ຊົມເຊີຍ! ປາກຊ່ອງພັດທະນາຂາເຂົ້າ-ຂາອອກ ໄດ້ຮັບລາງວັນອາຊຽນ

ບໍ­ລິ­ສັດ ປາກ​ຊ່ອງ​ພັດ­ທະ­ນາ​ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ ໜຶ່ງ​ໃນ 9 ບໍ­ລິ­ສັດ​ທີ່​ເດັ່ນ​ຂອງ​ລາວ​ເຮົາ​ທີ່​ໄດ້​ຮັບ​ລາ­ງວັນ ASEAN BUSINESS AND INVESTMENT SUMMIT 2019 ຮ່ວມ​ກັບ​ຫົວ­ໜ່ວຍ​ທຸ­ລະ​ກິດ​ບັນ­ດາ​ປະ­ເທດ​ສະມາ​ຊິກ​ອາ​ຊຽນ ແລະ ອາ​ຊຽນ​ບວກ ເຊິ່ງ​ພິ­ທີ​ມອບ-ຮັບ​ລາ­ງວັນ​ດັ່ງ­ກ່າວ​ໄດ້​ຈັດ​ຂຶ້ນ​ວັນ​ທີ 2 ພະ­ຈິກ 2019 ທີ່​ນະ­ຄອນ ຫຼວງ​ບາງ­ກອກ ປະ­ເທດ​ໄທ ອັນ​ໄດ້​ນຳ​ເອົາ​ຊື່​ສຽງ​ມາ​ໃຫ້​ປະ­ເທດ​ຊາດ ກໍ​ຄື ທຸ­ລະ​ກິດ​ຂອງ​ລາວ.

ທ່ານ ອິນ​ແປງ ຊາ​ມຸນ­ຕີ ປະ­ທານ​ບໍ­ລິ­ສັດ ປາກ​ຊ່ອງ​ພັດ­ທະ­ນາ​ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ ໃຫ້​ສຳ­ພາດ​ວັນ​ທີ 3 ພະ­ຈິກ 2019 ວ່າ: 

ການ​ໄປ​ຮັບ​ລາ­ງວັນ​ຄັ້ງ​ນີ້​ແມ່ນ​ມີ​ຫຼາຍ​ສາ­ຂາ​ລາ­ງວັນ ສຳ­ລັບ​ບໍ­ລິ­ສັດ ປາກ​ຊ່ອງ​ພັດ­ທະ­ນາ​ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ ແມ່ນ​ໄດ້​ຮັບ​ລາ­ງວັນ​ບຸ­ລິ­ມະ­ສິດ​ບໍ­ລິ­ສັດ​ດີ­ເດັ່ນ​ທາງ​ດ້ານ​ກະ­ສິ­ກຳ ແລະ ການ​ຊ່ວຍ­ເຫຼືອ​ພັດ­ທະ­ນາ​ສັງ­ຄົມ ເນື່ອງ​ຈາກ​ບໍ­ລິ­ສັດ​ດຳ­ເນີນ​ທຸ­ລະ​ກິດ​ກ່ຽວ​ກັບ​ການ​ກະ­ສິ­ກຳ ທັງ​ເປັນ​ຜູ້​ຜະ­ລິດ ເກັບ​ຊື້ ສົ່ງ​ອອກ ແລະ ພັດ­ທະ­ນາ​ຊ່ວຍ­ເຫຼືອ​ສັງ­ຄົມ​ຕາມ​ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ​ສອງ​ບວກ​ສາມ ບໍ­ລິ­ສັດ​ໄດ້​ຮັບ​ກຽດ​ເຂົ້າ​ໄປ​ຈັບ​ມື​ແຂ່ງ­ຂັນ​ກັບ​ບັ້ນ​ຮັກ​ຊາດ ແລະ ພັດ­ທະ­ນາ​ຊົນ­ນະ­ບົດ ເພື່ອ​ລຶ­ບລ້າງ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ແລະ ໃນ​ທ້າຍ​ປີ 2020.

ລັດ­ຖະ­ບານ​ຈະ​ໄດ້​ສະ­ຫຼຸບ​ຜົນ­ງານ​ທີ່​ບໍ­ລິ­ສັດ​ທີ່​ເຮັດ​ແທ້​ທຳ​ຈິງ​ໃນ​ໄລ­ຍະ​ຜ່ານ​ມາ ແລະ ບໍ­ລິ­ສັດ ປາກ​ຊ່ອງ​ພັດ­ທະ­ນາ​ຂາ​ເຂົ້າ-ຂາ​ອອກ​ໄດ້​ລົງ­ທຶນ​ສະ­ໜອງ​ວັດ­ຖຸ​ໃຫ້​ປະ­ຊາ­ຊົນ​ປະ­ເພດ​ພືດ​ຜັກ​ເມືອງ​ໜາວ ຈະ​ມີ​ຜັກ​ກາດ​ຂາວ ກະ​ລ່ຳ​ປີ ກ້ວຍ ຖົ່ວ­ດິນ ມັນ​ດ້າງ ໝາກ­ອຶ ໝາກ­ຂາມ ໝາກ​ນາວ ໝາກ­ເຜັດ ແລະ ອື່ນໆ ມີ​ພື້ນ­ຖານ​ການ​ຜະ­ລິດ​ຢູ່​ເມືອງ​ປາກ​ຊ່ອງ ແຂວງ​ຈຳ­ປາ​ສັກ ເມືອງ​ທ່າ​ແຕງ ແຂວງ​ເຊ​ກອງ ແລະ ເມືອງ​ເລົ່າ​ງາມ ແຂວງ​ສາ­ລະ​ວັນ.

