Monday, November 17, 2025
Kbank Laos โอน รับ จ่าย

ເປົ້າໝາຍສຳຄັນ ໃນການພັດທະນາຂະແໜງ ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ (ຍທຂ)

ກອງ​ປະ­ຊຸມ​ຂະ­ແໜງ​ພື້ນ­ຖານ​ໂຄງ​ລ່າງ ຄັ້ງ​ທີ 12 ທີ່​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ (ຍທຂ) ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ມີ​ທ່ານ ເກ​ໂຊ​ຕາ​ເກ​ວາ​ກາ ເອກ​ອັກ­ຄະ­ລາ­ຊະ­ທູດ​ຍີ່­ປຸ່ນ​ປະ­ຈຳ​ລາວ.

ພ້ອມ​ດ້ວຍ​ຜູ້­ຕາງ­ໜ້າ​ຫ້ອງ­ການ​ພັດ­ທະ­ນາ​ອາ­ຊີ​ປະ­ຈຳ​ລາວ ຊ່ຽວ­ຊານ​ອາ­ວຸ­ໂສ​ດ້ານ​ໂຄງ​ລ່າງ​ພື້ນ­ຖານ ຫ້ອງ­ການ​ທະ­ນາ­ຄານ​ໂລກ​ປະ­ຈຳ​ລາວ ຕາງ­ໜ້າ​ຄູ່​ຮ່ວມ​ພັດ­ທະ­ນາ ແລະ ຂະ­ແໜງ­ການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ບຸນ​ຈັນ ສິນ​ທະ​ວົງ ກ່າວ​ວ່າ:

ເພື່ອ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ຕີ​ລາ­ຄາ​ໝາກ­ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແລະ ການ​ວາງ​ແຜນ­ການ​ຮ່ວມ​ມື ລະ­ຫວ່າງ​ລັດ­ຖະ­ບານ​ລາວ ກໍ​ຄື ກະ­ຊວງ ຍທຂ ກັບ​ບັນ­ດາ​ຄູ່​ຮ່ວມ​ພັດ­ທະ­ນາ ເຮັດ​ໃຫ້​ຂະ­ແໜງ​ດັ່ງ­ກ່າວ ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ​ສັງ­ຄົມ​ແຫ່ງ​ຊາດ ເຊິ່ງ​ບົດ­ບາດ​ຂອງ​ບັນ­ດາ​ຄູ່​ຮ່ວມ​ພັດ­ທະ­ນາ​ທີ່​ໃຫ້­ການ​ຊ່ວຍ­ເຫຼືອ​ທາງ​ດ້ານ​ການ​ພັດ­ທະ­ນາ ການ​ປະ­ກອບ­ສ່ວນ​ທາງ​ດ້ານ​ຄວາມ​ຮູ້ ປະ­ສົບ​ການ ການ​ບັນ­ລຸ​ເປົ້າ​ໝາຍ​ຂອງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 9.

ແລະ ເປົ້າ​ໝາຍ​ຂອງ​ການ​ພັດ­ທະ­ນາ​ຂອງ​ຂະ­ແໜງ ຍທຂ ແມ່ນ​ຂຶ້ນ​ກັບ​ການ​ໃຫ້­ການ​ສະ­ໜັບ­ສະ­ໜູນ ແລະ ການ​ສະ­ໜອງ​ທຶນ­ຮອນ ໃນ​ການ​ພັດ­ທະ­ນາ​ບັນ­ດາ​ພື້ນ­ຖານ​ໂຄງ​ລ່າງ ດ້ານ​ຄົມ­ມະ­ນາ­ຄົມ-ຂົນ­ສົ່ງ ນ້ຳ​ປະ­ປາ ສຸ​ຂະ​ພິ​ບານ ການ​ພັດ­ທະ­ນາ​ຕົວ​ເມືອງ​ຢ່າງ​ຍືນ​ຍົງ ການ​ພັດ­ທະ­ນາ​ຄວາມ​ສາ­ມາດ​ຂອງ​ຂະ­ແໜງ ຍທຂ ຈາກ​ສະ­ຖາ­ນະ​ພາບ ແລະ ມີ​ທີ່​ຕັ້ງ​ທີ່​ເປັນ​ຍຸດ​ທະ​ສາດ​ໃນ​ອະ­ນຸ​ພາກ​ພື້ນ​ແມ່­ນ້ຳ​ຂອງ.

ລາວ​ໄດ້​ມີ​ບັນ­ດາ​ຂໍ້​ຕົກ­ລົງ​ທາງ​ດ້ານ​ການ​ອຳ­ນວຍ​ຄວາມ​ສະ­ດວກ ດ້ານ​ການ​ຄ້າ ແລະ ການ​ພັດ­ທະ­ນາ​ເສດ­ຖະ­ກິດ ກັບ​ບັນ­ດາ​ປະ­ເທດ​ອ້ອມ​ຂ້າງ ບັນ­ດາ​ປະ­ເທດ​ໃນ​ອາ​ຊຽນ ສຳ­ລັບ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ໂຄງ­ການ​ລົດ­ໄຟ ລາວ-ຈີນ ໄດ້​ສຳ­ເລັດ​ການ​ກໍ່­ສ້າງ 81% ແລະ ຈະ​ເປັນ​ທ່າ­ແຮງ​ໃນ​ການ​ຜັນ​ຂະ­ຫຍາຍ​ຍຸດ​ທະ​ສາດ​ການ​ເຊື່ອມ​ໂຍງ ແລະ ເຊື່ອມ​ຈອດ​ໃນ​ບັນ­ດາ​ເຂດ​ພາກ​ເໜືອ​ຂອງ​ລາວ.

ກອງ​ປະ­ຊຸມ​ໄດ້​ສະ­ເໜີ​ຮ່າງ​ຂອບ​ນະ­ໂຍ­ບາຍ ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ ໂດຍ​ກຳ­ນົດ 10 ຈຸດ­ໝາຍ ລວມ 8 ຈຸດ ປະ​ສົງ­ການ​ຄຸ້ມ​ຄອງ ແລະ ບັນ­ດາ​ຫຼັກ­ການ​ຂອງ​ນະ­ໂຍ­ບາຍ​ທີ່​ເປັນ​ຂອດ​ໃຈ­ກາງ​ໃນ​ການ​ສ້າງ​ແຜນ​ພັດ­ທະ­ນາ ໃນ 5 ປີ​ຕໍ່­ໜ້າ ແລະ ແຜນ​ຍຸດ​ທະ​ສາດ 10 ປີ​ຂອງ​ຂະ­ແໜງ ຍທຂ ນອກ​ນີ້ ຍັງ​ໄດ້​ແລກ­ປ່ຽນ​ຄວາມ​ຄິດ​ເຫັນ​ເຊິ່ງ​ກັນ ແລະ ກັນ ເປັນ­ຕົ້ນ ສິ່ງ​ທ້າ​ທາຍ ກາ­ລະ​ໂອ­ກາດ​ການ​ກະ­ກຽມ​ຮັບ​ດ້ານ​ຕ່າງໆ ແລະ​ອື່ນໆ​ຕື່ມ​ອີກ.

ແຫຼ່ງຂໍ້ມູນ: ນສພ ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.