Tuesday, April 21, 2026
Kbank Laos โอน รับ จ่าย
-->

ເຄິ່ງປີນີ້! ຫົວໜ່ວຍທຸລະກິດດ້ານບໍ່ແຮ່ ມອບພັນທະໃຫ້ລັດ 1 ຕື້ 22 ລ້ານກີບ

ທ່ານ ຄໍາເຫຼັກ ແກ້ວວິໄລພອນ ວ່າການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາ ບັນດາຫົວໜ່ວຍທຸລະກິດທີ່ດຳເນີນກິດຈະການທາງດ້ານບໍ່ແຮ່ມອບພັນທະເຂົ້າງົບປະມານໄດ້ທັງໝົດ 1 ຕື້ 22 ລ້ານກີບ, ທຽບໃສ່ແຜນການປີປະຕິບັດໄດ້ 38%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາປະຕິບັດໄດ້ 82%.

ປະຈຸບັນບັນດາຫົວໜ່ວຍທຸລະກິດດ້ານປຸງແຕ່ງແຮ່ທາດ ແລະ ຫີນປູນທີ່ທາງສູນກາງ ແລະ ແຂວງ, ເມືອງ ອານຸຍາດໃຫ້ດຳເນີນກິດຈະການຄືໂຄງການຂຸດຄົ້ນບໍ່ແຮ່ ທີ່ລັດຖະບານອອກອານຸຍາດມີ 2 ບໍລິສັດ, ເຊິ່ງມີ 3 ກິດຈະການເຊັ່ນ:

ບໍລິສັດ ພູໄຟ ມາຍນິງໄຟຟ້າຫົງສາຈໍາກັດດຳເນີນກິດຈະການຂຸດຄົ້ນຖ່ານຫີນຮັບໃຊ້ການຜະລິດໄຟຟ້າຢູ່ເມືອງຫົງສາ ມີເນື້ອທີ່ຂຸດຄົ້ນທັງໝົດ 4.461 ເຮັກຕາ.

ໃນໄລຍະ 4 ເດືອນ 1-4 ປີ 2019 ສາມາດຂຸດຄົ້ນຖ່ານຫີນໄດ້ທັງໝົດ 4.637.174 ໂຕນ ແລະ ກິດຈະການຂຸດຄົ້ນຫີນປູນຢູ່ບ້ານ ບີໝີ ເມືອງເງິນ ເພື່ອຮັບໃຊ້ໂຮງງານໄຟຟ້າພະລັງຄວາມຮ້ອນຫົງສາ ມີເນື້ອທີ່ສຳປະທານທັງໝົດ 1.050 ເຮັກຕາ ໄລຍະ 4 ເດືອນຜ່ານມາສາມາດຂຸດຄົ້ນຫີນປູນຮັບໃຊ້ໂຮງງານໄຟຟ້າຄວາມຮ້ອນໄດ້ທັງໝົດ 83.123 ໂຕນ ແລະ ບໍລິສັດ MPGມາຍນິງ ຈຳກັດ ດໍາເນີນກິດຈະການຂຸດຄົ້ນແຮ່ທອງ ແລະ ແຮ່ຄຳ ໃນເນື້ອທີ່ 2 ເຮັກຕາ ແລະ ອີກ 30,24 ກິໂລຕາແມັດ ພວມກຳລັງເຈລະຈາຮ່າງສັນຍາ ເພື່ອກະກຽມເຊັນສັນຍາການຂຸດຄົ້ນຢູ່ບ້ານ ປາງຄຳ ເມືອງປາກລາຍ, ມູນຄ່າລົງທຶນ 22,9 ລ້ານໂດລາສະຫະລັດ.

ປະຈຸບັນການກໍ່ສ້າງໂຮງງານແມ່ນສືບຕໍ່ດໍາເນີນ ແລະ ກະກຽມນໍາເຄື່ອງຈັກເຂົ້າມາ, ສ່ວນໂຄງການຂຸດຄົ້ນຂັ້ນແຂວງອານຸຍາດມີທັງໝົດ 19 ຫົວໜ່ວຍ, ໄດ້ອານຸຍາດຂຸດຄົ້ນ ແລະ ດໍາເນີນກິດຈະການໂຮງງານປຸງແຕ່ງແຮ່ທາດ ຟຣູອໍຣາຍ 1 ຫົວໜ່ວຍ, ອານຸຍາດກໍ່ສ້າງບໍ່ແຮ່ 3 ຫົວໜ່ວຍ ມີເນື້ອທີ່ສຳປະທານທັງໝົດ 42,05 ເຮັກຕາ; ລວມມູນຄ່າການລົງທຶນທັງໝົດ 23,35 ຕື້ກີບ, ທຶນເອກະຊົນ 100% ໄດ້ອອກອານຸຍາດສ້າງຕັ້ງ ແລະ ດໍາເນີນກິດຈະການໂຮງງານຂົບຫີນປູນ 10ຫົວໜ່ວຍ, ມູນຄ່າການລົງທຶນທັງໝົດ 18,83 ຕື້ກີບ.

ໄດ້ດຳເນີນກິດຈະການປົກກະຕິມີ 9 ຫົວໜ່ວຍ, ຄຽງຄູ່ກັນນີ້ໂຄງການຂຸດຄົ້ນຂັ້ນເມືອງອານຸຍາດມີ 40 ຫົວໜ່ວຍ, ມູນຄ່າການລົງທຶນທັງໝົດ 9,35 ຕື້ກີບ ມີເນື້ອທີ່ 21,12 ເຮັກຕາ, ແຜນການຜະລິດທັງໝົດ 46.211 ແມັດກ້ອນ, ແຜນການຈຳໜ່າຍ 46.211 ແມັດກ້ອນ, ມີດິນຖົມພື້ນ 27 ຫົວໜ່ວຍ, ດິນໜຽວ 9 ຫົວໜ່ວຍ, ນໍ້າບາດານ 4 ຫົວໜ່ວຍ, ສາມາດຂຸດຄົ້ນຫີນປູນພາຍໃນໄດ້ທັງໝົດ 17.464 ແມັດກ້ອນ ມູນຄ່າ 10,47 ຕື້ກີບ.

ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 82% ທຽບໃສ່ແຜນການປີປະຕິບັດໄດ້ 38%, ສໍາລັບການຂຸດຄົ້ນແຮ່ທາດເຊັ່ນ: ແຮ່ທາດ ຟຣູອໍຣາຍ ໄດ້ຈຳນວນ 1.992 ໂຕນ ສາມາດສົ່ງອອກໄປປະເທດໄທໄດ້ທັງໝົດ 563 ໂຕນ. ການສົ່ງອອກຫີນປູນ ຫີນກໍ່ສ້າງໄປປະເທດໄທໄດ້ທັງໝົດ 51.300 ແມັດກ້ອນ, ມູນຄ່າ 4,01 ຕື້ກີບ.

ແຫຼ່ງຂໍ້ມູນ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.