ຝ່າຍ​ລາວ ສະ​ເໜີ​​ຈີນ​ໃຫ້​ປູກພືດທົດແທນການປູກຝິ່ນຢູ່ລາວໃຫ້ຫຼາຍຂຶ້ນ

ການຮ່ວມມືໃນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ນັບມື້ເພີ່ມຂຶ້ນ ເຊິ່ງໄດ້ປະກອບສ່ວນອັນສໍາຄັນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງລາວ ໃນໄລຍະຜ່ານມາ, ໂດຍສະເພາະບັນດາແຂວງພາກເໜືອ ທີ່ມີຊາຍແດນຕິດຈອດກັບແຂວງຢູນນານ ຄື: ແຂວງຜົ້ງສາລີ, ອຸດົມໄຊ ແລະ ຫຼວງນໍ້າທາ

ສປປລາວ ໄດ້ສະເໜີໃຫ້ຝ່າຍຈີນ:
1. ສືບຕໍ່ ແລະ ພິຈາລະນາເພີ່ມຕົວເລກສິນຄ້າຢູ່ໃນໂຄງການປູກພືດທົດແທນການປູກຝິ່ນຢູ່ລາວ ໃຫ້ຫຼາຍຂຶ້ນ,
2. ເພື່ອຊ່ວຍປະຊາຊົນຢູ່ເຂດຊົນນະບົດ ໂດຍສະເພາະປະຊາຊົນໃນເຂດພາກເໜືອຂອງລາວໃຫ້ມີລາຍໄດ້ ແລະ ຍົກສູງລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ,
3. ຂະຫຍາຍເວລາຂອງການໃຫ້ນະໂຍບາຍຍາວຂຶ້ນຕື່ມອີກ ແລະ ເຮັດເປັນຫຼາຍໄລຍະ,
4. ພ້ອມກັນນັ້ນ, ທາງດ້ານກົນໄກຄຸ້ມຄອງ ກໍສະເໜີໃຫ້ຝ່າຍລາວມີສ່ວນຮ່ວມຫຼາຍຂຶ້ນ ແລະ ມີການແລກປ່ຽນບົດຮຽນກັນເປັນປະຈໍາ,
5. ເພື່ອປັບປຸງກົນໄກການຄຸ້ມຄອງໃຫ້ດີຂຶ້ນກວ່າເກົ່າ ແລະ ເອົາໃຈໃສ່ຊຸກຍູ້ກົນໄກຮ່ວມມືພາກເໜືອລາວກັບແຂວງຢູນນານ ໃຫ້ນັບມື້ດີຂຶ້ນ,
6. ຜັນຂະຫຍາຍການຕົກລົງຂອງສອງຝ່າຍໃຫ້ໄດ້ຮັບໝາກຜົນດີ, 
7. ແຕ່ສໍາຄັນຕໍ່ໜ້າສະເໜີຢາກໃຫ້ແຂວງຢູນນານ ພິຈາລະນາສ້າງໃຫ້ມີໂຄງການຊ່ວຍເຫຼືອລ້າຕໍ່ບັນດາແຂວງພາກເໜືອເປັນໂຄງການສະເພາະຫຼາຍຂຶ້ນ,
8. ເພື່ອຍົກບົດບາດຂອງແຂວງຢູນນານ ຕໍ່ບັນດາແຂວງພາກເໜືອຂອງລາວໃຫ້ຫຼາຍຂຶ້ນຕື່ມ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...