Tuesday, March 18, 2025

ນ໋ອກແວ ໃຫ້ທຶນ 6 ແສນກວ່າໂດລາ ຊ່ວຍເຫຼືອວຽກງານເກັບກູ້ລະເບີດຢູ່ແຂວງຄໍາມ່ວນ

ພາບປະກອບ

ໃນສົກປີ 2019-2020 ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ແລະ ອົງການເກັບກູ້ລະເບີດແມັກ ປະຈຳລາວ ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2020 ຜ່ານມາທີ່ ຫ້ອງການ ຄຊກລ ນະຄອນຫຼວງວຽງຈັນ ເ

ເປັນກຽດເຂົ້າຮ່ວມໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄຊກລ ແລະ ທ່ານ ບີວ ມາດຮເດັ່ນ ຫົວໜ້າອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ ແລະ ຜູ້ຕາງໜ້າຈາກພາກກ່ຽວຂ້ອງເຂົ້າຮ່ວມ. ອົງການເກັບກູ້ລະເບີດແມັກປະຈຳ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອຈາກກະຊວງການຕ່າງປະເທດນ໋ອກແວ (NMFA) ສຳລັບວຽກງານການສໍາຫຼວດທາງວິຊາການ ແລະ ການເກັບກູ້ລະເບີດ ຢູ່ ແຂວງຄໍາມ່ວນ ໃນສົກປີ 2019-2020

ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຈໍານວນ 627.276 ໂດລາສະຫະລັດ ຫຼື ປະມານ 5,5 ຕື້ກີບ ໄລຍະເວລາຈັດຕັ້ງປະຕິບັດໂຄງການ 12 ເດືອນ ເຊິ່ງເງິນຈໍານວນນີ້ ທາງອົງການແມັກ ແມ່ນຈະນໍາໃຊ້ເຂົ້າໃນວຽກງານເພື່ອເຮັດການສໍາຫຼວດທາງດ້ານວິຊາການໃຫ້ໄດ້ ເນື້ອທີ່ 6 ລ້ານຕາແມັດ ແລະ ກວດກູ້ລະເບີດອອກຈາກເນື້ອທີ່ ດິນໃຫ້ ໄດ້ຫຼາຍກ່ວາ 8 ແສນຕາແມັດ ໃນເມືອງ ບົວລະພາ, ແຂວງຄໍາມ່ວນ. 

ນອກຈາກນີ້, ທຶນທີ່ໄດ້ຮັບດັ່ງກ່າວຍັງ ໄດ້ສະໜັບສະໜູນວຽກການການເກັບກູ້ລະເບີດເຄື່ອນທີ່ເມື່ອໄດ້ຮັບ ການລາຍງານຈາກປະຊາຊົນໃນທ້ອງຖິ່ນທີ່ໄດ້ພົບເຫັນລະເບີດບໍ່ທັນແຕກ ແລະ ໃຫ້ມີຄວາມໝັ່ນໃຈວ່າລະເບີດລູກດັ່ງກ່າວຖືກທໍາລາຍໂດຍໄວ ແລະ ມີຄວາມປອດໄພຕໍ່ຊີວິດ ແລະ ຊັບສີນ.

ທ່ານ ບີວ ມາດຮເດັ່ນ ກ່າວວ່າ “ຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງສືບຕໍ່ເປັນອຸປະສັກກິດກັ້ນການພັດທະນາຂອງປະເທດລາວ, ປະຊາຊົນໃນທ້ອງຖີ່ນບໍ່ພຽງແຕ່ດໍາລົງຊີວິດຢູ່ດ້ວຍຄວາມຢ້ານກົວຕໍ່ກັບລະເບີດບໍ່ທັນແຕກທີ່ຢູ່ໃນເນື້ອທີ່ດິນ ເພື່ອທໍາມາຫາກີນຂອງພວກເຂົາເທົ່ານັ້ນ ແຕ່ມັນຍັງໄດ້ຂະຫຍາຍເປັນວົງກວ້າງ ແລະ ກວມລວມເຖີງການເຂົ້າຫາການບໍລິການຂັ້ນພື້ນຖານ“.

ສະນັ້ນ, ໂຄງການດັ່ງກ່າວນີ້ ຈະສືບຕໍ່ສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ເພື່ອເຮັດໃຫ້ເນື້ອ ດິນສຳລັບການປູກຝັງ ແລະ ລ້ຽງສັດ ໃຫ້ມີຄວາມປອດໄພເຊີ່ງເປັນອີກບາດກ້າວໜຶ່ງທີ່ສຳຄັນ ເພື່ອຍົກສູງຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນໃນ ທ້ອງຖີ່ນໃຫ້ດີຂື້ນເທື່ອລະກ້າວ.

ອົງການເກັບກູ້ລະເບີດແມັກປະຈຳ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອຈາກ ກະຊວງການຕ່າງປະເທດນ໋ອກແວ ຈັດຕັ້ງປະຕິບັດຢູ່ ແຂວງ ຄຳມ່ວນ ຕັ້ງແຕ່ປີ 2015 ເປັນຕົ້ນມາ. 

ແຫຼ່ງຂໍ້ມູນ: ຮສສ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.