ບັນຍາກາດທີ່ຄຶກຄັກ ບັນຍາກາດແຫ່ງຄວາມອີ່ມບຸນ ທີ່ເກີດມາຈາດຄວາມສັດທາຂອງພຸດທະບໍລິສັດທັງຫລາຍໃນບຸນພະເຫວດຕາມບ້ານຕ່າງຢູ່ແຕ່ລະທ້ອງຖິ່ນນັ້ນ ຄິດວ່າພາບເຫລົ່ານີ້ຍັງຄົງຕິດຕາດ້ວຍຄວາມປະທັບໃຈຂອງໝູ່ເຮົາເຈົ້າຂ້ອຍຢູ່.ທັງນີ້ບຸນພະເຫວດເປັນປາງບຸນໃຫຍ່ທີ່ສືບທອດປະຕິບັດກັນມາແຕ່ບູຮານນະການ ແລະ ນັບມື້ໄດ້ຮັບເສີມຂະຫຍາຍໃຫ້ຄົງຢູ່ຄູ່ຄົນລາວຊາດລາວຕະຫລອດໄປ. ຄວາມຈິງແລ້ວ,ບຸນພະເຫວດມີຊື່ເອີ້ນອີກຢ່າງໜຶ່ງວ່າ “ບຸນມະຫາຊາດ” ເຊິ່ງກິດຈະກຳທີ່ເປັນຫົວໃຈສຳຄັນໃຈກໍຄືການຟັງເທສະໜາເລື່ອງ ພະເຫວດສັນດອນຊາດົກທີ່ມີເຖິງ 13 ກັນໃຫ້ຈົບໃນມື້ໜຶ່ງວັນດຽວ.
ການເຮັດບຸນໃນປາງບຸນນີ້ຈະເກີດອານິສົງຍິ່ງໃຫຍ່ເໝືອນດັ່ງພະເຫວດສັນດອນ ແລະ ຖ້າຟັງເທດສະໜາໃຫ້ຈົບພາຍໃນມື້ໜຶ່ງວັນດຽວກໍຈະໄດ້ເກີດໃນຍຸກພະສີອະລິຍະເມດໄຕໃນພາຍພາກໜ້າ.ນີ້ຄືຄວາມເຊື່ອ ແລະ ກໍເປັນຄວາມເຊື່ອທີ່ສືບເນື່ອງມາຈາກເທສະໜາເລື່ອງ “ພະມາໄລ” ທີ່ເລົ່າເຖິງການບັນລຸທຳວິເສດເປັນອໍລະຫັນຢູ່ໃນຍຸກຫລັງພຸດທະການ 500 ກວ່າປີ,ພະມາໄລ ມີໂອກາດໄດ້ໄປສຳຜັດເມືອງນະຮົກທີ່ເຕັມໄປດ້ວຍຄວາມທຸກທໍລະມານທີ່ເປັນຜົນມາຈາກການກະທຳຕອນຍັງເປັນມະນຸດ,ຝູງສັດນະຮົກໄດ້ຂໍໃຫ້ພະມາໄລຊ່ວຍບອກຍາດພີ່ນ້ອງຂອງຕົນເຮັດບຸນອຸທິດຫາ ແລະ ພາຍຫລັງກັບມາພະມາໄລ ກໍໄດ້ເລົ່າສູ່ຍາດພີ່ນ້ອງຟັງ ແລະ ເຫັນວ່າເປັນຄວາມຈິງຈົນສາມາດຊ່ວຍໃຫ້ພົ້ນຈາກໂທດກຳນັ້ນໄດ້.
