ທີ່ມາຂອງພຣະພຸດທະຮູບປາງຫ້າມຍາດ ໃນອູບມຸງນ້ອຍ ຂ້າງສິມວັດຊຽງທອງ ນະຄອນຫຼວງພຣະບາງ

ຫລາຍໆຄົນ ແມ່ນແຕ່ນັກໄກ້ ຜູ້ນຳທ່ຽວກໍ່ຍັງມີຂໍ້ມູນຜິດໆ ທີອະທິບາຍຕໍແຂກໄປໄທມາ ທີມາຢ້ຽມຊົມວັດຊຽງທອງ ແຫ່ງນີ້ ມື້ນີ້ເລີຍຖືໂອກາດ ມາເວົ້າທີໄປທີມາຂອງພຣະພຸດທະຮູບຢືນອົງນີ້ ໃຫ້ຊາບໂດຍທົ່ວກັນ ດັ່ງນີ້ :

ໃນສະໄຫມນັ້ນເກີດມີການ ລະວັງ-ລະແວງ ລະຫວ່າງ ວັງຫລວງແລະວັງຫນ້າ ດັ່ງນັ້ນເຊື້ອພຣະວົງຂອງວັງຫນ້າ ຈຶ່ງໄດ້ມີການອົບພະຍົກ ປະມານ 20-30 ອົງ ໄປຢູ່ປະເທດໄທ ໃນຈຳນວນຍາດຕິວົງເຫລົ່ານັ້ນກໍ່ມີບັນດາ ເຈົ້າສະໄຫວ… ( ຕອນນັ້ນກໍ່ປາຍມານ 10 ປີ ) ໂດຍມີພໍ່ເຖົ້າປານ ຫນ້າວັດຄີລີ ຫລວງພຣະບາງ ນຳພາຄອບຄົວຍາດຕິວົງເຫລົ່ານັ້ນອົບພະຍົກລົງເຮືອໄປທາງນ້ຳໄປເມືອງປາກລາຍ ແລ້ວເຂົ້າໄປທາງຈັງຫວັດເລີຍ ແລ້ວຕໍ່ໄປທີບາງກອກ.

ຫລັງຈາກນັ້ນເຈົ້າສະໄຫວ ໄດ້ເປັນຜູ້ໃຫຍ່ ຮັບຣາຊການເປັນນາຍພົນ ເມື່ອໄດ້ມີໂອກາດກັບຄືນເມືອຍາມບ້ານເກີດເມືອງນອນ ( ປະມານປີ 1965 ? ) ເພິ່ນກໍ່ໄດ້ນຳເອົາພຣະພຸດທະຮູບປາງຫ້າມຍາດອົງຫນຶ່ງ ໄປຖວາຍເປັນພຸດທະຮູບຊາ ປະດິດສະຖານໄວ້ທີວັດຊຽງທອງ ແຫ່ງນັ້ນ ໂດຍມີເຈົ້າແຂວງຫລວງພຣະບາງ ຊື່ວ່າ ຫອມ ສູນດາຣາ ເປັນຝ່າຍຄະຣາວາດໃນການມອບຖວາຍໃນຄັ້ງນັ້ນ

ພົນຕຳຫລວດເອກສະໄຫວ ສະໄຫວແສນຍາກອນ ຊື່ເດີມແມ່ນ ເຈົ້າສຼີສະໄຫວ ເຊິ່ງເປັນຫລານແທ້ໆຂອງເຈົ້າມະຫາຊີວິດອຸ່ນຄຳ ພົນຕຳຫລວດເອກສະໄຫວ ສະໄຫວແສນຍາກອນ ທ່ານຄືນາຍທະຫານສື່ສານຄົນທຳອຶດແລະພຽງຄົນດຽວ ທີເຂົ້າໄປຮັບຕຳແຫນ່ງອະທິບໍດີກົມຕຳຫລວດ ແຫ່ງປະເທດໄທ ໂດຍມີມີຕຳແຫນ່ງ ໃນການຮັບຣາຊການໃນປະເທດໄທ ດັ່ງນີ້ :

