Thursday, November 13, 2025
Kbank Laos โอน รับ จ่าย

ປະກາດແຕ່ງຕັ້ງຮອງລັດຖະມົນຕີ ກະຊວງການເງິນຄົນໃໝ່

ທ່ານ ສົມດີ ດວງດີ

ກະຊວງການເງິນ ໄດ້ປະ ກາດແຕ່ງຕັ້ງຮອງລັດຖະມົນຕີກະຊວງການເງິນຄົນໃໝ່ ຂຶ້ນທີ່ກະຊວງການເງິນ ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີບັນດາຫົວໜ້າກົມ, ຮອງຫົວ ໜ້າກົມ, ຫົວໜ້າສະຖາບັນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຜູ້ອໍານວຍການລັດວິສາຫະກິດ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນວາລະກອງປະຊຸມໄດ້ມີການຜ່ານດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 24/ນຍ, ລົງວັນທີ 15 ມັງກອນ 2020 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີຂອງກະຊວງການເງິນ ໂດຍໄດ້ແຕ່ງຕັ້ງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເປັນຮອງລັດຖະມົນຕີກະຊວງການເງິນ.

ພາບປະກອບ

ພ້ອມນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 0291/ກງ, ລົງວັນທີ 24 ມັງກອນ 2020 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມຂອງກະຊວງການເງິນ, ໄດ້ຕົກລົງແຕ່ງຕັ້ງທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າພະແນກສັງລວມ ແລະ ເລຂານຸການ ຫ້ອງການກະຊວງການເງິນ ເປັນຮອງຫົວໜ້າຫ້ອງການກະຊວງການເງິນ ແລະ ແຕ່ງຕັ້ງທ່ານ ນາງ ການ ສິງທາວົງໄຊ ຫົວໜ້າພະແນກບໍລິການຄັງເງິນ ເປັນຮອງຫົວໜ້າຄັງເງິນແຫ່ງຊາດ.

ຜ່ານຂໍ້ຕົກລົງສະບັບເລກທີ 4369/ກງ,ລົງວັນທີ 29 ຕຸລາ 2019 ວ່າດ້ວຍການຍົກຍ້າຍພະນັກງານຮັບໜ້າທີ່ໃໝ່ຢູ່ກະຊວງການເງິນ,ໄດ້ຍົກຍ້າຍທ່ານ ຂັນທອງ ແກ້ວໄພທູນ ຮອງຜູ້ອໍານວຍການລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ມາຮັບໜ້າທີ່ໃໝ່ຢູ່ຫ້ອງການກະຊວງການເງິນ, ເພື່ອລໍຖ້າຮັບອຸດໜູນບໍານານຕາມກົດໝາຍ ແລະ ລະບຽບການ.

ຜ່ານຂໍ້ຕົກລົງສະບັບເລກທີ 4887/ກງ, ລົງວັນທີ 9 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງຮອງຜູ້ອໍານວຍການລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ໂດຍແຕ່ງຕັ້ງທ່ານ ສາຍຂອງ ລາດດາວົງ ເປັນຮອງຜູ້ອໍານວຍການລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ.

ພາບປະກອບ

ໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ມີຄຳເຫັນວ່າ: ການປັບປຸງການຈັດຕັ້ງໃນຄັ້ງນີ້, ເປັນການປັບປຸງຄະນະນໍາກະຊວງ, ຄະນະກົມຈໍານວນໜຶ່ງ, ເພື່ອສ້າງຄວາມເຂັ້ມ ແຂງໃຫ້ຂະແໜງການເງິນໂດຍການສືບທອດປ່ຽນແທນຕາມພາລະບົດບາດຂອງການຈັດຕັ້ງການຊັບຊ້ອນໝູນວຽນພະນັກງານການນໍາຂອງກົມ, ພະນັກງານຫຼັກແຫຼ່ງຈໍານວນໜຶ່ງ, ເພື່ອເຮັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດປະຕິບັດໄດ້ຫຼ້ອນໜ້າ ທີ່ການເມືອງທີ່ພັກ-ລັດມອບໝາຍ. ພ້ອມນັ້ນ, ຍັງເນັ້ນໃຫ້ເອົາໃຈໃສ່ສ້າງຜົນງານໃຫ້ດີຂຶ້ນເລື້ອຍໆ ຊຶ່ງໃນໄລຍະນີ້ ເປັນໄລຍະຂອງການປັບປຸງກົງຈັກການຈັດຕັ້ງຂອງບັນດາກົມຂອງບັນດາຂະແໜງການຕ່າງໆທີ່ຂຶ້ນກັບກະຊວງການເງິນ.

ສ່ວນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ເອົາ ໃຈໃສ່ແຕ່ຕົ້ນປີ ໂດຍສະເພາະບັນດາວຽກທາງດ້ານລາຍຮັບໃຫ້ຂຸ້ນຂ້ຽວສຸມໃສ່ເຮັດແຕ່ຫົວ ທີ, ສໍາລັບລາຍຈ່າຍໃຫ້ມີການກວດກາຕິດຕາມຢ່າງເຄັ່ງຂັດຂຶ້ນຕື່ມ.

ແຫຼ່ງຂໍ້ມູນ: ມີເດຍລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.