Friday, July 11, 2025
Kbank Laos โอน รับ จ่าย

ຫຼວງນ້ຳທາ ຢຶດໄມ້ດູ່ລັກລອບສົ່ງໄປຈີນ 3,2 ພັນທ່ອນ 153,48 ແມັດກ້ອນ

ພາບ​ປະ​ກ​ອບ

ຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນສູນ ກາງແກ້ໄຂການລັກລອບເຄື່ອນຍ້າຍໄມ້ດູ່ເພື່ອສົ່ງອອກໄປ ສປ ຈີນ ໂດຍຜ່ານດ່ານພາສີສາກົນບໍ່ເຕັ່ນມີໄມ້ຈຳນວນ 3.214 ທ່ອນ, ບໍລິມາດ 153,48 ແມັ ດກ້ອນ ແລະ ໄດ້ສົ່ງສຳນວນຄະດີໃຫ້ໄອຍະການສັ່ງຟ້ອງສານ ແລະ ສານໄດ້ຕັດສິນລົງໂທດບຸກຄົນຕາມກໍລະນີພ້ອມທັງຢຶດໄມ້ຈຳນວນດັ່ງກ່າວເປັນຂອງລັດ, ລ ວມມູນຄ່າປະມູນຂາຍໄມ້ໄດ້ທັງໝົດເປັນເງິນຈຳນວນ 2,13 ຕື້ກີບ.

ໃນ 1 ປີຜ່ານມາຄະນະພັກ, ຄະນະກວດກາແຕ່ລະຂັ້ນໄດ້ເອົາໃຈໃສ່ລົງເຜີຍແຜ່, ຄົ້ນຄວ້າເຊື່ອມຊືມເອກະສານມະຕິ, ຄຳສັ່ງຂໍ້ກຳນົດ, ກົດໝາຍເວົ້າລວມ, ເວົ້າສະເພາະ ແມ່ນກົດໝາຍກວດກາລັດ, ກົດໝາຍຕ້ານການສໍ້ລາດບັງຫຼວງ, ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ, ຍຸດທະສາດຕ້ານການສໍ້ລາດບັງຫຼວງ ແລະນິຕິກຳອື່ນໆກ່ຽວກັບວຽກງານກວດກາໃຫ້ແກ່ສະມາຊິກພັກພະນັກງານລັດຖະກອນ, ທະຫານຕຳຫຼວດ ແລະ ປະຊາຊົນບັນດາເຜົ່ານັບແຕ່ຂັ້ນແຂວງລົງຮອດຂັ້ນບ້ານ, ທົ່ວແຂວງໄດ້ຈັດຕັ້ງເຊື່ອມຊືມເອກະສານໄດ້ທັງໝົດ 46 ຄັ້ງ, ມີຜູ້ເຂົ້າຮ່ວມເກືອບ 3 ພັນເທື່ອຄົນ, ຍີງ 431 ເທື່ອຄົນ.

ພາບ​ປະ​ກ​ອບ

ວຽກງານກວດກາການບໍລິຫານລັດໄດ້ສົມທົບຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນສູນກາງແກ້ໄຂການລັກລອບເຄື່ອນຍ້າຍໄມ້ດູເພື່ອສົ່ງອອກໄປ ສປ ຈີນໂດຍຜ່ານດ່ານພາສີສາກົນບໍ່ເຕັ່ນມີໄມ້ຈຳນວນ 3.214 ທ່ອນ, ບໍລິມາດ 153,48 ແມັດກ້ອນ ແລະ ໄດ້ສົ່ງສຳນວນຄະດີໃຫ້ໄອຍະການສັ່ງຟ້ອງສານ ແລະ ສານໄດ້ຕັດສິນລົງໂທດບຸກຄົນຕາມກໍລະນີພ້ອມທັງຢຶດໄມ້ຈຳນວນດັ່ງກ່າວເປັນຂອງລັດ,ລວມມູນຄ່າປະມູນຂາຍໄມ້ໄດ້ທັງໝົດເປັນເງິນຈຳນວນ 2,130 ,050,098 ກີບ, ຍຶດໄດ້ການຕັດໄມ້ທີ່ບໍ່ຖຶກຕ້ອງຢູ່ເມືອງວຽງພູຄາປະເພດໄມ້ດູ່ ແລະ ໄມ້ເນື້ອອ່ອນມີ 47 ທ່ອນເທົ່າກັບ 58,95 ແມັດກ້ອນ, ມີຜູ້ກະທຳ ຜິດ 23 ຄົນ, ຕິດຕາມກວດກາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຊ່ວງຜ່ານແຂວງຫຼວງນໍ້າທາໄດ້ເບີກຈ່າຍຄ່າຊົດເຊີຍໃຫ້ປະຊາຊົນທີ່ໄດ້ຖືກຜົນກະທົບມີ 144 ຄອບຄົວ, ເປັນເງິນຈຳນວນ 76,56 ຕື້ກີບ ແລະໄດ້ຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີໄດ້ຈັດຕັ້ງປະຕິບັດ 9 ໂຄງການ ແລະ ວຽກງານອື່ນໆກໍ່ໄດ້ຮັບການພັດທະນາເຊັ່ນດຽວກັນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.