Monday, November 10, 2025
Kbank Laos โอน รับ จ่าย

ເປີດຮັບສະໝັກລັດຖະກອນ “ຕຳຫຼວດ” ປະຈຳປີ 2019

ພາບປະກອບ

ແຈ້ງການ!

ເຖິງ: ນາຍ ແລະ ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງ ແລະ ປກສ 5 ຕົວເມືອງ.

ເລື່ອງ: ແຈ້ງການຮັບສະຫມັກກາລັງໄຫມ່ເຂົ້າເປັນກາລັງປ້ອງກັນຄວາມສະຫງົບປະຈ ໍາປີ 2019.

– ອີງຕາມ: ແຈ້ງການຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 2952 /ກມປສ, ລົງວັນທີ 11 ກັນຍາ 2010 ວ່າດ້ວຍການຄັດເລືອກຮັບເອົາກາໍລັງໄຫມ່ ສົກປີ 2019.

ໂດຍປະຕິບັດຕາມແຈ້ງການດັ່ງກ່າວ, ຫ້ອງການເມືອງ ຈິ່ງຂໍຖືເປັນກຽດແຈ້ງການມາຍັງ ນາຍ ແລະ ພົນ ຕາຫຼວດ ກອງບັນຊາການ ປກສ ແຂວງ ແລະ ປູກສຸ 5 ຕົວເມືອງ ຜູ່ທີ່ມີລູກຫຼານຢາກສະຫມັກເຂົ້າເປັນກາໍລັງປ້ອງ ກັນຄວາມສະຫງົບໃຫ້ເຂົ້າໄປສະຫມັກຮັບແບບຟອມດ້ວຍຕົນເອງຢູ່ກອງບັນຊາການ ປກສ ແຂວງ (ຫ້ອງການ ເມືອງ) ໃນວັນທີ 18/09/2019 ໂມງລັດຖະການ),

ລະອຽດມີມາດຖານ-ເງື່ອນໄຂດັ່ງນີ້:

I. ມາດຖານ-ເງື່ອນໄຂ.

1. ຕ້ອງແມ່ນຜູ້ທີ່ມີປະຫວັດຈະ ແຈ້ງ, ປອດໃສຂາວສະອາດ, ຕ້ອງເປັນຄົນລາວມາແຕ່ກໍາເນີດ, ຜູ້ທີ່ຮຽນ ຈົບມໍປາຍຕ້ອງມີອາຍຸ ແຕ່ 18 ຫາ 22 ປີ,

2. ຜູ້ທີ່ຮຽນຈົບວິຊາຊີບແລ້ວອາຍຸບໍ່ເກີນ 28 ປີ. …

3. ມີສຸຂະພາບແຂງແຮງ, ຮູບຮ່າງສົມສ່ວນ,ບໍ່ສັກລາຍ, ບໍ່ດັດແປງອາໄວຍະວະເພດຕ່າງໆ,ບໍ່ມີພະຍາດ ຕິດແປດຊາໍເຮື້ອ, ມີສະຕິສໍາປັດສະຍະສົມບູນດີ ແລະ ບໍ່ພົວພັນສີ່ງເສບຕິດທຸກປະເພດ.

. ສຳລັບເພດຊາຍ ລວງສູງ 160 ຊັງຕີແມັດຂື້ນໄປ,ນ້ຳຫນັກ 50 ຫາ 75 ກິໂລ,ບໍ່ບອງຫ. ແລະ ລວາສງ 155 ຊັງຕີແມັດຂື້ນໄປ,ນ້ຳຫນັກ 45 ຫາ 65 ກິໂລ,ບໍ່ບ່ອງຫູຫຼາຍຮູ,ບໍ່ດັດແປງຕາມຮ່າງກາຍ.

I. ການປະກອບເອກະສານເບື້ອງຕົ້ນ

ເອກະສານແບບຟອມການຈັດຕັ້ງການົດໃຫ້: (ຄ່າທໍານຽມຊຸດລະ 100.000 ກີບ) ປະກອບມີ: 1. ຮ່າງໃບຄຮ້ອງຂໍເຂົ້າຕຫຼວດ

2. ຮ່າງໃບຢັ້ງຢືນຮັບປະກັນຂອງ ພໍ່,ແມ່, ຜູ່ປົກຄອງ ຫຼື ຜູ້ຝາກ.

3. ໃບຢັ້ງຢືນທີ່ຢູ່.

– ເອກະສານປະກອບເພີ້ມ:

1. ຊີວະປະຫວັດຈົບຊັ້ນຮຽນ ມໍ 7 1 ສະບັບ (ສຳເນົາ)

2. ໃບປະກາດພ້ອມໃບຄະແນນຈົບຊັ້ນ ມ7 ຢ່າງລະ 1 ສະບັບ ( ສຳເນົາ )

3. ໃບປະກາດພ້ອມໃບຄະແນນຈົບວິຊາຊີບ ຢ່າງລະ 1 ສະບັບ (ສໍາເນົາ) ຖ້າມີ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.