Wednesday, July 9, 2025
Kbank Laos โอน รับ จ่าย

ສະ­ຫະ­ພັນ​ກຳ­ມະ­ບານ​ລາວ ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ

ກອງ​ປະ­ຊຸມ​ເປີດ​ກວ້າງ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ສະ­ຫະ­ພັນ​ກຳ­ມະ­ບານ​ລາວ (ສກລ) ຄັ້ງ​ທີ 5 ສະ­ໄໝ​ທີ VII ຈັດ​ຂຶ້ຢູ່​ສູນ​ກາງ ສກລ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ປ້ານ ນ້ອຍ​ມະ­ນີ ປະ­ທານ​ສູນ​ກາງ ສກລ ມີ​ທ່ານ ບຸນ​ທອງ ຈິດ​ມະ­ນີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ປະ­ທານ​ອົງ­ການ​ກວດ­ກາ​ລັດ­ຖະ­ບານ ຫົວ­ໜ້າ​ອົງ­ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ ພ້ອມ​ດ້ວຍ​ຄະ­ນະ ສກລ ຜູ້­ຕາງ­ໜ້າ ສກລ ແຂວງ ນະ­ຄອນ­ຫຼວງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ ສີ​ມູນ ອຸ່ນ​ລາ­ສີ ຮອງ​ປະ­ທານ ສກລ ກ່າວ​ວ່າ:

1 ປີ­ຜ່ານ­ມາ ສກລ ໄດ້​ເອົາ­ໃຈ­ໃສ່​ຢ່າງ​ຕັ້ງ­ໜ້າ​ໃນ​ການ​ຊີ້​ນຳ-ນຳ­ພາ​ວຽກ​ງານ​ແຕ່​ລະ​ດ້ານ ຕາມ​ສິດ ແລະ ພາ­ລະ​ບົດ­ບາດ​ຂອງ​ຕົນ ເປັນ­ຕົ້ນ ໄດ້​ຄົ້ນ­ຄວ້າ​ປະ­ກອບ​ຄຳ​ເຫັນ​ໃສ່​ບັນ­ດາ​ນິ­ຕິ​ກຳ​ທີ່​ພົວ­ພັນ​ເຖິງ​ສິດ ແລະ ຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ​ຂອງ​ສະ­ມາ­ຊິກ​ກຳ­ມະ­ບານ ກຳ­ມະ­ກອນ ແລະ ຊາວ​ຜູ້​ອອກ​ແຮ​ງານ ສ້າງ­ສັນ​ຍາ​ແຮງ​ງານ​ລວມ​ໝູ່​ໄດ້ 70 ແຫ່ງ ມີ 10.383 ຄົນ.

ເຂົ້າ​ຮ່ວມ​ໄກ່​ເກ່ຍ​ຂໍ້​ຂັດ​ແຍ່ງ​ດ້ານ​ແຮງ​ງານ 63 ກໍ­ລະ­ນີ ແກ້​ໄຂ​ໄດ້ 29 ເລື່ອງ ສົ່ງ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ແກ້​ໄຂ 34 ກໍ­ລະ­ນີ ທວງ​ເງິນ​ຄ່າ​ແຮງ​ງານ​ໃຫ້​ກຳ­ມະ­ກອນ 1,4 ຕື້​ກວ່າ​ກີບ ປະ­ສານ​ສົມ­ທົບ​ກັບ​ຄະ­ນະ​ກຳ­ມະ­ການ 3 ຝ່າຍ ເພື່ອ​ຕິດ­ຕາມ​ກວດ­ກາ ແລະ ຊຸກ­ຍູ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ຂອງ​ຜູ້​ອອກ­ແຮງ​ງານ​ໃຫ້​ໄດ້​ຮັບ​ຄ່າ​ແຮງ​ງານ​ຖືກ­ຕ້ອງ ສຳ­ເລັດ​ການ​ເກັບ​ກຳ​ສະ­ຖິ­ຕິ​ຫົວ­ໜ່ວຍ​ແຮງ​ງານ​ທົ່ວ​ປະ­ເທດ 20.444 ແຫ່ງ ມີ​ກຳ­ມະ­ກອນ 335.739 ຄົນ ຍິງ 153.956 ຄົນ ມີ­ແຮງ​ງານ​ເຄື່ອນ​ຍ້າຍ​ໄປ​ເຮັດ​ວຽກ​ຢູ່​ຕ່າງ­ປະ­ເທດ​ຖືກ­ຕ້ອງ ໃນ​ນີ້ ຜ່ານ​ບໍ­ລິ­ສັດ​ຈັດ​ຫາ​ງານ 250.224 ຄົນ ຍິງ 128.244 ຄົນ.

