Monday, May 19, 2025
Kbank Laos โอน รับ จ่าย

ເມືອງບໍ່ແຕນ ເປັນເມືອງຂາດດຸນງົບປະມານ ລາຍຮັບ ບໍ່ກຸ້ມ ລາຍຈ່າຍ

ທ່ານ ຊົມພູ ລຽງໄຊ ຫົວໜ້າຫ້ອງການ ການເງິນເມືອງບໍ່ແຕນ ໄດ້ເປິດເຜີຍໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ລາຍຮັບ-ລາຍຈ່າຍ ງົບປະມານແຫ່ງລັດ 9 ເດືອນ ແລະ ທິດທາງແຜນການມາດຕະການວຽກງານຈຸດສຸມ 3 ເດືອນທ້າຍປີ2019 ທີ່ສຳເລັດລົງໃນທ້າຍເດືອນຕຸລາ ທີ່ຜ່ານມານີ້.

ວ່າເມືອງບໍ່ແຕນໄດ້ຮັບໂຕເລກ ລາຍຮັບ-ລາຍຈ່າຍ ທັງໝົດ 9 ຕື້ 302 ລ້ານກີບ, ໃນນີ້ມີລາຍຮັບພາຍໃນ 3 ຕື້ 144 ລ້ານກີບ, ສ່ວຍສາອາກອນ 3ຕື້ 74 ລ້ານກີບ, ຊັບສິນຂອງລັດ 70 ລ້ານກີບ, ດຸ່ນດ່ຽງຈາກແຂວງ 6 ຕື້ 158 ລ້ານກີບ, ເມືອງບໍ່ແຕນເປັນເມືອງໜຶ່ງ ຕັ້ງຢູ່ໃຕ້ສຸດຂອງແຂວງໄຊຍະບູລີ ພື້ນຖານເສດຖະກິດບໍ່ທັນຂະຫຍາຍຕົວຢ່າງແຂງແຮງ ເປັນເມືອງທີ່ຂາດດຸນທາງດ້ານງົບປະມານລາຍຮັບບໍ່ກູ້ມລາຍຈ່າຍ ຕາມແຜນເບື້ອງຕົ້ນກວມເອົາ 48,94% ຂອງຍອດລາຍຈ່າຍທັງໝົດ,

ເຊິ່ງເປັນຜົນກະທົບໃຫ້ແກ່ແຜນງົບປະມານໃນຫຼາຍດ້ານພໍສົມຄວນເປັນຕົ້ນແຜນງົບປະມານສືບຕໍ່ແກ້ໄຂໜີ້ສິນ ແລະ ຂາດດຸນງົບປະມານໃນປີຕໍ່ໜ້າ ແຕ່ພາຍໃຕ້ການຊີ້ນຳ ນຳພາຂອງອົງຄະນະພັກເມືອງ ເຮັດໃຫ້ການຈັດເກັບລາຍຮັບ 9 ເດືອນຜ່ານມາແມ່ນໄດ້ຕັ້ງໜ້າໃນການຂຸດຄົ້ນລາຍຮັບຕາມທ່າແຮງບົ່ມຊ້ອນ ສະແດງອອກໃນ 9 ເດືອນ ສາມາດຈັດເກັບລາຍຮັບງົບປະມານໄດ້ທັງໝົດ 2 ຕື້ 601 ລ້ານກີບ, ເທົ່າກັບ 82,74% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານມາ ຫຼດ 11,80%

ໂດຍແບ່ງປັນຂັ້ນຄຸ້ມຄອງຄືເມືອງຄູ້ມຄອງປະຕິບັດໄດ້1 ຕື້ 335 ລ້ານກີບເທົ່າກັບ 81,86% ຂອງແຜນການປີທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 20,96%ບ້ານຄູ້ມຄອງປະຕິບັດໄດ້ 1 ຕື້ 268 ລ້ານກີບ, ເທົ່າກັບ 83,84% ຂອງແຜນການປີທຽບໃສ່ໄລຍະດຽວຂອງປີຜ່ານມາ ເພີ້ມຂື້ນ 0,64% ສັງເກດລາຍຮັບຕາມຂະ ແໜງການໃນນີ້

