະ ໃນນາມຂອງພະມະຫາກະສັດ.ມາດຕາ 41: ບັນດາສານທັງຫຼາຍ ຈະຕັ້ງຂື້ນໂດຍອາໄສກົດໝາຍ.ມາດຕ່ 42: ຫົວໜ້າສານຍ່ອມມີອິດສະຫຼະ ໃນການພິຈາລະນາ ແລະ ພິພາກສາຄະດີໃຫ້ເປັນໄປຕາມກົດໝາຍ.

ວັນທີ 12 ຕຸລາ ພ.ສ. 2488 ເວລາ 08 : 00 ມ.(ລົງນາມ) ຄຳມ້າວປະທານກຳມະການລາຊະດອນ.

ຂໍ້​ມູນ ແລະ​ຮູບ​ພາບ: Sourioudong Sundara, Hongheun Khounphitha & Sengphuxay Inthavikham

Hits: 300

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້