Thursday, October 16, 2025
Kbank Laos โอน รับ จ่าย

ພິສູດແລ້ວ!​ຫົວກະໂຫຼກຂອງມະນຸດດຶກດຳບັນ ອາຍຸ 63,000 ປີ ຢູ່ຖ້ຳຜາລີງ ແຂວງຫົວພັນ

ຜົນການພິສູດ ນັກວິທະຍາສາດ ທ່ານນາງ Laura Lynn Shackelford ມະຫາວິທະຍາໄລອີລິນອຍ (University of Illinois) ຢັ້ງຢືນຊິ້ນສ່ວນຫົວກະໂຫຼກຂອງມະນຸດດຶກດຳບັນທີ່ຄົ້ນພົບແຕ່ປີ 2009 ພາຍໃນຖ້ຳຜາລີງ ແຂວງຫົວພັນ ແມ່ນມີຄວາມເກົ່າແກ່ເຖິງ 63,000 ປີ ແລະ ໃນຂະນະທີ່ອາຍຸຂອງຫິນໃນບໍລິເວນດຽວກັນມີອາຍຸຕັ້ງແຕ່ 46,000-51,000 ປີ.

ນັກວິທະຍາສາດຜູ້ນີ້ກ່າວວ່າ ຖືເປັນການຄົ້ນພົບຄັ້ງສຳຄັນໃນຮອບເກືອບສະຕະວັດເລີຍກໍ່ວ່າໄດ້, ຊິ້ນສ່ວນຫົວກະໂຫຼກມະນຸດທີ່ພົບໃນປະເທດລາວ ເປັນສີ້ນສ່ວນເກົ່າແກ່ທີ່ສຸດເທົ່າທີ່ເຄີຍຄົ້ນພົບໃນພູມມິພາກນີ້, ຮູບລັກສະນະຂອງຫົວກະໂຫຼກ ລວມທັງແຂ້ວທີ່ຍັງເຫຼືອຢູ່ ບໍ່ຕ່າງຈາກຫົວກະໂຫຼກຂອງມະນຸດຍຸກໃໝ່ປານໃດ;

ແຕ່ຕ່າງກັນທີ່ຢ່າງຊັດເຈນກັບຂອງ “ມະນຸດປັກກິ່ງ” (Homo erectus pekinesis) ທີ່ມີອາຍຸປະມານ 100,000 ປີ ແລະ “ມະນຸດຊະວາ” (Pithecanthropus erectus) ເຊິ່ງອາດຈະຢູ່ໃນດິນແດນປະເທດອິນໂດເນເຊຍໃນປັດຈຸບັນ ປະມານ 900,000-300,000 ປີມາແລ້ວ, ທັງໝົດນັ້ນເປັນພຽງ Homo erectus ຫຼື ວານອນທີ່ວິວັດທະນາການຈົນສາມາດຍືນຫຼັງກົງໄດ້ ກ່ອນຈະວິວັດທະນາການອີກຂັ້ນໜຶ່ງໄປເປັນໂຮໂມເຊປຽນ (Homo sapiens) ບັນພະບຸລຸດຂອງມະນຸດໃນຍຸກປັດຈຸບັນ.

ນອກຈາກນັ້ນ, ຫົວກະໂຫຼກ ກັບ ແຂ້ວຂອງມະນຸດທີ່ພົບໃນປະເທດລາວ ຍັງມີຮູບລັກສະນະທີ່ຕ່າງຈາກ ຫົວກະໂຫຼກມະນຸດນີອັນເດີທາລ (Homo sapiens neanderthalnsis) ເຊິ່ງເປັນມະນຸດຍຸກໃໝ່ໃນເອີຣົບ;

ຕາມທິດສະດີທີ່ເກີດຂຶ້ນຈາກຫຼັກຖານອັນຈຳກັດ ບວກກັບຄວາມເຊື່ອນັ້ນ ມະນຸນວານອນຢູ່ໃນໂລກນີ້ມາດົນກວ່າ 1.2-1.4 ລ້ານປີ, ແຕ່ “ຄົນ” ຖືກຳນົດໃນທະວີບອາຟຣິກາ ເມື່ອປະມານ 200,000 ປີກ່ອນ ທີ່ຈະອົບພະ ຍົບຍ້າຍຖິ່ນຖານໃນຊ່ວງເວລາຕໍ່ມາ.

