Sunday, November 9, 2025
Kbank Laos โอน รับ จ่าย

ກອງທັບປະຊາຊົນລາວ ແລະ ກອງທັບຣັດເຊຍ ຮ່ວມເຝິກຊ້ອມພາກສະໜາມເກັບກູ້ລະເບີດ

ໜ່ວຍງານເກັບກູ້ລະເບີດເພື່ອ ມະນຸດສະທໍາ ກອງທັບປະຊາຊົນ ລາວ ໄດ້ສືບຕໍ່ເຝິກຊ້ອມຮ່ວມພາກ ສະໜາມຢູ່ສະໜາມເຝິກແອບທີ່ສູນຮັກສາສັນຕິພາບສາກົນ ສາທາລະນະລັດ ອິນໂດເນເຊຍ ພາຍຫຼັງມີພິທີເປີດຢ່າງເປັນທາງ ການພາຍໃຕ້ການເປັນປະທານຮ່ວມລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບລັດເຊຍໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ມີຄະນະຊີ້ນໍາຮ່ວມ ລາວ-ຣັດເຊຍ ພ້ອມທີມເກັບກູ້ລະເບີດຈາກບັນ ດາປະເທດອາຊຽນ ແລະ ອາ ຊຽນ-ບວກເຂົ້າຮ່ວມ.

ສະຫາຍ ພັນໂທ ພອນແກ້ວ ອໍລະດົມ ຫົວໜ້າການທະຫານກອງກວດກູ້ລະເບີດເພື່ອມະນຸດສະທໍາ ກອງທັບປະຊາຊົນລາວ ໄດ້ໃຫ້ຮູ້ວ່າ:

ພາຍຫຼັງໜ່ວຍງານ ກວດກູ້ລະເບີດເພື່ອມະນຸດສະທໍາ ກອງທັບປະຊາຊົນລາວ ແລະ ກອງທັບຣັດເຊຍໄດ້ຮ່ວມກັນດໍາ ເນີນການກະກຽມສະໜາມເຝິກ ຊ້ອມເປັນທີ່ຮຽບຮ້ອຍໃນມື້ວານ ນີ້, ມື້ນີ້ພວກເຮົາໄດ້ສືບຕໍ່ເຝິກຊ້ອມ ຮ່ວມພາກສະໜາມ ເຊິ່ງໃນມື້ທໍາອິດນີ້ ກອງທັບປະຊາຊົນລາວ ແລະ ກອງທັບຣັດເຊຍ ໃນນາມ ປະທານຮ່ວມກໍໄດ້ນໍາພາແຕ່ລະ ໜ່ວຍງານກວດກູ້ລະເບີດຂອງ ແຕ່ລະປະເທດດໍາການສາທິດ ໃຫ້ຄວາມຮູ້ກ່ຽວກັບການນໍາໃຊ້ ຈັກກວດກູ້ລະເບີດຂອງແຕ່ລະ ຊະນິດຂອງແຕ່ລະປະເທດ ເພື່ອກະກຽມຄວາມພ້ອມໃນການນໍາ ໃຊ້ຈັກເຂົ້າໃນການກວດກູ້ຢູ່ພາກ ສະໜາມຕົວຈິງ.

ເພື່ອໃຫ້ແທດເໝາະກັບສະ ພາບຄວາມເປັນຈິງຂອງພື້ນທີ່ເຝິກຊ້ອມ ແລະ ຖືກຕ້ອງສອດ ຄ່ອງກັບບົດຮຽນທີ່ຈະໄດ້ໄປນໍາ ໃຊ້ຕົວຈິງກໍຄືແຜນການທີ່ຄະນະ ຊີ້ນໍາສອງຝ່າຍລາວ-ຣັດເຊຍ ໄດ້ ກໍານົດໄວ້ນັ້ນສະເພາະສະໜາມ ການເຝິກຊ້ອມແມ່ນໄດ້ແບ່ງອອກ ເປັນ 4 ສະໜາມຄື:

ສະໜາມທີ່ເປັນ ທົ່ງພຽງ, ສະໜາມທີ່ເປັນພູຜາ, ສະໜາມທີ່ເປັນປ່າດົງ, ສະໜາມທີ່ເປັນເຂດເສັ້ນທາງ ແລະ ຂົວ.

ການເຝິກຊ້ອມມື້ທໍາອິດນີ້ ບັນ ດາໜ່ວຍງານວິຊາການກວດກູ້ລະເບີດ ແມ່ນໄດ້ເປັນເອກະພາບ ສູງກ່ຽວກັບເຕັກນິກການນໍາໃຊ້ ເຄື່ອງຈັກກວດກູ້ລະເບີດ ເພາະເຄື່ອງກວດກູ້ລະເບີດຂອງແຕ່ລະ ປະເທດການນໍາໃຊ້ແມ່ນມີຄວາມ ແຕກຕ່າງກັນ ສະນັ້ນມີຄວາມຈໍາ ເປັນຫຼາຍທີ່ບັນດາວິຊາການ ກວດກູ້ລະເບີດຈະໄດ້ທໍາຄວາມ ລຶ້ງເຄີຍ ແລະ ຮຽນຮູ້ເຄື່ອງຈັກ ເພື່ອນໍາໃຊ້ເຂົ້າໃນການເຝິກຊ້ອມກວດກູ້ລະເບີດຢ່າງຖືກວິທີ ແລະ ມີຄວາມປອດໄພສູງສຸດ.

ເຖິງຢ່າງໃດກໍຕາມການຈັດ ຕັ້ງປະຕິບັດການເຝິກຊ້ອມພາກ ສະໜາມມື້ທໍາອິດທີ່ກອງທັບປະ ຊາຊົນລາວ ແລະ ກອງທັບຣັດ ເຊຍ ເປັນປະທານຮ່ວມແມ່ນໄດ້ ດໍາເນີນໄປດ້ວຍບັນຍາກາດແຫ່ງ ໄມຕີຈິດມິດຕະພາບທີ່ດີ ເຊິ່ງສະ ແດງໃຫ້ເຫັນເຖີງຄວາມສາ ມັກ ຄີອັນເປັນພະລັງແຮງຂອງ ໜ່ວຍງານກວດກູ້ລະເບີດຂອງ ກອງທັບອາຊຽນ ແລະ ອາຊຽນ ບວກໃນຂອບຂອງກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາ ຊຽນໃຫ້ບັນລຸເປົ້າໝາຍທີ່ວາງ ໄວ້.

ແຫຼ່ງຂໍ້ມູນ: ໂດຍ: ຊາຍສົມສັກ ວິໄລສັນ, Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.