ເຝິກອົບຮົມ ແລະ ເປີດນຳໃຊ້ປ່ອງບໍລິການວີຊາອອນລາຍຢູ່ແຂວງສະຫວັນນະເຂດ

ພິທີເຝິກອົບຮົມ ແລະ ເປີດນຳໃຊ້ປ່ອງບໍລິການວີຊາອອນລາຍຢູ່ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢາງເປັນທາງການໃນວັນທີ 4-5 ພະຈິກ 2019 ເພື່ອເປັນທາງເລືອກໃໝ່ໃຫ້ແກ່ຄົນຕ່າງປະເທດ, ໂດຍແນໃສ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ກໍ່ຄືການໄປມາຫາສູ່ລະຫວ່າງຄົນລາວ ແລະ ຄົນຕ່າງປະເທດໃຫ້ມີການຂະຫຍາຍຕົວຍິ່ງໆຂຶ້ນ.

ໂດຍການເຂົ້້າຮ່ວມຂອງທ່ານ ພັທ ຈັນທາ ແສນສຸລິວົງ ຮອງກອງບັນຊາການ ປກສ ແຂວງສະຫວັນນະເຂດ, ທ່ານ ວິໄນສິນ ແກ້ວຄຳໂພ ຮອງຫົວໜ້າພະແນກໜັງສືຜ່ານແດນ ກົມກົງສູນກະຊວງການຕ່າງປະເທດ, ມີຄະນະກົມຕຳຫຼວດກວດກາຄົນເຂົ້າ-ອອກເມືອງກະຊວງປ້ອງກັນຄວາມສະຫງົບ, ມີເຈົ້າໜ້າທີ່ ຕມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

ໃນພິທີຜູ້ເຂົ້າຮ່ວມໄດ້ຣຽນຮູ້ການນຳໃຊ້ລະບົບກວດສອບ ອີວີຊາ ໂດຍສະເພາະຂັ້ນຕອນການຂໍ ອີວີຊາ, ຂັ້ນຕອນໃນການກວດສອບ ແລະ ອະນຸມັດ, ສິດ ແລະ ໜ້າທີ່ຂອງ ຕມ ປະຈຳດ່ານ, ຂໍ້ກຳນົດ ແລະ ເງື່ອນໄຂໃນການຂໍ ອີວີຊາ ແລະ ອື່ນໆ ຜູ້ເຂົ້າຮ່ວມຍັງໄດ້ຄົ້ນຄ້ວາແລກປ່ຽນປະສົບການຖາມບາງບັນຫາທີ່ຍັງບໍ່ເຂົ້າໃຈ ,ພ້ອມທັງຍົກໃຫ້ເຫັນຄວາມສຳຄັນ ແລະ ວິທີ່ການນຳໃຊ້ໃນໜ້າທີ່ວຽກງານຕົວຈິ່ງ, ການຝຶກອົບຮົມວຽກງານການນຳໃຊ້ລະບົບກວດສອບອີວີຊາ,

ກໍ່ເພື່ອແນໃສ່ໃຫ້ພະນັກງານ-ນັກຮົບ ຕມ ປກສ ແຂວງ ໄດ້ຮັບຮູ້- ເຂົ້າໃຈຕໍ່ເນື້ອໃນເອກະສານດັ່ງກ່າວ ແລະ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ້ພະນັກງານທີ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ, ເພີ່ມທະວີຄວາມສະດວກໃນການບໍລິການອອກວີຊາເຂົ້າ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ, ໃຫ້ມີຄວາມທັນສະໄຫມ, ມີປະສິດທິພາບ, ວ່ອງໄວ ແລະ ໂປ່ງໃສ, ເພື່ອກະຕຸກຊຸກຍູ້ ການພົວພັນຮ່ວມມືໃນ ແຕ່ລະດ້ານ ລະຫວ່າງ ລັດຖະບານ ກໍຄືອົງການຈັດຕັ້ງຕ່າງໆ ຂອງ ສປປ ລາວ ກັບ ຕ່າງປະເທດ ໃຫ້ມີການຂະຫຍາຍຕົວແຂງແຮງກວ່າເກົ່າ,

ໂດຍສະເພາະໃນດ້ານການທ່ອງທ່ຽວ, ຊຶ່ງຈະເປັນການປະກອບສ່ວນອັນ ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນສະເພາະຫນ້າ ແລະ ຍາວນານ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...