ສ່ວຍສາອາກອນປະຕິບັດໄດ້ 2 ຕື້ 547 ລ້ານກີບ, ເທົ່າກັບ 82,86% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 12,08%ລາຍຮັບສັບສິນຂອງຂອງລັດ ປະຕິບັດໄດ້ 547 ລ້ານກ່ວາກີບ, ເທົ່າກັບ 77,50% ຂອງແຜນການປີທຽບໃສ່ໄລຍະດຽວຂອງປີຜ່ານມາເພີ້ມຂື້ນ 3,85% ໃນນີ້ຫ້ອງການການເງິນເມືອງປະຕິບັດໄດ້ 951 ລ້ານກີບ, ເທົ່າກັບ 119,18%ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດ 20,8% , ຫ້ອງການອ້ອມຂ້າງເມືອງປະຕິບັດໄດ້ 382 ລ້ານກີບ, ເທົ່າກັບ 45,86% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດ 26,76% ສ່ວນການຈັດຕັ້ງປະຕິບັດລາຍຈ່າຍໃນ 9 ເດືອນ ມີທັງໝົດ 6 ຕື້ 427 ລ້ານກີບ, ເທົ່າກັບ 69,09% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານແມ່ນເພີ້ມຂື້ນ 2 %.

ທ່ານຍັງກ່າວຕື່ມວ່າ: ການຄູ້ມຄອງຈັດເກັບລາຍຮັບແມ່ນຈະໄດ້ເຮັດຢ່າງຕັ້ງໜ້າ ແລະ ຖືກຕ້ອງຄົບຖ້ວນ ແລ້ວກໍ່ຕາມແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການແລ້ວພວກເຮົາຍັງເຮັດບໍ່ທັນໄດ້ດີ ເປັນຕົ້ນການຈັດເກັບລາຍຮັບອາກອນຍັງຊັກຊ້າ ສ້າງລາຍຮັບບໍ່ໄດ້ຕາມແຜນ.

ອີກດ້ານໜຶ່ງຍັງມີຜົນກະທົບຈາກໄພທຳມະຊາດຈຶ່ງພາໃຫ້ການເກັບອາກອນເຄື່ອນຍ້າຍຜົນຜະລິດກະສິກຳແມ່ນຫຼຸດຈາກໄລຍະດຽວຂອງປີຜ່ານມາເປັນຈຳນວນຫຼາຍ, ຫົວໜ່ວຍທຸລະກິດຈຳນວນໜຶ່ງໄປເຄື່ອນໄຫວຢູ່ຕ່າງແຂວງ ແລະ ທ້ອງຖິ່ນອື່ນ ການຄູ້ມຄອງຈັດເກັບລາຍຮັບຈາກຄ່າທຳນຽມນຳໃຊ້ທີ່ດິນບໍ່ທັນລະອຽດຈະແຈ້ງ ສ່ວນລາຍຮັບພາຍໃນເມືອງແມ່ນຮັບໃຊ້ຈ່າຍບໍລິຫານວຽກພາຍໃນເມືອງເທົ່ານັ້ນ, ສຳລັບເງິນເດືອນຂອງພະນັກງານທົ່ວໄປແມ່ນອິງໃສ່ເງິນດຸ່ນດ່ຽງຈາກແຂວງເປັນຕົ້ນຕໍ.

ເພື່ອຕອບສະໜອງລາຍຈ່າຍ ແລະຄວາມຮຽກຮ້ອງຕ້ອງການຂອງວຽກງານກໍ່ຄືລາຍຮັບ-ລາຍຈ່າຍ3ເດືອນທ້າຍປີ ເມືອງບໍ່ແຕນຈະສູ້ຊົນເກັບລາຍຮັບໃຫ້ໄດ້ 2 ຕື້ 782 ລ້ານກີບ, ເທົ່າກັບ 29,89% ຂອງແຜນປີລາຍຮັບພາຍໃນ 543 ລ້ານກີບ, ລາຍຮັບດຸ່ນດ່ຽງຈາກແຂວງ 2 ຕື້ 238 ລ້ານກີບ, ເທົ່າກັບ 36,34 ຂອງແຜນປີດ້ານລາຍຈ່າຍ 2 ຕື້ 780 ລ້ານກີບ, ເທົ່າກັບ 29,89 % ຂອງແຜນປີ ໃນນີ້ຈ່າຍເງິນນະໂຍບາຍ, ເງິນບໍລິຫານ ແລະ ຈ່າຍດັດສົມສົ່ງເສີມ.

ຂ່າວ: ບຸນທີ ແສງຈັນທະລາ. Medialaos 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້