ສປປ ລາວ ອາດເປັນປະເທດໜຶ່ງທີ່ີສົ່ງອອກເຂົ້າສານ ຫຼາຍທີ່ສຸດໃນປະເທດອາຊຽນ

ນັກທຸລະກິດຈາກປະເທດມຽນມາ ໄດ້ໃຫ້ສຳພາດຕໍ່ທີມງານວຽງຈັນທາຍໃນມື້ວັນເສົາທີ 2 ພະຈິກ 2019 ທີ່ຜ່ານມາວ່າ : ສປປ ລາວ ອາດຈະເປັນໜຶ່ງຂອງບັນດາປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສູດໃນອາຊຽນ ຍ້ອນຍັງມີເນື້ອທີ່ດິນປູກເຂົ້າເປັນຈໍານວນຫຼາຍ ແລະ ຍັງອຸດົມສົມບູນບໍ່ຈຳເປັນຕ້ອງໃຊ້ສານເຄມີໃນການປູກພືດດັ່ງກ່າວ. ໃນອານາຄົດເຊື່ອວ່າ ປະເທດລາວມີຄວາມສາມາດປູກເຂົ້າເປັນສິນຄ້າເພື່ອສົ່ງອອກໄດ້ຫຼາຍກວ່າທີ່ຜ່ານມາ ແລະ ຖ້າຫາກໄດ້ຮັບການສົ່ງເສີມຢ່າງຈິງຈັງ ຈາກພາກລັດ ໂດຍການຮ່ວມມືກັບນັກລົງທຶນ ແລະ ຊາວນາ.

ທ່ານ ຈໍສະວາໂຊ (U Kyaw Swar Soe) ປະທານບໍລິສັດ ນາເຣສ໌ ຈຳກັດ ແຫ່ງປະເທດ ໄດ້ກ່າວຕໍ່ສືມວນຊົນ ເນື່ອງໃນໂອກາດທີ່ມາເຊັນສັນຍາ ຊື້-ຂາຍເຂົ້າສານໃຫ້ ບໍລິສັດ ໂຮມໄຊ ການກະເສດ ຂາອອກ-ຂາເຂົ້າ ຂອງລາວ ແລະ ບໍລິການຈຳກັດ ຜູ້ດຽວ ໂດຍຮ່ວມກັບ ບໍລິສັດ ສະຫຍາມ ມ້າທອງ ຈຳກັດ ແຫ່ງປະເທດໄທ.

ທ່ານ ໄດ້ອະທິບາຍຕື່ມອີກວ່າ: ການທີ່ຈະໃຫ້ປະເທດລາວກາຍເປັນປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສູດໃນອາຊຽນໄດ້ນັ້ນແມ່ນຍັງມີສິ່ງທ້າທາຍຫຼາຍ ເຊັ່ນ :

ພາກລັດຕ້ອງໄດ້ຂະຫຍາຍລະບົບຊົນລະປະທານໃຫ້ຫຼາຍເພື່ອສະໜອງນ້ຳໃຫ້ແກ່ການຜະລິດໄດ້ທົ່ວເຖິງ ສາມາດໃຊ້ໄດ້ສອງລະດູ ຫຼື ສາມລະດູໃນການປູກເຂົ້າ. ສະເພາະ ນັກລົງທຶນ ຕ້ອງໄດ້ເອົາໃຈໃສ່ສົ່ງເສີມຊາວນາ ໂດຍສະເພາະແມ່ນທຶນ, ແນວພັນ, ເຕັກນິກໃນການປູກ ແລະ ອື່ນໆ ເພື່ອໃຫ້ຜະລິດເຂົ້າໄດ້ທັງປະລິມານ ແລະ ຄຸນນະພາບທີ່ສາມາດແຂ່ງຂັນກັບພາກພື້ນໄດ້.

ແຫຼ່ງຂໍ້ມູນ: ຂ່າວ: ສົມພາວັນ,ວຽງຈັນທາຍລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...