ນອກ​ນີ້ ຍັງ​ໄດ້​ສຳ­ເລັດ​ການ​ປະ​ເມີນ​ຂະ​ບວນ​ແຂ່ງ­ຂັນ 5 ເປັນ​ເຈົ້າ 15 ສະ­ຫະ­ພັນ​ກຳ­ມະ­ບານ​ແຂວງ 13 ສະ­ຫະ­ພັນ​ກຳ­ມະ­ບານ​ກະ­ຊວງ-ອົງ­ການ ແລະ ສຳ­ເລັດ​ການ​ອອກ​ໃບ­ຢັ້ງ­ຢືນ 5 ເປັນ​ເຈົ້າ ໃຫ້​ສະ­ຫະ­ພັນ​ກຳ­ມະ­ບານ​ຂັ້ນ​ເມືອງ 103 ສະ­ຫະ­ພັນ ແລະ ປະ​ເມີນ​ໄດ້ 3.718 ຮາກ​ຖານ.

ປັດ­ຈຸ­ບັນ​ທົ່ວ​ປະ­ເທດ​ມີ 18 ສະ­ຫະ­ພັນ​ກຳ­ມະ­ບານ​ແຂວງ 40 ສະ­ຫະ­ພັນ​ກຳ­ມະ­ບານ​ກະ­ຊວງ ແລະ ອົງ­ການ 145  ສະ­ຫະ­ພັນ​ກຳ­ມະ­ບານ​ເມືອງ 3 ສະ­ຫະ­ພັນ​ກຳ­ມະ­ບານ​ນະ­ຄອນ ແລະ ຮາກ​ຖານ 4.726 ຮາກ​ຖານ ໃນ​ນີ້ ຂະ­ຫຍາຍ​ໃໝ່​ໄດ້ 102 ຮາກ​ຖານ ຂົງ­ເຂດ​ທຸ­ລະ​ກິດ​ເອ­ກະ​ຊົນ 523 ຮາກ​ຖານ ຂະ­ຫຍາຍ​ໃໝ່​ໄດ້ 200 ຮາກ​ຖານ ສະ­ມາ­ຊິກ​ກຳ­ມະ­ບານ 229.137 ຄົນ ຍິງ 100.384 ຄົນ ຂະ­ຫຍາຍ​ໃໝ່ 6.857 ຄົນ.

ໂອ­ກາດ​ນີ້ ທ່ານ ບຸນ​ທອງ ຈິດ​ມະ­ນີ ກໍ​ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ຜົນ­ງານ​ທີ່​ສູນ​ກາງ ສກລ ຍາດ​ມາ​ໄດ້ ພ້ອມ​ທັງ​ໄດ້​ເນັ້ນ​ໃຫ້​ສະ­ຫະ­ພັນ​ກຳ­ມະ­ບານ​ແຕ່​ລະ​ຂັ້ນ ເສີມ​ຂະ­ຫຍາຍ​ມູນ­ເຊື້ອ​ການ​ປະ­ຕິ­ບັດ​ວຽກ​ງານ​ແຕ່​ລະ​ດ້ານ​ໃຫ້​ມີ​ຜົນ­ສຳ­ເລັດ​ຍິ່ງ​ຂຶ້ນ ເປັນ­ຕົ້ນ ການ​ຄົ້ນ­ຄວ້າ​ຮູບ​ແບບ​ການ​ໂຄ­ສະ­ນາ-ສຶກ​ສາ​ອົບ­ຮົມ ໃຫ້​ຖືກ­ຕ້ອງ​ສອດ­ຄ່ອງ​ແຕ່​ລະ​ກຸ່ມ​ເປົ້າ​ໝາຍ​ແຮງ​ງານ.

ເອົາ­ໃຈ­ໃສ່​ຂະ­ຫຍາຍ​ການ­ຈັດ­ຕັ້ງ ແລະ ສະ­ມາ­ຊິກ​ກຳ­ມະ­ບານ​ຢູ່​ໃນ​ບັນ­ດາ​ຫົວ­ໜ່ວຍ​ແຮງ​ງານ ແນ­ໃສ່​ເຕົ້າ­ໂຮມ​ຜູ້​ອອກ­ແຮງ​ງານ​ໃນ​ການ­ຈັດ­ຕັ້ງ​ກຳ­ມະ­ບານ ເພື່ອ​ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ​ແກ່​ເຂົາ­ເຈົ້າ ເພີ່ມ​ທະ­ວີ​ສ້າງ​ຂະ​ບວນ​ການ 5 ເປັນ​ເຈົ້າ​ຂອງ ສກລ ວາງ​ອອກ ຕິດ​ພັນ​ກັບ​ຂະ​ບວນ​ແຂ່ງ­ຂັນ​ຮັກ​ຊາດ ແລະ ພັດ­ທະ­ນາ​ໃຫ້​ເປັນ​ຂະ​ບວນ​ຟົດ­ຟື້ນ ແລະ ກວ້າງ­ຂວາງ ພ້ອມ​ນີ້ ໃຫ້​ເອົາ­ໃຈ­ໃສ່​ກະ­ກຽມ​ດຳ­ເນີນ​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ ສກລ ທົ່ວ​ປະ ເທດ ຄັ້ງ​ທີ VIII ໂດຍ​ສະ­ເພາະ ຮ່າງ​ບົດ​ລາຍ​ງານ​ການ­ເມືອງ ບຸ​ຄະ­ລາ​ກອນ ແລະ ອື່ນໆ​ໃຫ້​ສຳ­ເລັດ.

ແຫຼ່ງຂໍ້ມູນ: ນສພ ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.