1. ຈະເຣທະຫານສື່ສານ (1946-1947)
2. ເຈົ້າກົມທະຫານສື່ສານ (1947-1951)
3. ແມ່ທັບພາກ II (1951-1954)
4. ຜູ້ຊ່ອຍຜູ້ບັນຊາການທະຫານບົກ ( 1954-1957) ພ້ອມກັບຮັບພຣະຣາຊທານຍົດພົນຕຳຫລວດເອກ ເມື່ອວັນທີ 30/10/1957.
5. ຜູ້ວ່າການຣົຖໄພແຫ່ງປະເທດໄທ.
6. ອະທິບໍດີກົມຕຳຫລວດ ແຫ່ງປະເທດໄທ.

ບິດາຂອງພົນຕຳຫລວດເອກສະໄຫວ ສະໄຫວແສນຍາກອນ ແມ່ນເຈົ້າສຼີສະນະໄຊ ເຊິ່ງເປັນໂອຣົສໃນພຣະເຈົ້າມະຫິນທະຣະເທບນິພາທອນ ( ອຸ່ນຄຳ ) ແລະເປັນພຣະຣາຊອະນຸຊາໃນພຣະເຈົ້າສັກກະຣິນ​ ( ຄຳສຸກ ) ເຊິ່ງມີອ້າຍນ້ອງຮ່ວມບິດາ ໄດ້ແກ່ :

– ເຈົ້າສີຼສະຫວັດ ມະຫິນທະຣະເທບ ( ເຂົ້າຮັບຣາຊການໃນໄທຍ ເປັນຂຸນສີສະຫວັດ ).
– ເຈົ້າສີຼສະໄຫວ.
– ເຈົ້າຍິງສຸດສະຫງວນ.
– ເຈົ້າຍິງຄຳຜິດ.
– ເຈົ້າສະຫວາດ

ຕອນຢູ່ປະເທດໄທ ທ່ານໃຊ້ຊື່ໃນເອກະສານວ່າ ສະໄຫວ ອຸ່ນຄຳ ແລ້ວຮັບຣາຊການເປັນຂຸນສະໄຫວແສນຍາກອນ ກ່ອນປ່ຽນນາມສະກຸນເປັນ ສະໄຫວແສນຍາກອນ ຕາມຣາຊທິນນະນາມ

ພັນລະຍາຂອງທ່ານຊື່ວ່າ : ສະອິ້ງ ສະໄຫວແສນຍາກອນ ( ນາມສະກຸນເດີມແມ່ນ ວັດທະນະພູຕິ)

ພົນຕຳຫລວດເອກສະໄຫວ ສະໄຫວແສນຍາກອນ ເກີດເມື່ອວັນທີ 08 ພິດສະພາ 1904 ມໍຣະນະກັມ 01 ກໍລະກົດ 1980 = ລວມອາຍຸໄດ້ 76 ປີ.

ຂໍ້ມູນໃດທີຍັງບໍ່ຄົບຖ້ວນ ຫລືຜິດພາດ ທ່ານໃດຮູ້ ກໍ່ຊ່ອຍແນະນຳມາດ້ວຍເດີ ເພື່ອຈະເຮັດໃຫ້ປະຫວັດທີມາທີໄປຂອງພຣະພຸດທະຮູບອົງນີ້ ຖືກຕ້ອງສົມບູນຍິ່ງໆຂຶ້ນ

ແຫຼ່ງຂໍ້ມູນ : ພໍ່ເຖົ້າຫຸມແພງ ມະນີສຸກ. ວັດຊຽງທອງ ໄຊຍະໂຣຫະຣາມາທິບໍດີມະຫາວິຫາຣ Wat XiengThong

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.