Wednesday, July 9, 2025
Kbank Laos โอน รับ จ่าย

ຄະນະສຶກສາສາດ ສາມາດຜະລິດບຸກຄະລາກອນຄູ ອອກຮັບໃຊ້ສັງຄົມຫຼາຍກວ່າ 400 ຄົນ

ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບຊຸດຮຽນປະຈຳປີ 2016-2019 ແລະເປີດສົກຮຽນໃໝ່ສົກສຶກສາ 2019-2020 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີທ່ານ ຮສ.ປອ. ຄຳແສງ ທະລັງສີ ຮັກສາການຄະນະບໍດີ ຄະນະສຶກສາສາດ, ມີຮອງຄະນະບໍດີ, ບັນດາແຂກຖືກເຊີນ, ຫົວໜ້າ ແລະຮອງພາກວິຊາ, ຫົວໜ້າ ແລະຮອງພະແນກ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາ ຄະນະດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ຮສ.ປອ. ຄຳແສງ ທະລັງສີ ໄດ້ຂຶ້ນຜ່ານບົດສະຫຼຸບຊຸດຮຽນ 2016-2019 ແລະຜ່ານທິດທາງແຜນການເຄື່ອນໄຫວ 2019-2020 ຕໍ່ທີ່ປະຊຸມ; ເຊິ່ງທ່ານໄດ້ໃຫ້ຮູ້ວ່າ:

ໃນສົກສຶກສາ 2018-2019 ນີ້, ຄະນະສຶກສາສາດສາມາດສ້າງບຸກຄະລາກອນຄູອອກຮັບໃຊ້ສັງຄົມໄດ້ 400 ກວ່າຄົນ. 

ໃນນັ້ນ, ຈົບການສຶກສາໃນລະດັບປະລິນຍາໂທ ຈຳນວນ 97 ຄົນ, ຍິງ 50 ຄົນ ແລະ ນັກສຶກສາປະລິນຍາຕີທັງໝົດ ຈໍານວນ 466 ຄົນ, ຍິງ 250 ຄົນ, ມີນັກສຶກສາໄດ້ຮັບປະກາສະນີຍະບັດກຽດນິຍົມ(ປະກາສະນີຍະບັດແດງ) ໃນລະດັບປະລິນຍາຕີຈໍານວນ 5 ຄົນ, ຍິງ 2 ຄົນ ແລະນັກສຶກສາທີ່ໄດ້ຮັບການຍ້ອງຍໍທີ່ມີຄະແນນສະເລ່ຍ 3.50 ຂຶ້ນໄປມີ 239 ຄົນ, ຍິງ 135 ຄົນ. ທ່ານໃຫ້ຮູ້ອີກວ່າ: 

ຄະນະສຶກສາສາດໄດ້ດຳເນີນການສ້າງຄູມາໄດ້ຫຼາຍຊຸດແລ້ວ; ໂດຍສະເພາະແມ່ນຊຸດນີ້ ສາມາດສ້າງນັກສຶກສາໄດ້ຮັບກຽດນິຍົມຫຼາຍກວ່າປີຜ່ານໆມາ, ຈຸດມຸ່ງໝາຍຂອງການສ້າງຄູ ແມ່ນເປັນໄປຕາມຄຳຂວັນທີ່ວ່າ: “ຄູສ້າງຄົນ ຄົນສ້າງຊາດ ສຶກສາສາດສ້າງຄູ”ການສ້າງຄູ ຫຼືສ້າງນັກສຶກສາຄູ ແມ່ນອີງຕາມກະຊວງສຶກສາທິການ ແລະກີລາຊີ້ນຳ, ໂດຍຈັດຕັ້ງປະຕິບັດຕາມ 5 ຫຼັກມູນການສຶກສາ ແລະ 3 ລັກສະນະການສຶກສາຂອງຊາດ.

ໃນຕອນທ້າຍພິທີ, ທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ, ເຊິ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ຜົນງານ ທີ່ທາງຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຄະນະສຶກສາສາດຍາດມາໄດ້ໃນຕະຫຼອດໄລຍະ 4 ປີຜ່ານມາ.

ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະນໍາ, ພະນັກງານ, ຄູ-ອາຈານທົ່ວຄະນະສຶກສາສາດ ຈົ່ງພ້ອມກັນຮັກສາມູນເຊື້ອອັນດີງາມຂອງຕົນ, ຮ່ວມແຮງຮ່ວມໃຈກັນ ພັດທະນາຄະນະສຶກສາສາດ ກໍຄືມະຫາວິະຍາໄລແຫ່ງຊາດໃຫ້ມີຄວາມກ້າວໜ້າຂຶ້ນເລື່ອຍໆ ແລະກ່າວຢ້ຳໃຫ້ບັນດານັກສຶກສາ ຜູ້ທີ່ກຳລັງຈະສຳເລັດການສຶກສາອອກໄປນັ້ນ ສືບຕໍ່ນຳເອົາຄວາມຮູ້ທີ່ໄດ້ສຶກສາ-ຮໍ່າຮຽນໄປພັດທະນາການສຶກສາໃນຂົງເຂດຕົນ ແລະສືບຕໍ່ສຶກສາການຮໍ່າຮຽນຄົ້ນຄວ້າຕໍ່ໄປ ເພາະການຮຽນຮູ້ບໍ່ມີວັນສິ້ນສຸດ.

ແຫຼ່ງຂໍ້ມູນ: ມະຫາວິທະຍາໄລແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.