Monday, May 19, 2025
Kbank Laos โอน รับ จ่าย

ສະໝັກໄດ້!!! ຮຽນຟຣີ ມີວຽກຮອງຮັບ ນຳສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ

ໃຜທີ່ກຳລັງຢາກຫາວຽກເຮັດເປັນຫຼັກເປັນແຫຼ່ງ, ບໍ່ຈຳເປັນຮຽນສູງກໍ່ໄດ້ຂໍພຽງອ່ານໄດ້ຂຽນເປັນມີຄວາມຂະຫຍັນກໍ່ເຮັດໄດ້ ຫາເງິນເອງບໍ່ຕ້ອງເພິ່ນພາຄົນອື່ນ ຫຼື ເປັນພາລະໃຫ້ຄອບຄົວ ແອັດກຳລັງໝາຍເຖິງການຮຽນຮູ້ເຮັດວິກຜົມນຳສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ກັບບໍລິສັດ ລາວຄວາລີຕີ ຈຳກັດ ຫຼັງຈາກຈົບເຂົ້າບັນຈຸໃນໂຮງງານໃຫ້ເລີຍ!

ໂດຍອີງໃສ່ ແຈ້ງການ ຂອງສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ສະບັບເລກທີ 1049/ສພລກ, ລົງວັນທີ 30/ 10/ 2019 ວ່າດ້ວຍການປະກາດຮັບສະໝັກຜູ້ເຂົ້າຝຶກຜະລິດວິກຜົມຢູ່ທີ່ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ;

ອີງໃສ່ ບົດບັນທຶກການຮ່ວມມືລະຫວ່າງສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ແລະ ບໍລິສັດ ລາວຄວາລີຕີ ຈໍາກັດ ສະບັບລົງວັນທີ 08 ພຶດສະພາ 2019 ແລະ ອີງໃສ່ ການຊີ້ນໍາຂອງຫົວຫນ້າພະແນກ ຮສສ ແຂວງ ລົງວັນທີ 01 ພະຈິກ 2019.

ດັ່ງນັ້ນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ບໍ່ແກ້ວ ແຈ້ງການສະບັບເລກທີ 814/ຮສສຂ. ບກ ລົງວັນທີ 4 ພະຈິກ 2019 ເຖິງ:

ທ່ານຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມບັນດາເມືອງ.

ເລື່ອງ: ປະກາດຮັບສະໝັກຜູ້ຮ່ວມເຂົ້າຝຶກຜະລິດວິກຜົມຢູ່ທີ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ ນະຄອນຫຼວງວຽງຈັນ.

ຝຶກອົບຮົມຜະລິດວິກຜົມ ຫຼັກສູດນີ້ຈະໃຊ້ເວລາໃນການຝຶກອົບຮົມ 2 ເດືອນ,

ເຊິ່ງມີລາຍລະອຽດ ດັ່ງລຸ່ມນີ້:

ດ້ານສະຫວັດດີການ ບໍ່ໄດ້ເສຍຄ່າລົງທະບຽນເຂົ້າຝຶກ ( ໃນໄລຍະການຝຶກສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ມີຫໍພັກ, ເຄື່ອງບ່ອນນອນ, ມີເຂົ້າໃຫ້ກິນ 3 ຄາບ ແລະ ນໍ້າດື່ມ ແຕ່ສ່ວນອາຫານກຸ້ມຕົນເອງ ).

ພາຍຫຼັງຝຶກຈົບຫຼັກສູດແລ້ວ ທາງສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ນໍາເຂົ້າເຮັດວຽກນໍາບໍລິສັດ ລາວຄວາລີຕີ ຈໍາກັດ ບ້ານ ໂພນປາເປົ້າ ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ( ມີເງິນເດືອນເລີ່ມຕົ້ນ 1,100,000ກີບ ແລະ ມີຄ່າສະຫວັດດີການອື່ນໆບວກເພີ່ມຂື້ນ, ລ້ຽງເຂົ້າ 3 ຄາບ, ມີຫໍພັກໃຫ້ນອນ ແລະ ສະຫວັດດີການອື່ນໆ ).

ເປີດຮັບສະໝັກບໍ່ຈໍາກັດ ແລະ ຮັບສະໝັກໄດ້ທຸກໆມື້ ນັບແຕ່ມື້ອອກແຈ້ງການຈົນເຖິງວັນທີ 31 ທັນວາ 2019.
ສຳລັບເອກະສານ ແລະ ເງື່ອນໄຂຜູ່ທີ່ຈະເຂົ້າຝຶກມີດັ່ງນີ້: ໃບຄໍາຮ້ອງຂໍເຂົ້າຝຶກ; ໃບຢັ້ງຢືນທີ່ຢູ່; ຊີວະປະຫວັດ; ໃບຄໍ້າປະກັນຂອງຜູ້ປົກຄອງ; ກ໋ອບປີ້ສໍາມະໂນຄົວ ຫຼື ບັດປະຈໍາຕົວ ແລະ ບໍ່ມີໂຣກ ຫຼື ບໍ່ມີພະຍາດປະຈໍາຕົວ.

ໝາຍເຫດ: ຮັບສະຫມັກຜູ້ເຂົ້າຮຽນ ບໍ່ຈໍາກັດລະດັບການສຶກສາ ຮັບສະເພາະເພດຍິງ, ອາຍຸ 17-30 ປີ

ແຫຼ່ງຂໍ້ມູນ: ຊຸບຊິບອັບເດດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້