Saturday, April 26, 2025
Kbank Laos โอน รับ จ่าย

ຍົມມະລາດ ທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງ

ທ້າຍອາທິດຜ່ານມາ ເມືອງຍົມມະລາດ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງຍົມມະລາດ, ທ່ານ ແພງສະຫວັດ ເລືອງຄຳມາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແພງສະຫວັດ ເລືອງຄຳມາ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຜົນການກວດກາສິນຄ້າໝົດອາຍຸ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງ ໃນ 6 ເດືອນທ້າຍປີ 2019 ພາຍໃນເມືອງທີ່ຜ່ານມາ ເຊິ່ງໃນວັນທີ 16 – 25 ທັນວາ 2019 ທີ່ຜ່ານມາຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງໄດ້ລົງກວດກວດກາຫ້າງຮ້ານພາຍໃນເມືອງ ໂດຍສົມທົບກັບການຈັດຕັ້ງ, ອຳນາດການປົກຄອງບ້ານ ແລະ ຫົວໜ່ວຍທຸລະກິດ ເຊິ່ງສາມາດກວດໄດ້ທັງໝົດ 42 ຫົວໜ່ວຍ.

ໃນນັ້ນ, ຮ້ານຄົນລາວ 17 ຫົວໜ່ວຍ, ຮ້ານຄົນຫວຽດນາມ 25 ຫົວໜ່ວຍ; ກວດພົບສິນຄ້າໝົດອາຍຸການນຳໃຊ້ທັງໝົດ 35 ຮ້ານ, ມີ 220 ລາຍການ ມູນຄ່າ 22 ລ້ານກວ່າກີບ.

ໃນນັ້ນ, ຮ້ານຂາຍເຄື່ອງຄົນລາວມີ 13 ຫົວໜ່ວຍ ມີ 85 ລາຍການ ລວມມູນຄ່າ 5,8 ລ້ານກວ່າກີບ, ຮ້ານຂາຍເຄື່ອງຄົນຫວຽດນາມ ມີ 22 ຫົວໜ່ວຍມີ 135 ລາຍການ ມູນຄ່າ 16 ລ້ານ ກວ່າກີບເຊິ່ງສິນຄ້າທີ່ກວດພົບວ່າໝົດອາຍຸສ່ວນໃຫຍ່ແມ່ນປະເພດເຄື່ອງສຳອາງ ແລະ ເຄື່ອງບໍລິໂພກ ເຊັ່ນ: ໝີ່, ເຂົ້າໜົມ, ນ້ຳຫວານ, ອາຫານເສີມ, ປາກະປ໋ອງ ແລະ ເຄື່ອງປຸງແຕ່ງອາຫານຕ່າງໆ.

ໃນພິທີດັ່ງກ່າວ ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງຍົມມະລາດ ໄດ້ເນັ້ນໜັກໃຫ້ພະນັກງານຂະແໜງການທີ່ກ່ຽວຂ້ອງ ໃຫ້ເອົາໃຈໃສ່ລົງຕິດຕາມກວດກາບັນດາຫົວໜ່ວຍທຸລະກິດ ແລະ ພໍ່ຄ້າຊາວຂາຍຕ່າງໆຢ່າງຕໍ່ເນື່ອງ ເພື່ອບໍ່ໃຫ້ກຸ່ມຄົນບໍ່ຫວັງດີລັກລອບນຳເອົາສິນຄ້າທີ່ໝົດອາຍຸ ແລະ ສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງມາຈຳໜ່າຍໃຫ້ແກ່ປະຊາຊົນ.

ນອກຈາກນີ້, ທ່ານຍັງໄດ້ຮຽກຮ້ອງເຖິງປະຊາຊົນໃຫ້ມີສະຕິໃນການຊົມໃຊ້ເຄື່ອງອຸປະໂພກ ແລະ ບໍລິໂພກຕ່າງໆ, ກ່ອນຊື້ຕ້ອງກວດກາເບິ່ງວັນເດືອນປີຜະລິດ ແລະ ວັນເດືອນປີໝົດອາຍຸກ່ອນ ຖ້າພົບເຫັນຫົວໜ່ວຍທຸລະກິດໃດຫາກຈຳໜ່າຍ ຫຼື ຄອບຄອງສິນຄ້າທີ່ໝົດອາຍຸ ແລະ ສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງ ໃຫ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງລົງຕິດຕາມ ແລະ ກວດກາໃຫ້ທັນເວລາ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.