Wednesday, April 23, 2025

ສຳເລັດແລ້ວ 40% ! ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ

ການກໍ່ສ້າງເສັ້ນທາງດ່ວນ ເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາເມືອງທ່ອງທ່ຽວ ຊື່ດັງ ຂອງ ສປປ ລາວ ເມືອງ ວັງວຽງ  ຄວາມຍາວ 113.5 ກມ ປະຈຸບັນ ສໍາເລັດໄປແລ້ວ 40% ໂດຍເລີ້ມຕົ້ນການກໍ່ສ້າງມາ ຕັ້ງແຕ່ເດືອນເມສາ 2018, ຄາດວ່າ ພາຍໃນປີ 2021 ຈະໄດ້ເປີດໃຊ້ຢ່າງເປັນທາງການ.

ການສ້າງອຸໂມງ ທີ່ມີຄວາມຍາວ 0.67 ກມ ທີ່ພູເຂົາ ພູຜາ ຈະຊ່ວຍຫຼຸດຜ່ອນໄລຍະທາງການເດີນທາງລົງ 43 ກມ ເມື່ອທຽບໃສ່ ການເດີນທາງໂດຍໃຊ້ທາງຫຼວງ ເລກທີ່ 13 ໃນປະຈຸບັນ. ເມື່ອທາງດ່ວນເສັ້ນນີ້ ສ້າງສໍາເລັດ ຈະມີການເກັບປີ້ຜ່ານທາງ, ແຕ່ທາງຫຼວງ ເລກທີ່ 13 ກໍ່ຍັງສາມາດໃຊ້ໄດ້ ຕາມປົກກະຕິ.

ຜູ້ຊົມໃຊ້ ທາງດ່ວນເສັ້ນນີ້ ຄາດວ່າ ຈະໄດ້ເສຍເງິນ ຢູ່ທີ່ 550 ກີບ / 1 ກມ ຫຼື ປະມານ 62,000 ກີບ ແຕ່ນະຄອນຫຼວງວຽງຈັນ ເຖິງວັງວຽງ (ໄປຢ່າງດຽວ). ນັກລົງທຶນຈີນ ແມ່ນໄດ້ສໍາປະທານເສັ້ນທາງນີ້ ໄລຍະເວລາ 50 ປີ, ໂດຍມີມູນຄ່າ ການກໍ່ສ້າງທັງໝົດ ຢູ່ທີ່ 1.2 ຕື້ ໂດລາສະຫະລັດ ໂດຍມີລັດຖະບານ ແຫ່ງສປປ ລາວ ຖືຮຸນ ຮ່ວມ 5%.

ເສັ້ນທາງດ່ວນສາຍນີ້ ແມ່ນສ້າງໃຫ້ເປັນແລວຄູ່ຂະໜານໄປກັບ ເສັ້ນທາງລົດໄຟ ຄວາມໄວສູງ ລາວຈີນ ໂດຍເລີ້ມຈາກ ບ້ານສີເກີດ ເມືອງນາຊາຍທອງ ຫາ ເມືອງວັງວຽງ ແຂວງວຽງຈັນ.

ຄວາມໄວທີ່ອະນຸຍາດໃຫ້ຂັບຂີ່ ເທິງທາງດ່ວນສາຍນີ້ແມ່ນ 100 ກມ/ຊມ ຈາກເຂດຮາບພຽງ ບ້ານສີເກດ ຫາ ເມືອງໂພນໂຮງ, ຫຼັງຈາກນັ້ນ ຄວາມໄວ ທີ່ອະນຸຍາດໃຫ້ຂັບຂີ່ແມ່ນ 80 ກມ/ຊມ ໃນເຂດຄ້ອຍຊັນ ມີພູຜາຫຼາຍ ເຂດ ເມືອງໂພນໂຮງ ຫາ ເມືອງວັງວຽງ.

ແຫຼ່ງຂໍ້ມູນ:  Souksakhone Vaenkeo
Vientianetimes,  September 25, 2019)
Vientianetimes.org.la
WWW.NEWS.CN

LAO YOUTH RADIO STATION, FM 90.0 MHZ ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.