ຫາງສຽງຈາກຫ້ອງເຊົ່າ: ກວດກາເດິກໂພດ ແລະຄ່າທຳນຽມແພງ

ພາບປະກອບ

ປາ­ກົດ­ການ​ຫາງ​ສຽງ​ຂອງ​ຄົນ​ທີ່​ເຊົ່າ​ຫ້ອງ​ແຖວ​ນັ້ນ ເຄີຍ​ຖືກ​ຖົກ​ຖຽງ​ແລກ­ປ່ຽນ​ກັນ​ຫຼາຍ​ບ່ອນ ສ່ວນ​ໃຫຍ່​ກໍ​ແມ່ນ​ຮ້ານ​ກາ­ເຟ ເພາະ​ບ່ອນ​ຮ້ານ​ກາ­ເຟ​ນັ້ນ​ບາງ​ຮ້ານ​ມັນ​ໄດ້​ມີ​ຄົນ​ຫຼາກ​ຫຼາຍ​ອາ­ຊີບ ແລະ ອາ­ຍຸ ເຊິ່ງ​ບາງ​ຄົນ​ກໍ​ແມ່ນ​ພະ­ນັກ­ງານ​ບຳ­ນານ ຫຼື ບາງ​ຄົນ​ກໍ​ແມ່ນ​ພະ­ນັກ­ງານ​ໜຸ່ມ​ນ້ອຍ ລວມ​ທັງ​ປະ­ຊາ­ຊົນ​ທົ່ວ​ໄປ ດັ່ງ­ນັ້ນ ວົງ​ສົນ­ທະ­ນາ​ຢູ່​ຮ້ານ​ກາ­ເຟ​ຈຶ່ງ​ມີ​ຫຼາກ​ຫຼາຍ​ບັນ­ຫາ ເຊັ່ນ ຄ່າ​ທຳ­ນຽມ​ເຊັນ​ເອ­ກະ­ສານ​ຕາມ​ຫ້ອງ­ການ​ບ້ານ​ຕ່າງໆ ຫຼື ຄ່າ​ທຳ­ນຽມ​ເຮັດ​ປື້ມ​ສຳ­ມະ­ໂນ​ຄົວ​ຫົວ​ໃໝ່ ທີ່​ຄົນ​ໃນ​ສັງ­ຄົມ​ສ່ວນ​ໃຫຍ່​ໃຫ້​ຄວາມ​ສົນ­ໃຈ.

ສຳ­ລັບ​ຫາງ​ສຽງ​ຂອງ​ຜູ້​ເຊົ່າ​ຫ້ອງ​ແຖວ​ນັ້ນ ເຂົາ​ກໍ​ມີ​ຄຳ​ເຫັນ​ຢາກ​ແລກ­ປ່ຽນ​ເລື່ອງ​ໃບ​ພັກ​ເຊົາ ແລະ ການ​ກວດ­ກາ​ຂອງ​ເຈົ້າ​ໜ້າ­ທີ່​ຂັ້ນ​ບ້ານ ເຊິ່ງ​ຫາງ​ສຽງ​ໜຶ່ງ​ບອກ​ວ່າ ພວກ​ເຂົາ​ບໍ່​ຢາກ​ໃຫ້​ໄປ​ກວດ​ເດິກ​ເກີນ​ໄປ ເຊັ່ນ:

ພາບປະກອບ

ຖ້າ​ເລີຍ 22 ໂມງ​ຂຶ້ນ​ໄປ ພວກ​ເຂົາ​ກໍ​ປິດ​ປະ­ຕູ​ນອນ ເຊິ່ງ​ຖື​ວ່າ​ເປັນ​ເວ­ລາ​ພັກ­ຜ່ອນ ປະ­ເດັນ​ຢູ່​ທີ່​ວ່າ ເຮົາ​ຈະ​ມີ​ທາງ​ອອກ​ແນວ­ໃດ ເພື່ອ​ໃຫ້​ທຸກ​ຝ່າຍ​ເກີດ​ຄວາມ​ພໍ­ໃຈ​ຮ່ວມ ໂດຍ​ຫຼີກ­ເວັ້ນ​ບໍ່​ນຳ​ໃຊ້​ຊ່ອງ​ຫວ່າງ​ອ້າງ​ເຫດ­ຜົນ​ແອບ​ແຝງ… ປະ­ເດັນ​ຕໍ່​ມາ​ຄື​ເລື່ອງ​ຄ່າ​ເຊັນ​ເອ­ກະ­ສານ​ຕ່າງໆ​ຂອງ​ແຕ່​ລະ​ບ້ານ ເຊິ່ງ​ເກັບ​ຄ່າ​ທຳ­ນຽມ​ບໍ່​ເປັນ​ເອ­ກະ​ພາບ​ກັນ ຍົກ​ຕົວ­ຢ່າງ: ໃບ­ຢັ້ງ­ຢືນ ຈ່າຍ​ສິບ​ພັນ​ກີບ ເຊິ່ງ​ໃຜ​ກໍ​ຍອມ­ຮັບ​ໄດ້ ແຕ່​ຍັງ​ມີ­ຄ່າ​ທຳ­ນຽມ​ບາງ​ເອ­ກະ­ສານ (ຊື້?ຂາຍ) ຫຼື ຢືມ​ເງິນ​ກູ້​ໜີ້ ຢືມ​ສິນ ນີ້​ເປັນ​ເລື່ອງ​ຕ່າງ​ກັນ​ໃນ​ລາຍ​ລະ­ອຽດ.

