Sunday, February 16, 2025

ຮູ້ໄວ້! ກິດຈະກຳທ່ອງທ່ຽວທີ່​ໄດ້​ຮັບ​ຄວາມນິຍົມຫຼາຍຢູ່​ໃນ ​ເມືອງ​ວັງ​ວຽງ ແຂວງວຽງຈັນ

ກິດຈະກຳການທ່ອງທ່ຽວການທ່ອງທ່ຽວທີ່​ໄດ້​ຮັບ​ຄວາມນິຍົມຫຼາຍກວ່າໝູ່ຢູ່​ໃນ ​ເມືອງ​ວັງ​ວຽງ ມີ​ດັ່ງ​ນີ້:

ພາບປະກອບ

ການ​ລ່ອງ​ກົງ​ເບັງ: ທົ່ວ​ເມືອ​ງມີ​ໜ່ວຍ​ບໍລິການ​ກົງ​ເບັງທັງ​ໝົດ 8 ໜ່ວຍ, ມີ​ສະມາ​ຊີກ 1,721 ​ຄົນ, ມີ​ກົງ​ເບັງ​ບໍລິການຮັບໃຊ້ 1,000 ​ກົງ. ຄ່າບໍລິການ 115,000ກິບ/ຄົນ.

ພາບປະກອບ

ການ​ລ່ອງ​ເຮືອ​ກາ​ຍັກ: ມີ​ໜ່ວຍ​ບໍລິການ​ເຮືອ​ກາ​ຍັກ 23 ຫົວໜ່ວຍ, ມີ​ເຮືອນຳທ່ຽວ 173​ ລຳ. ຄ່າບໍລິການແຕ່ 100,000-300,000ກິບ/ຄົນ ເຊິງມີຫຼາຍກິດຈະກໍາຂອງການນໍາທ່ຽວ.

ພາບປະກອບ

ການ​ຂີ່​ບາ​ລູນ: ມີ​ໜ່ວຍ​ບໍລິການ​ບາ​ລູນ 2 ຫົວໜ່ວຍ, ສາມາດ​ບໍລິການ​ນັກ​ທ່ອງ​ທ່ຽວ​ໄດ້ 5-8 ຄົນ/ໜ່ວຍ, ຄ່າບໍລິການ 560,000 ກີບ/ຄົນ/ຊົ່ວໂມງ.

ພາບປະກອບ

ການ​ຂີ່​ສາຍ​ສະ​ລີ່​ງ: ມີ​ສະຖານ​ທີ່​ບໍລິການ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ຂີ່​ສະ​ລີ່​ງທ່ຽວຊົມ​ປ່າ​ຕາມ​ ​ທຳ​ມະ​ຊາດຢູ່ 8 ແຫ່ງ ຄື: ຢູ່ຖ້ຳ​ປູ​ຄຳ, ຖ້ຳນາໄຊ, ຖ້ຳນອນ, ບ້ານ​ປາກ​ເປາະ, ຖ້ຳ​ນ້ຳ, ແກ້ງ​ຍຸຍ, ນ້ຳ​ຕົກ​ຕາດ​ນ້ຳ​ແຖມ, ຖ້ຳ​ອ່າງຫຼວງ. ຄ່າບໍລິການ 250,000 ກີບ/ຄົນ.

ພາບປະກອບ

ການປີ້ນຜາ: ມີສະຖານທີ່ບໍລິການປີ້ນຜາສໍາລັບນັກທ່ອງທ່ຽວ 2 ແຫ່ງ, ມີ 2 ຫົວໜ່ວຍບໍລິການ. ຄ່າບໍລິການ 150,000ກິບ/ຄົນ/ເຄິ່ງວັນ, ຖ້າເປັນ 1 ວັນແມ່ນ 250,000 ກິບ.

ພາບປະກອບ

ການ​ຂີ່​ເຮືອຈັກ​ຫາງ​ຍາວ​ທ່ຽວຊົມ​ທຳ​ມະ​ຊາດ​ຕາມ​ສາຍ​ນ້ຳ​ຊອງ ມີ​ກຸ່ມ​ບໍລິການ​ເຮືອຈັກ​ຫາງ​ຍາວ​ 2 ກຸ່ມ, ​ແບ່ງ​ອອກ​ເປັນ 2 ໜ່ວຍ​ບໍລິການ, ມີ​ເຮືອ​ຮັບ​ໃຊ້ທັງ​ໝົດ 174 ລຳ. ຄ່າບໍລິການ 40,000ກິບ/ຄົນ/ຊົ່ວໂມງ.

ພາບປະກອບ

ການ​ຂີ່​ລົດຈັກ, ລົດຖີບ ​ແລະ​ ລົດ​ສີ່​ລໍ້​ວີ​ບາກ: ລົດຖີບໃຫ້ເຊົ່າລາຄາ 20,000 ກິບ/ຄົນ/ຄັນ, ລົດຈັກ 50,000ກິບ/ຄັນ, ລົດສີ່ລໍ້ວິບາກ 150,000 ກີບ/ຄັນ/ຊົ່ວໂມງ.

ແຫຼ່ງຂໍ້ມູນ: ເວບໄຊເມືອງວັງວຽງ ແຂວງວຽງຈັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.