ສລຍ ຈັດງານສະເຫຼີມ-ສະຫຼອງບຸນປີໃໝ່ຍີ່ປຸ່ນປະຈຳປີ 2020

ການຈັດງານດັ່ງກ່າວນອກຈາກຈະເປັນການສະເຫຼີມ-ສະຫຼອງບຸນປີໃໝ່ຍີ່ປຸ່ນແລ້ວ ຍັງເປັນເວທີສະແດງສິປະວັດທະນະທຳຂອງປະເທດຍີ່ປຸ່ນໂດຍຜ່ານການຮ້ອງເພງ, ການເຕັ້ນ ຈາກສະໂມສອນນິຮົງຄຣັບ ແລະການຫຼິ້ນກີລາອາກິໂດ້ ຈາກສະໂມສອນກີລາອາກິໂດ້ ທີ່ເປັນສິລະປະການຕໍ່ສູ້ແບບໜຶ່ງຂອງປະເທດຍີ່ປຸ່ນ, ພ້ອມກັນນັ້ນ ຜູ້ເຂົ້າຮ່ວມຍັງຈະໄດ້ເລາະຊົມການວາງສະແດງຂອງຮ້ານຄ້າຕ່າງໆທີ່ໄດ້ມາວາງສະແດງກວ່າ 30 ຮ້ານ.

ພິເສດໃນປີນີ້ຍັງມີກິດຈະກໍາການແຕ່ງຊຸດ ຍຸກະຕະ (ຊຸດປະຈຳຊາດຂອງປະເທດຍີ່ປຸ່ນ) ແລະຊຸດປະຈໍາຊາດ-ຊຸດຊົນເຜົ່າລາວ ແລະມີບ້ານຜີສິງຈຳລອງ ເພື່ອໃຫ້ບັນດາທ່ານແຂກທີ່ມາຮ່ວມງານໄດ້ຮັບຊົມ.

ເນື່ອງໃນໂອກາດບຸນປີໃໝ່ຍີ່ປຸ່ນ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ(ສລຍ) ໄດ້ຈັດງານສະເຫຼີມ-ສະຫຼອງບຸນປີໃໝ່ຍີ່ປຸ່ນປະຈຳປີ 2020 ທີ່ສະຖາບັນດັ່ງກ່າວ.

ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍທ່ານ Keizo TAKEWAKA ເອກອັກຄະລັດຖະທູດ ຍີ່ປຸ່ນປະຈຳ ສປປ ລາວ, ມີທ່ານຜູ້ອຳນວຍການ ສລຍ, ຜູ້ຕ່າງໜ້າຈາກອົງການໄຈກາ ປະຈຳລາວ, ແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ, ນ້ອງໆນັກຮຽນ-ນັກສຶກສາ ແລະຄົນທົ່ວໄປ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ໄດ້ກ່າວໃນພິທີວ່າ ໃນງານບຸນປີໃໝ່ຍີ່ປຸ່ນມື້ນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບຊົມ ແລະເຂົ້າຮ່ວມກິດຈະກຳທີ່ເປັນເອກະລັກ ໃນງານບຸນປີໃໝ່ຍີ່ປຸ່ນ ພ້ອມທັງຮັບຊົມການສະແດງສິລະປະວັດທະນະທຳອັນດີງາມຂອງສອງຊາດ ພ້ອມທັງສະແດງໃຫ້ເຫັນຄວາມສາມາດຂອງບັນດານ້ອງນັກສຶກສາ ແລະນັກທຸລະກິດທີ່ຢູ່ໃນເຄືອຂ່າຍນັກສຶກສາ ແລະສຳມະນາກອນໃນຫຼັກສູດຕ່າງໆຂອງສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ.

ບັນ​ດາຫ້າງຮ້ານທີ່ເຂົ້າຮ່ວມການວາງສະແດງໃນມື້ນີ້ກໍລ້ວນແລ້ວແຕ່ເປັນເຄືອຂ່າຍຂອງສະຖາບັນ. ດັ່ງນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ງານບຸນຄັ້ງນີ້ຈະເປັນການເສີມສ້າງມິດຕະພາບລະຫວ່າງ ປະຊາຊົນສອງຊາດພ້ອມທັງເປັນການສ້າງ ຄວາມປະທັບໃຈ ແລະຮັດແໜ້ນຄວາມສາມັກຄີ. ການຈັດງານດັ່ງກ່າວແມ່ນໄດ້ດຳເນີນໄປເປັນເວລາ 2 ວັນ, ວັນທີ 10-11 ມັງກອນ 2020 ທີ່ຜ່ານມານັ້ນເອງ.

ແຫຼ່ງຂໍ້ມູນ: ມະຫາວິທະຍາໄລແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,