ຂໍຂອບໃຈນຳຜູ້ສະໜັບສະໜູນ

ທິດ​ທາງ​ໜ້າ​ທີ່​ລວມ ​ແລະ ຄາດໝາຍ​ໃຫຍ່​ສໍາລັບ​ໄລຍະ​ແຕ່ປີ 2016-2020 ທີ່​ກອງ​ປະຊຸມໃຫຍ່​ ຄັ້ງ​ທີ X ຂອງ​ພັກ ​ໄດ້​ວາງ​ໄວ້, ນອກ​ຈາ​ກຄາດໝາຍດ້ານເສດຖະກິດ ​ແລ້ວ; ຄາດໝາຍ​ດ້ານ​ສັງຄົມ ​ແລະ ສິ່ງ​ແວດ​ລ້ອ​ມ ກໍ່​ແມ່ນຄາດໝາຍສຳຄັນທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າຈະຕ້ອງປະ ກອບສ່ວນຕັ້ງໜ້າເຮັດໃຫ້ສຳເລັດຜົນ.

ມະຕິ X ຂອງພັກ ໄດ້ເວົ້າແຈ້ງ: ​ເມື່ອ​ຮອດ​ປີ 2020, ຄາດ​ຄະ​ເນ​ຈະ​ມີ​ກໍາລັງ​ແຮງ​ງານ​ທັງ​ໝົດ​ປະມານ 4,41 ລ້ານ​ຄົນ, ​ໃນນັ້ນກໍາລັງແຮງ​ງານ​ໃນ​ຂະ​ແໜງ​ກະສິກໍາ ປະມານ 2,8 ລ້ານ​ຄົນ, ຂະ​​ແໜງ​ອຸດສາຫະກໍາປະ ມານ 0,56 ລ້ານ​ຄົນ ​ແລະ ຂະ​ແໜງ​ບໍລິການ ປະມານ 1,05 ລ້ານ​ຄົນ. ອັດຕາ​ສ່ວນ​ຄວາມທຸກຍາກ​ໃຫ້​ຫລຸດ​ລົງ​ຕໍ່າ​ກວ່າ 10% ຂອງ​ປະຊາກອນ​ທັງ​ໝົດ​ໃນ​ປີ2020. ອັດ​ຕາ​ຄວາມ​ຮູ້​ໜັງສື ຂອງ​ປະຊາຊົນ​ໃນ​ເກນ​ອາຍຸ​ 15 ປີ​ຂຶ້ນ​ໄປ ​ໃຫ້​ໄດ້ 95%. ອັດ​ຕາ​ການ​ເສຍຊີວິດ​ຂອງ​ເດັກ​ຕໍ່າ​ກວ່າ1 ປີ​​ໃຫ້​ຫລຸດລົງ​ມາ​ຢູ່ 30/1.000 ຂອງເດັກເກີດມີ​ຊີວິດ. ອັດຕາ​ການຊົມ​ໃຊ້​ນໍ້າ​ສະອາດ​ຂອງ​ປະຊາຊົນ ​ໃຫ້​ບັນລຸ​ໄດ້ 90%,ອັດຕາ​ສ່ວນ​ການ​ເສ​ຍຊີວິ​ດ ຂອງ​ແມ່ ​ໃຫ້​ຫລຸດ​ລົງ​ມາ​ປະມານ 200/100.000 ຂອງ​ອັດ​ຕາ​ເດັກ​ເກີດ​ມີ​ຊີວິດ. ຫລຸດ​ອັດຕາ​ສ່ວນ​ຂອງ​ເດັກນ້ອຍ​ລຸ່ມ 5 ປີ ທີ່​ມີ​ນໍ້າໜັກ​ ຕໍ່າກວ່າ​ມາດ​ຕະຖານ​ໃຫ້​ໄດ້ 15% ​ແລະ ​ເດັກນ້ອຍ​ທີ່​ເຕ້ຍ​ໃຫ້​ໄດ້ 28%.

ສໍາລັບ​ຄາດໝາຍ​ດ້ານ​ສິ່ງ​ແວດ​ລ້ອມ ​ແມ່ນ​ສໍາ​ຫລວດ ​ແລະ ຂຶ້ນ​ທະບຽນ​ອອກ​ໃບ​ຕາດິນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໃຫ້​ໄດ້ 4 ​ແສນ​ຕອນ. ສ້າງ​ແຜນຄຸ້ມຄອງສິ່ງແວດລ້ອມ ແບບ​ຮອບດ້ານ​ຢູ່​ຂັ້ນ​ແຂວງ ​ແລະ ​ເມືອງໃຫ້​ໄດ້​ຢ່າງ​ໜ້ອຍ 50% ຂອງແຂວງ​ທີ່​ໄດ້​ຮັບຮອງ​ແລ້ວ. ສູ້​ຊົນ​ຈັດ​ສັນ, ກໍານົ​ດ​ເຂດ, ​ຟື້ນ​ຟູ​ ​ແລະ ຂະຫຍາຍ​ເນື້ອ​ທີ່ປ່າ​ໄມ້​ໃຫ້​ໄດ້ 70% ຂອງ​ເນື້ອ​ທີ່​ທົ່ວ​ປະ​ເທດ ​ໂດຍ​ຟື້ນ​ຟູ​ປ່າ​ໄມ້​ດ້ວຍ​ທໍາ​ມະ​ຊາດ ​ໃຫ້​ໄດ້ 1,5 ລ້ານ​ເຮັກຕາ ​ແລະ ປູກ​ໄມ້​ໃຫ້​ໄດ້ 35 ພັນ​ເຮັກຕາ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເພື່ອສືບຕໍ່ເຮັດສຳເລັດບັນດາຄາດໝາຍດັ່ງກ່າວ, ມັນຮຽກຮ້ອງການປະກອບສ່ວນຢ່າງຕັ້ງໜ້າຂອງທຸກກຳລັງແຮງຂອງທົ່ວສັງຄົມ, ປີ 2019 ນີ້ ກໍ່ເປັນອີກປີໜຶ່ງທີ່ພວກ ເຮົາຕ້ອງພ້ອມກັນສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍດ້ານສັງຄົມ ແລະສິ່ງແວດລ້ອມໃຫ້ສຳເລັດຜົນເປັນກ້າວໆ.

ທີ່ມາ: ໜັງສືພິມ ປະຊາຊົນ

Hits: 22

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້