ໄດ້ເລີ່ມອົບພະຍົບກັນໃນຍຸກສະໄໝໃດນັ້ນ, ຍັງເປັນສິ່ງທີ່ຖົກຖຽງກັນບໍ່ສິ້ນສຸດ, ໃນຂະນະທີ່ຫຼາຍຄົນບໍ່ເຊື່ອວ່າມັນຈະເປັນເຊັ່ນນັ້ນ ມະນຸດບໍ່ໜ້າຈະຕ່າງໄປຈາກສັດຊະນິດອື່ນໆ ທີ່ຖືກຳນົດມາໃນຫຼາຍໆບ່ອນ ຫຼາຍໆຍຸກແຕກຕ່າງກັນໄດ້.

ການຄົ້ນພົບຫົວກະໂຫຼກຂອງມະນຸດຊວາ ທີ່ມີອາຍຸຫຼາຍແສນປີ ຮ່ວມສະໄໝກັບມະນຸດວານອນໃນອາຟຣິກາ ໄດ້ເຮັດໃຫ້ເກີດການໂຕ້ແຍ້ງທີ່ຍັງບໍ່ໄດ້ຂໍ້ສະຫຼຸບ ທິດສະດີເດີມເຊື່ອວ່າ ພວກທີ່ຢູ່ໃນດິນແດນອິນໂດເນເຊຍອາດຈະອົບພະຍົບໄປກ່ອນ ແຕ່ອີກກະແສໜຶ່ງເຊື່ອວ່າ ພວກນີ້ບໍ່ໄດ້ອົບພະຍົບມາຈາກບ່ອນອື່ນ ຫາກແຕ່ວິວັດທະນາການຢູ່ທີ່ນັ້ນແຕ່ເດີມ ເຊັ່ນດຽວກັບມະນຸດວານອນໃນດິນແດນອື່ນໆທົ່ວໂລກ.

ເຖິງຢ່າງໃດກໍ່ຕາມ, ຫຼັກຖານທາງບູຮານຄະດີໄດ້ບົ່ງບອກວ່າ ມະນຸດຍຸກໃໝ່ກຸ່ມທຳອິດ ທີ່ໄດ້ປາກົດຕົວໃນເຂດອາຊີເມື່ອປະມານ 60,000 ປີມາແລ້ວ ແຕ່ສົມມຸດຕິຖານນີ້ກໍ່ຍັງຂາດຫຼັກຖານທາງຊາກດຶກດຳບັນມາສະໜັບ ສະໜູນ ໂດຍສະເພາະຢ່າງຍິ່ງໃນອາຊີຕາເວັນອອກສຽງໃຕ້ ໂດຍເຊື່ອກັນວ່າຫຼັກຖານພວກນັ້ນຄົງຈະເສື່ອມສະພາບໄປໝົດແລ້ວຈາກສະພາບອາກາດຮ້ອນຊຸ່ມໃນທ້ອງຖິ່ນນີ້.

ນັກວິທະຍາສາດອາເມຣິກາໄດ້ກ່າວວ່າ ຫຼັກຖານທີ່ພົບໃນຖ້ຳຜາລີງ ໄດ້ຊ່ວຍເຕີມເຕັມຊ່ອງວ່າງນີ້ແລ້ວ, ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ຍັງໜ້າປະຫຼາດໃຈຢູ່ ເພາະເຊື່ອກັນວ່າການອົບພະຍົບຄັ້ງໃຫຍ່ຈາກທະວີບອາຟຣິການັ້ນຈະເກາະກຸ່ມກັນໄປຕາມຝັ່ງທະເລເປັນຫຼັກ ເຂົ້າສູ່ຊົມພູທະວີບ, ບັນດາເກາະຕາມທາງອົບພະຍົບ ເຊິ່ງລວມເຖິງອິນໂດເນເຊຍ, ອົດສະຕຣາລີ ໄປຈົນເຖິງແຜ່ນດິນໃຫຍ່ ສປຈີນ ແລະ ຮາວາຍ.

ແຕ່ເຫດໃດຈຶ່ງໄປພົບຫຼັກຖານອັນເຮັດໃຫ້ຂ້ອງຄາໃຈໃນເຂດພູຜາປ່າດົງພາກເໜືອຂອງປະເທດລາວ ເຊິ່ງເປັນດິນແດນທີ່ມະນຸດບໍ່ຄວນຈະຢູ່ເມື່ອຫຼາຍໝື່ນປີກ່ອນ.

ໃນຫຼາຍປີມານີ້, ຢູ່ປະເທດລາວ ໄດ້ມີການຄົ້ນພົບຮ່ອງຮອຍຂອງມະນຸດບູຮານຈຳນວນຫຼາຍ ໃນໂຄງການສຶກສາບູຮານຄະດີໃນອະນຸພູມມິພາກລຸ່ມແມ່ນ້ຳຂອງ ຫຼື ດິນແດນແມ່ນ້ຳຂອງຕອນລຸ່ມ ແຕ່ຫຼັກຖານທີ່ພົບສ່ວນໃຫຍ່ເປັນມະນຸດຍຸກຫິນໃໝ່ກັບຍຸກໂລຫະລະຫວ່າງ 4,000-2,000 ປີເທົ່ານັ້ນ.