ຕໍ່ມາ ພະມາໄລ ກໍໄດ້ຂຶ້ນໄປຢ້ຽມຢາມສະຫວັນ ແລະ ມີໂອກາດພົບໂພທິສັດອະລິຍະເມດໄຕ ຜູ້ທີ່ຈະລົງມາຕັດສະຮູ້ພາຍພາກໜ້າອັນເຕັມໄປດ້ວຍຄວາມສະໜຸກສຸກສະບາຍໄຮ້ຄວາມທຸກ ກັງ ວົນນາໆປະການ.ພະມາໄລ ຈຶ່ງຖາມວ່າ ຖ້າບຸກຄົນໃດຢາກເກີດໃນຍຸກນັ້ນຕ້ອງເຮັດບຸນແນວໃດ ແລະ ກໍໄດ້ຄຳຕອບວ່າ: “ຕ້ອງຟັງເທດພະເຫວດສັນດອນຊາດົກໃຫ້ຈົບພາຍໃນມື້ໜຶ່ງວັນດຽວ”.ນີ້ຄືມູນເຫດແຫ່ງການເຮັດບຸນພະເຫວດສັນດອນ,ແຕ່ຫລາຍທ່ານສົນໃຈອີກວ່າ:ຖ້າຟັງຈົບແລ້ວຈະໄດ້ໄປເກີດໃນຍຸກພະສີອະລິຍະເມດໄຕແທ້ບໍ່?ເຮັດໃຫ້ຫລາຍຄົນຫລົງເຊື່ອໂດຍບໍ່ໄດ້ຄຳນຶງເຖິງເຫດຜົນ,ເຮັດໃຫ້ເກີດປາ ກົດການຟັງຊື່ໆແຕ່ບໍ່ຮູ້ເລື່ອງລາວ ແລະ ຂາດການນຳໄປປະຕິບັດຈຶ່ງບໍ່ເກີດຜົນດີ.
ໃນຄວາມເປັນຈິງນັ້ນການເກີດໃນຍຸກພະສີອະລິຍະເມດໄຕ ຫລື ເກີດໃນຍຸກປັດຈຸບັນກໍລ້ວນແຕ່ສຳ ຄັນ ແລະ ການເຮັດບຸນພະເຫວດສັນດອນກໍເປັນເລື່ອງດີໃນປັດຈຸບັນ ແລະອະນາຄົດເມື່ອເຮົາຟັງເລື່ອງພະເຫວດສັນດອນແລ້ວນຳເອົາມາປະພຶດປະຕິບັດໃຫ້ເກີດດອກອອກຜົນໃນປັດຈຸບັນເພາະເປັນເລື່ອງທີ່ ອຸດົມສົມບູນດ້ວຍຄະຕິທຳຄຳສອນໃນທາງພຸດທະສາສະໜາກ່ຽວກັບການດຳລົງຊີວິດໂດຍການເອົາພະເຫວດສັນດອນເປັນແບບຢ່າງຄືການມີຈິດໃຈເອື້ອເຟື້ອເຜື່ອແຜ່,ຮູ້ຈັກບໍລິຈາກແບ່ງປັນບັນເທົາທຸກຄົນອື່ນກໍຄືສັງຄົມ ເຊິ່ງສິ່ງນີ້ເອີ້ນວ່າ “ການໃຫ້ທານ”.
ຮູ້ຈັກປະຕິບັດຕົນໃຫ້ຖືກຕ້ອງທຳນອງຄອງທຳ ບໍ່ເຮັດຜິດຮີດຄອງປະເພນີ,ບໍ່ຜິດລະບຽບກົດໝາຍບ້ານເມືອງ ສິ່ງນີ້ເອີ້ນວ່າ “ການຮັກສາສິນ”.ການເຮັດຄວາມດີຢ່າງສະໝໍ່າສະເໝີ ຮູ້ຈັກວາງຕົນຕາມລະບຽບກົດໝາຍມີຈິດສຳນຶກໃນແນວທາງຄິດສ້າງສັນແບ່ງປັນຄວາມຮູ້ທີ່ມີຕໍ່ຄົນອື່ນເພື່ອຫວັງຢາກໃຫ້ສັງຄົມໄດ້ພັນທະນາກ້າວໄປສູ່ຄວາມຈະເລີນ ສິ່ງນີ້ເອີ້ນວ່າ “ພາວະນາ” ສິ່ງເຫລົ່ານີ້ເປັນຫົວໃຈຫລັກຂອງພຸດທະສາສະໜາ ແລະ ເປັນພື້ນຖານຄວາມດີທັງໝົດຂອງສັງຄົມມະນຸດ.ຖ້າທຸກຄົນປະຕິບັດໄດ້ກໍຈະເຮັດໃຫ້ປະເທດຊາດບ້ານເມືອງເຕັມໄປດ້ວຍຄວາມສຸກສະ ຫງົບ,ປາສະຈາກຄວາມວຸ້ນວາຍ ແລະ ຍູທ່າງສ້າງສາພັດທະນາປະເທດຊາດໃຫ້ຫລຸດພົ້ນຈາກຄວາມດ້ອຍພັດທະນາ ແລະ ຈະເລີນສີວິໄລເທື່ອລະກ້າວ.