ຫາງ​ສຽງ​ສ່ວນ​ໜຶ່ງ​ມີ​ຄຳ​ເຫັນ​ວ່າ ປະ­ຊາ­ຊົນ​ບາງ​ຄົນ​ເຮັດ​ເອ­ກະ­ສານ​ຢືມ​ເງິນ ເພື່ອ​ມາ​ໝູນ​ໃຊ້​ແນວ​ຈຳ­ເປັນ​ໃນ​ຄອບ­ຄົວ ແຕ່​ອາດ​ໄດ້​ເສຍ​ຄ່າ​ເຊັນ​ເອ­ກະ­ສານ​ແພງ​ແສນ​ໜຶ່ງ? ສາມ​ແສນ ເຂົາ​ກໍ​ບອກ​ວ່າ​ຝ່າຍ​ກ່ຽວ­ຂ້ອງ​ຄວນ​ຫຼຸດ​ລົງ ເພາະ​ການ​ຢືມ​ເງິນ​ກູ້​ໜີ້​ຂອງ​ປະ­ຊາ­ຊົນ​ກໍ​ຍ້ອນ​ຂາດ­ເຂີນ​ຈຶ່ງ​ກູ້​ຢືມ​ມາ​ໝູນ​ໃຊ້ ເພາະ​ໃນ​ຖົງ​ກໍ​ບໍ່​ມີ​ເງິນ​ຢູ່​ແລ້ວ ເຊິ່ງ​ແຕ່​ລະ​ບ້ານ​ກໍ​ຍັງ​ບໍ່​ທັນ​ໄດ້​ເກັບ​ເປັນ​ເອ­ກະ​ພາບ ບາງ​ບ້ານ​ເກັບ​ຖືກ ແຕ່​ບາງ​ບ້ານ​ແພງ ແນວ­ໃດ​ກໍ​ຕາມ ເຫັນ​ວ່າ­ການ​ແກ້​ໄຂ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ນັ້ນ​ສຳ­ຄັນ​ຫຼາຍ ເຊິ່ງ​ຂັ້ນ​ເທິງ​ທີ່​ຮັບ­ຜິດ­ຊອບ​ຄວນ​ແກ້​ໄຂ​ດ່ວນ ເພື່ອ​ປະ­ໂຫຍດ​ຂອງ​ສ່ວນ​ລວມ.

ພາບປະກອບ

ຄ່າ​ທຳ­ນຽມ​ທີ່​ເປັນ​ຫາງ​ສຽງ​ຮ້ອນ​ມາ​ແຮງ ຄື​ຄ່າ​ເຮັດ​ປື້ມ​ສຳ­ມະ­ໂນ​ຄົວ​ຫົວ​ໃໝ່ ເຊິ່ງ​ທາງ​ຝ່າຍ​ກ່ຽວ­ຂ້ອງ​ໄດ້​ອອກ​ແຈ້ງ​ການ​ຄ່າ​ແລ່ນ​ປື້ມ​ແລ້ວ ແຕ່​ປາ­ກົດ​ວ່າ ການ­ຈັດ­ຕັ້ງ​ຂັ້ນ​ລຸ່ມ​ບາງ​ບ່ອນ​ຍັງ​ສວຍ­ໂອ­ກາດ​ນຳ​ຊ່ອງ​ຫວ່າງ…? ບ່ອນ​ສຳ­ຄັນ​ບໍ່​ວ່າ​ກົດ­ໝາຍ ຫຼື ລະ­ບຽບ​ການ ຄ່າ​ທຳ­ນຽມ​ຕ່າງໆ ຖ້າ​ຂັ້ນ​ເທິງ​ອອກ​ແລ້ວ​ກໍ​ຄວນ​ນຳ​ເອົາ​ລະ­ບຽບ​ການ​ຕ່າງໆ​ນຳ​ອອກ​ເຜີຍ­ແຜ່​ໃຫ້​ປະ­ຊາ­ຊົນ​ຮັບ​ຮູ້ ເພື່ອ​ຄວາມ​ໂປ່ງ​ໃສ ບໍ່​ໃຫ້​ພາກ­ສ່ວນ​ໃດ​ໜຶ່ງ​ນຳ​ໃຊ້​ຊ່ອງ​ຫວ່າງ​ສວຍ­ໂອ­ກາດ ເຊິ່ງ​ຖ້າ­ວ່າ​ປະ­ຊາ­ຊົນ​ຮັບ​ຮູ້​ລະ­ບຽບ​ຄ່າ​ທຳ­ນຽມ​ເຂົາ​ກໍ​ຈະ​ມີ​ບ່ອນ​ອີງ ເຊິ່ງ​ໄລ­ຍະ​ນີ້​ເສດ­ຖະ­ກິດ​ຝືດ​ແທ້ ເວົ້າ​ມາ​ກໍ​ເຫັນ­ໃຈ​ຜູ້​ມີ​ລາຍ​ຮັບ​ຕ່ຳ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...