Sunday, November 9, 2025
Kbank Laos โอน รับ จ่าย

ປະເທດລາວ ພວມກາຍເປັນ LandLink ປະເທດເຊື່ອມຈອດພາກພື້ນສົມຄວາມມຸ່ງມາດປາຖະໜາແລ້ວ

ປະເທດພວກເຮົາພວມຈະກາຍເປັນ LandLink -ປະເທດເຊື່ອມຈອດ ພາກພື້ນສົມຄວາມມຸ່ງມາດປາຖະໜາແລ້ວ ,ໂຄງການທາງລົດໄຟຈັດຕັ້ງປະຕິບັດຄືບໜ້າ ພ້ອມດຽວກັນໂຄງການທາງດ່ວນຂະໜານຢ່າງສວຍງາມກັບທາງລົດໄຟນັ້ນ ກໍ່ພວມເປັນຮູບເປັນຮ່າງແລ້ວ. 

ໂຄງການທາງດ່ວນ ດັ່ງກ່າວ, ໄລຍະທຳອິດແມ່ນ ແຕ່ນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ແຂວງ ວຽງຈັນ (ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແລ້ວ), ສ່ວນໄລຍະທີ່ຍັງເຫລືອ ຈາກເມືອງວັງວຽງ ຫາ ນະຄອນຫລວງພະບາງ-ແຂວງອຸດົມໄຊ ແລະ ດ່ານສາກົນ ບໍ່ເຕ່ນ ແຂວງ ຫລວງນ້ຳທາ ເຊື່ອມຕໍ່ ບໍ່ຫານ ສປ ຈີນ ແມ່ນຈະໄດ້ຈັດຕັ້ງປະຕິ ບັດການສຶກສາສຳຫລວດຄວາມເປັນໄປໄດ້ ຕາມກອບເວລາທີ່ໄດ້ຕົກລົງກັນ ບົນພື້ນຖານກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ, ເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໂຄງການທາງດ່ວນສາຍນີ້, ຖືເປັນຜົນຂອງການປະສານກັນ ລະຫວ່າງ ການລິເລີ່ມໝຶ່ງແລວ ໝຶ່ງເສັ້ນທາງ ແລະ ຍຸດທະສາດລະດັບຊາດ ຫັນປ່ຽນຈາກປະເທດ ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດມີເສັ້ນທາງເຊື່ອມຕໍ່ຂອງລາວ, ໂດຍການເຊັນສັນຍາຮ່ວມທຶນໂຄງການ ແມ່ນພາຍໃຕ້ການເປັນສັກຂີພິຍານ ຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ສີ ຈິ້ນ ຜິງ ເລຂາທິການໃຫຍ່ ປະທານປະທດແຫ່ງ ສປ ຈີນ.

ເຊິ່ງໄດ້ບັນທຶກໃສ່ຖະແຫລງການຮ່ວມ ລາວ-ຈີນມາແລ້ວ ຊຶ່ງກາຍເປັນສ່ວນໜຶ່ງ ຂອງແຜນປະຊາຄົມຮ່ວມຊະຕາກຳ ລາວ-ຈີນ ແລະ ເປັນໂຄງການກໍ່ສ້າງເສັ້ນທາງທີ່ໃຫຍ່ທີ່ສຸດ ຂອງການຮ່ວມມື ລະຫວ່າງ ລາວ-ຈີນ ໃນປັດຈຸບັນອີກດ້ວຍ.

ແຫຼ່ງຂໍ້ມູນ: Aero Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.