ໂດຍ​ບໍ­ລິ­ສັດ​ເນັ້ນ​ພືດ​ກະ­ສິ­ກຳ​ອິນ​ຊີ​ປອດ​ສານ­ພິດ ນອກ​ນີ້ ບໍ­ລິ­ສັດ​ຍັງ​ມີ​ທຸ­ລະ​ກິດ​ມັນ­ຕົ້ນ​ທີ່​ມີ​ລາ­ຄາ​ຄ້ຳ­ປະ­ກັນ​ໃຫ້​ຊາວ​ສວນ ແລະ ໂຄງ­ການ​ນີ້​ກໍ​ເປັນ​ໂຄງ­ການ​ໜຶ່ງ​ທີ່​ປະ­ຕິ­ບັດ​ຕາມ​ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ​ວາງ​ອອກ​ເຊັ່ນ​ດຽວ​ກັບ​ຮູບ​ແບບ​ສອງ​ບວກ​ສາມ ຄື​ສອງ​ຊາວ​ສວນ​ຈະ​ເປັນ​ເນື້ອ­ທີ່​ດິນ ແລະ ແຮງ​ງານ​ທີ່​ພັກ-ລັດ​ຈັດ​ສັນ​ໃຫ້​ເຮັດ​ການ​ຜະ­ລິດ ສະ­ເພາະ​ບໍ​ລິສັດ​ສາມ​ແມ່ນ​ຈະ​ມີ​ປັດ​ໄຈ​ການ​ຜະ­ລິດ ຮັບ­ຜິດ­ຊອບ​ເຝິກ­ອົບ­ຮົມ​ເຕັກ­ນິກ​ວິ­ຊາ​ການ​ໃນ​ການ​ປູກ ການ​ບົວ­ລະ­ບັດ​ຮັກ­ສາ ແລະ ການ​ເກັບ​ຜົນ​ຜະ­ລິດ​ໃຫ້​ຊາວ​ສວນ.

ເປັນ​ການ​ຕະ­ຫຼາດ​ທີ່​ໄດ້​ເຮັດ​ສັນ­ຍາ​ກັບ​ຝ່າຍ​ຕະ­ຫຼາດ​ທີ່​ເປັນ​ສັນ­ຍາ​ຂາຍ ມີ​ສັນ­ຍາ​ເກັບ​ຊື້​ກັບ​ຊາວ​ສວນ​ທີ່​ມີ​ເງິນ​ຄ້ຳ­ປະ­ກັນ​ກັບ​ຊາວ​ສວນ 30% ເຊິ່ງ​ກ່ອນ​ທີ່​ຈະ​ໄດ້​ຮັບ​ລາ­ງວັນ​ອັນ​ຊົງ​ກຽດ​ຄັ້ງ​ນີ້​ບໍ­ລິ­ສັດ​ໄດ້​ໃຊ້​ເວ­ລາ​ມາ 20 ກວ່າ​ປີ ແລະ ກຸ່ມ​ປະ­ເທດ​ອາ​ຊຽນ​ກໍ​ໄດ້​ເລືອກ​ເອົາ​ບໍ­ລິ­ສັດ ປາກ​ຊ່ອງ​ພັດ­ທະ­ນາ​ຂາ​ເຂົ້າ-ຂາ​ອອກ ເປັນ​ບໍ­ລິ­ສັດ​ໜຶ່ງ​ທີ່​ໄປ​ຮ່ວມ​ຮັບ​ລາ­ງວັນ​ກັບ​ນັກ­ທຸ­ລະ­ກິດ 16 ປະ­ເທດ ແຕ່​ລາ­ງວັນ​ທີ່​ເນັ້ນ​ທຸ­ລະ​ກິດ​ເລື່ອງ​ກະ­ສິ­ກຳ​ໃນ​ອາ​ຊຽນ​ຈະ​ໄດ້ 3 ປະ­ເທດ​ຄື: ໄທ ລາວ ແລະ ມາ​ເລ​ເຊຍ ນອກ​ນັ້ນ ແມ່ນ​ລາ­ງວັນ​ອື່ນໆ ດັ່ງ­ນັ້ນ ພະ­ນັກ­ງານ​ຜູ້​ບໍ­ລິ­ຫານ​ບໍ­ລິ­ສັດ ແລະ ຊາວ​ສວນ​ກຸ່ມ​ປາກ​ຊ່ອງ​ຈະ​ຕ້ອງ​ໄດ້​ຮັກ­ສາ​ລາ­ງວັນ​ນີ້​ນຳ​ກັນ​ໃຫ້​ຍືນ​ຍົງ​ຕະ­ຫຼອດ​ໄປ.

ແຫຼ່ງຂໍ້ມູນ: ນສພ ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...