Saturday, April 26, 2025
Kbank Laos โอน รับ จ่าย

ໄດ້ໃບປະກາດແດງ ຍ້ອນໃຊ້ສູດ “ສຸ ຈິ ປຸ ລິ”

ອາຫລິງເປັນນັກສຶກສາຄູພາສາລາວ-ວັນນະຄະດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ FM 90.0 MHz ເຖິງວິທີການທີ່ສາມາດຍາດໃບປະກາດຊະນິຍະບັດກຽດນິຍົມ (ໃບປະກາດແດງ) ວັນທີ 20/9/2019 ວ່າ:

1. ຄວາມໝັ້ນໃຈໃນຕົວເອງ ໂດຍເລີ່ມຈາກໝັ້ນໃຈໃນການກ້າສະແດງອອກໃນວຽກງານຕ່າງໆ.
2. ຕ້ອງມີຄວາມຕັ້ງໃຈຄົ້ນຄວ້າຮໍ່າຮຽນ, ເຝິກຝົນຕົນເອງໃຫ້ມີຄວາມຮູ້ຄວາມສາມາດ.
3. ຮູ້ຈັກແບ່ງເວລາໃນການເຮັດສິ່ງຕ່າງໆ, ໝັ່ນທົບທວນບົດຮຽນລ່ວງໜ້າ ແລະ ຫຼັງການຮຽນ.
4 ບໍ່ເປັນຄົນຜັດມື້ຜັດວັນ, ໝັ່ນເຮັດວຽກບ້ານແກ້ໄຂບັນຫາຕ່າງໆດ້ວຍຕົນເອງ ແລະ ບໍ່ຄິດວ່າຕົນເອງເຮັດມັນບໍ່ໄດ້.

ແຕ່ສິ່ງທີ່ຂາດບໍ່ໄດ້ນັ້ນກໍຄື 4 ພະຍາງນີ້:

ສຸ ສຸນັ້ນຟັງທາກທ້ອຍໂອວາດຄໍາສອນ
ຈິ ຈິນຕະນານຶກຮໍ່າຮຽນຂຽນຮູ້
ປຸ ປຸນັ້ນສົນໃຈຂໍ້ໃດໃຫ້ຖາມທ່ານ
ລິ ລິນັ້ນຂຽນຂີດແຕ້ມປະກັນໄວ້ເພື່ອລືມ

ພາບ ແລະ ຂ່າວໂດຍ ໂຄສົກ ໄພວອນ ນັນທະວົງ
ແຫຼ່ງຂໍ້ມູນ: Lao Youth Radio FM 90.0 Mhz

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.