Monday, February 17, 2025

ຫາລືການສົ່ງເສີມການຜະລິດພືດຜັກ ແລະ ການເຂົ້າເຖິງຕະຫຼາດ

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ການ​ສົ່ງ­ເສີມ​ການ​ຜະ­ລິດ​ພືດ​ຜັກ ແລະ ການ​ເຂົ້າ​ເຖິງ​ຕະ­ຫຼາດ ຈັດ​ຂຶ້ນຢູ່​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໂດຍ​ມີ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ ນວ ທ່ານ ເບີ​ລິນ ເພັດ​ຈັນ­ທະ​ຣາດ ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນວ ທ່ານ ຫຼ້າ​ສາຍ ນວນ​ທາ​ສິງ ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ພ້ອມ​ດ້ວຍ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ຜູ້​ປະ­ກອບ​ການ ແລະ ກຸ່ມ​ກະ­ສິ­ກຳ​ອິນ​ຊີ ເຂົ້າ​ຮ່ວມ.

ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ຂໍ້​ຕົກ­ລົງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຄະ­ນະ​ສະ­ເພາະ​ກິດ ສົ່ງ­ເສີມ​ການ​ຜະ­ລິດ ແລະ ຊົມ­ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ຜະ­ລິດ​ໄດ້​ຢູ່​ພາຍ​ໃນ ແລະ ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ສິນ­ຄ້າ​ອຸ­ປະ­ໂພກ ແລະ ບໍ­ລິ­ໂພກ ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຄະ­ນະ​ປະ­ສານ​ງານ​ໃນ​ວຽກ​ງານ​ດັ່ງ­ກ່າວ ຂັ້ນ ນວ ໃຫ້​ມີ​ປະ​ສິດ­ທິ​ຜົນ.

ທ່ານ​ນາງ ວັນ​ມະ­ນີ ພິມ​ມະ​ສານ ຮອງ​ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນວ ໄດ້​ລາຍ​ງານ​ຄວາມ​ຄືບ​ໜ້າ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂໍ້​ຕົກ­ລົງ ແຕ່​ວັນ​ທີ 25 ກັນ­ຍາ-25 ຕຸ­ລາ 2019 ວ່າ:

ການ​ກວດ­ກາ​ສິນ­ຄ້າ​ນຳ​ເຂົ້າ​ໄດ້​ກວດ­ກາ​ປະ­ເພດ​ສິນ­ຄ້າ​ພືດ​ຜັກ​ນຳ​ເຂົ້າ ຜ່ານ​ດ່ານ​ຂົວ​ມິດ­ຕະ­ພາບ ລາວ-ໄທ 11 ລາຍ­ການ 1.990 ກິ​ໂລ ມູນ​ຄ່າ 18 ລ້ານ​ກວ່າ​ກີບ ຜ່ານ​ການ​ກວດ­ກາ​ພົບ​ເຫັນ​ສິນ­ຄ້າ​ນອກ​ລະ­ບົບ ແລະ ມີ​ສານ​ຕົກ​ຄ້າງ ຈຶ່ງ​ຈັດ​ພິ­ທີ​ທຳ­ລາຍ​ຢູ່​ບ້ານ​ທ່າ​ມ່ວງ ເມືອງ​ຫາດ​ຊາຍ​ຟອງ ໄດ້​ຕິດ­ຕາມ​ກວດ­ກາ​ສິນ­ຄ້າ​ນຳ​ເຂົ້າ​ຕາມ​ເສັ້ນ­ທາງ​ເລກ​ທີ 13 ໃຕ້.

ພົບ​ລົດ​ບັນ­ທຸກ​ສິນ­ຄ້າ​ປະ­ເພດ​ຫົວ​ຜັກ­ບົ່ວ ຜັກ­ທຽມ​ທີ່​ນຳ​ເຂົ້າ​ຈາກ​ປະ­ເທດ​ເພື່ອນ​ບ້ານ ຜ່ານ​ການ​ກວດ­ກາ​ດ້ານ​ເອ­ກະ­ສານ​ມີ​ໃບ­ຢັ້ງ­ຢືນ​ເສຍ​ພາ­ສີ ມີ​ການ​ຢັ້ງ­ຢືນ​ຈາກ​ຂະ­ແໜງ​ກະ­ສິ­ກຳ ແຕ່​ການ​ແຈ້ງ​ເສຍ​ພາ­ສີ​ເກີນ 6.625 ກິ​ໂລ ຈຶ່ງ​ໄດ້​ປະ­ຕິ­ບັດ​ຕາມ​ລະ­ບຽບ ກວດ­ກາ​ລົດ­ເມ​ສາຍ​ຕ່າງ­ປະ­ເທດ​ອຸ­ດອນ-ຂອນ​ແກ່ນ 2 ຄັ້ງ ພົບ​ເຫັນ​ສິນ­ຄ້າ​ປະ­ເພດ​ດູກ​ໝູ ແລະ ເຄື່ອງ​ໃນ​ໝູ 192 ກິ​ໂລ ບໍ່​ມີ​ເຈົ້າ​ຂອງ ຈຶ່ງ​ໄດ້​ຢຶດ​ມາ​ເພື່ອ​ທຳ­ລາຍ ນອກ​ນີ້ ຍັງ​ໄດ້​ເກັບ​ກຳ​ການ­ຈຳ­ໜ່າຍ​ພືດ​ຜັກ​ກະ­ສິ­ກຳ​ອິນ​ຊີ​ຢູ່ ນວ ປັດ­ຈຸ­ບັນ​ມີ 6 ຈຸດ ໃນ 5 ເມືອງ.

ສຳ­ລັບ​ແຜນ­ການ​ຕໍ່­ໜ້າ​ຈະ​ສືບ­ຕໍ່​ກວດ­ກາ​ການ​ນຳ​ເຂົ້າ​ສິນ­ຄ້າ​ປະ­ເພດ​ພືດ​ຜັກ ໝາກ​ໄມ້ ສັດ ຕາມ​ບັນ­ດາ​ດ່ານ ແລະ ຕະ­ຫຼາດ ປະ­ສານ​ສົມ­ທົບ​ກັບ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ເພື່ອ​ຊຸກ­ຍູ້​ສົ່ງ­ເສີມ​ກຸ່ມ​ຜະ­ລິດ​ພືດ​ຜັກ​ກະ­ສິ­ກຳ​ອິນ​ຊີ ແລະ ຜັກ​ທົ່ວ​ໄປ ໃຫ້​ສະ­ໜອງ​ພືດ​ຜັກ​ເຂົ້າ​ຈຳ­ໜ່າຍ​ໃນ​ຕະ­ຫຼາດ​ໃຫ້​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ຂອງ​ຜູ້​ຊົມ­ໃຊ້​ໃນ​ແຕ່​ລະ​ວັນ.

ແຫຼ່ງຂໍ້ມູນ: ນສພ ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.