Monday, March 17, 2025

ສປປ ລາວ ຕິດອັນດັບ #16 ພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ

ພາບປະກອບ

ໜັງສືພິມ ນິວຢອກໂພສ (New York Post) ລາຍງານວ່າ ອົງການທ່ອງທ່ຽວໂລກ (United National World Tourism Organization, UNWTO) ຫຼ້າສຸດ ປະກາດລາຍຊື່ 20 ປະເທດ ພັດທະນາ ການທ່ອງທ່ຽວໄວທີ່ສຸດ ໃນໂລກ ໃນປີ 2019, ໂດຍ ສປປ ລາວ ຕິດຢູ່ໃນ  20 ອັນດັບ.​

ຕາມການລາຍງານທາງສະຖິຕິ ຂອງ UNWTO,​ ໃນປີ 2019 ມີນັກທ່ອງທ່ຽວ ເດີນທາງໄປຕ່າງປະເທດ ລວມທັງໝົດ 1.5 ຕື້ ຖ້ຽວ, ໂດຍເພີ່ມ ຂຶ້ນ 4% ເມື່ອທຽບໃສ່ສະຖິຕິການເດີນທາງ ໃນປີ 2018.

ພາບປະກອບ

ນໍາໜ້າສຸດ ທາງດ້ານການທ່ອງທ່ຽວ ຕົກໄປເປັນຂອງປະເທດ ມຽມມາ ເປັນອັນດັບ #1, ຫວຽດນາມ ອັນດັບ #7, ຟິລິປິນ ອັນດັບ #9, ແລະ ສປປ ລາວ ອັນດັບ #16.

ສະຖິຕິນີ້ ແມ່ນຄິດໄລ່ຈາກ ການເພີ່ມຂຶ້ນ ຂອງນັກທ່ອງທ່ຽວ ທີ່ເດີນທາງມາທ່ຽວ ທັງທາງບົກ, ທາງອາກາດ, ແລະ ທາງທະເລ.

ລາຍລະອຽດ ທັງ 20 ອັນດັບ ມີດັ່ງຕໍ່ໄປນີ້:

1. ມຽນມາ Myanmar 40.2%
2. ເປໂຕຣິໂກ້ Puerto Rico 31.2%
3. ອີຣານ Iran 27.9%
4. ອູເບກກິສຕານ Uzbekistan 27.3%
5. ມົນເຕເນໂກຣ Montenegro 21.4%
6. ອີຢິບ Egypt 21.1%
7. ຫວຽດນາມ Vietnam 16.2%
8. ຟິລິປິນ Philippines 15.1%
9. ມາລດິຟ Maldives 14.9%
10. ບາຮາມາສ Bahamas 14.6%
11. ກາຕ້າ Qatar 14.5%
12. ອານເມເນຍ Armenia 14.4%
12. ສ. ເກົາຫຼີ South Korea 14.4%
13. ຕຸລະກີ Turkey 14.0%
14. ບອສເນຍ ເຮີເຊໂກວີນາ Bosnia and Herzegovina 13.7%
15. ຕຸນີເຊຍ Tunisia 13.6%
16. ສປປ ລາວ Laos 11.5%
17. ອາເຊບາຍຊານ Azerbaijan 11.4%
18. ອິສະຣາເອລ Israel 10.5%
19. ລິດທູອາເນຍ Lithuania 10.1%
20. ກາຊັກສະຖານ Kazakhstan 10.0%

ພາບປະກອບ

ຂໍ້ມູນ: https://nypost.com/2020/02/03/have-you-traveled-to-the-worlds-fastest-growing-tourist-destinations/

ແຫຼ່ງຂໍ້ມູນ: Lao Youth Radio FM 90.0 Mhz

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.