(10) ໃນປີ 2010 ນັກວິທະຍາສາດຈາກມະຫາວິທະຍາໄລເພນຊິເວເນຍ (University of Pennsylva nia) ໄດ້ປະກາດການຄົ້ນພົບຮ່ອງຮອຍຈຳນວນຫຼາຍໃນແຂວງຫຼວງພະບາງ ເຊິ່ງອາດຈະບົ່ງບອກວ່າມີມະນຸດບູຮານອາໄສຢູ່ໃນແຖບນີ້ມາແລ້ວປະມານ 11,000 ປີ ແຕ່ຫຼັກຖານຍັງບໍ່ໄດ້ຜ່ານການກວດພິສູດຫາອາຍຸ.

ທ່ານ ນາງ ລໍຣາ ລີນ ແຊັກເຄີຟອດ ກ່າວວ່າໃນປີ 2009 ຄະນະຕ້ອງປີນຂຶ້ນໄປຕາມໜ້າຜາໃນບໍລິເວນທີ່ຮຽກວ່າ ພູຜາຫ່າງ ເຊິ່ງຢູ່ສູງຈາກລະດັບນ້ຳທະເລກວ່າ 1,100 ແມັດ ຈຶ່ງໄປເຖິງປາກທາງເຂົ້າຖ້ຳ, ຈາກນັ້ນຕ້ອງຄ່ອຍໆຢ່ອນລົງໄປຕາມປ່ອງຜາອັນສູງຊັນ ແລະ ລຸຍຕົມໄປອີກປະມານ 60 ແມັດ ຈຶ່ງພົບຊິ້ນສ່ວນຫົວກະໂຫຼກອັນນີ້;

ນັກດຶກດຳບັນວິທະຍາຊາວອາເມຣິກາກ່າວວ່າ ພວກເຮົາຄິດວ່າເມື່ອກ່ອນຊາກດຶກດຳບັນທີ່ພົບນີ້ ກໍ່ຄົງຢູ່ທາງເທິງເຊັ່ນດຽວກັບຊາກດຶກດຳບັນຂອງສັດ ແລະ ພືດອີກຈຳນວນໜຶ່ງ ແຕ່ຜ່ານໄປຫຼາຍຟ້າຫຼາຍປີ ອາດຈະຖືກນ້ຳພັດລົງປາກປ່ອງຖ້ຳ ແລະ ຫຼີ້ຊ້ອນຢູ່ໃນນັ້ນມາຈົນເຖິງທຸກວັນນີ້.

ທ່ານ ນາງ ລໍຣາ ລີນ ແຊັກເຄີຟອດ ກ່າວອີກວ່າ ການຄົ້ນພົບຄັ້ງນີ້ໄດ້ປ່ຽນແນວຄິດກ່ຽວກັບເສັ້ນທາງການອົບພະ ຍົບຂອງມະນຸດຍຸກໃໝ່ເຂົ້າສູ່ອາຊີ ເຊິ່ງມີຫຼາຍກວ່າທີ່ເຄີຍຄິດກັນມາກ່ອນ ແລະ ກ່ອນໜ້ານີ້ບໍ່ມີໃຜຄິດວ່າມະນຸດເຫຼົ່ານີ້ຈະເຂົ້າມາໃນເຂດພູຜາສູງໃນປະເທດລາວ, ຫວຽດນາມ ແລະ ໄທ ເຊິ່ງຈະເຮັດໃຫ້ການສຶກສາໃນອະນາ ຄົດເປັນແບບໄຮ້ພົມແດນໄປເລີຍ.

ໃນປັດຈຸບັນ, ນັກວິທະຍາສາດກຳລັງພະຍາຍາມສະກັດດີເອັນເອ ຈາກຊາກດຶກດຳບັນຫົວກະໂຫຼກທີ່ຄົ້ນພົບ ເພື່ອນຳໄປປຽບທຽບເບິ່ງວ່າ ມີສ່ວນກ່ຽວຂ້ອງກັບຄົນໃນແຫ່ງທີ່ຄົ້ນພົບນັ້ນຫຼືບໍ່

ແຫຼ່ງຂໍ້ມູນ: ສຳນັກຂ່າວສານ Idsala ອິສະຫຼະ, Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.