Sunday, May 18, 2025
Kbank Laos โอน รับ จ่าย

ເຫຼົ້າຂາວລາວ ຢູ່ແຂວງອັດຕະປື ຍັງໄດ້ຮັບຄຸນນະພາບໃນລະດັບສາກົນ

ພາບປະກອບ

ຫຼັງໄດ້ມີການຮ່ວມມືກັບ ໂຄງການຄ໋ອບໂອກີນາວາ ປະເທດຍີ່ປຸ່ນ ໃນການສົ່ງເສີມຜະລິດຕະພັນ ເຫຼົ້າຂາວລາວ ໂດຍເລີ່ມຕົ້ນແຕ່ປີ 2014 ເປັນຕົ້ນມາ ກໍ່ເຫັນວ່າ ຜົນຜະລິດທີເກີດຈາກພູມປັນຍາຂອງປະຊາຊົນ ໄດ້ຮັບຄຸນນະພາບໃນລະດັບສາກົນສູງຂຶ້ນເລື້ອຍໆ ໂດຍສະເພາະ ແມ່ນກຸ່ມການຜະລິດເຫຼົ້າຂາວລາວ ບ້ານ ຊ້າຍ ເມືອງ ໄຊເສດຖາ ແຂວງ ອັດຕະປື.

ຖືເປັນແຫ່ງທຳອິດໃນເຂດພາກໃຕ້ລາວກໍ່ວ່າໄດ້ ທີ່ໂຄງການຄ໊ອບໂອກີນາວາ ແລະ ອົງການໃຈກ້າ ປະເທດຍີ່ປຸ່ນ ປະຈໍາລາວ ໄດ້ຄິດເຫັນຄຸນຄ່າໃນອາດີດກ່ຽວກັບເລື່ອງນີ້ມາກ່ອນນັ້ນ ຈິ່ງໄດ້ໃຫ້ການສະໜັບສະໜູນທາງດ້ານເຕັກນິກ, ງົບປະມານສົ່ງເສີມການຜະລິດພັດທະນາສີມືແຮງງານເພດຍິງ ກ່ຽວກັບການສ້າງໂຮງງານຕົ້ມເຫຼົ້າຂາວລາວທີ່ບ້ານ ຊ້າຍ ເປັນຄັ້ງປະຫວັດສາດ ສາມາດສົ່ງອອກໄປຍັງປະເທດຍີ່ປຸ່ນໄດ້ເແລ້ວຈຳນວນ 7,008 ກວດ

ພາບປະກອບ

ດັ່ງນັ້ນ ໃນວັນທີ 7 ກຸມພາ 2020 ສອງຝ່າຍໄດ້ຈັດກອງປະຊຸມສະຫລຸບກ່ຽວກັບການຈັດຕັ້ງປະຕິບັດໂຄງການສົ່ງເສີມສະຫາກອນຂອງກຸ່ມການຜະລິດເຫລົ້າຂາວບ້ານຊ້າຍ ເມືອງໄຊເຊດຖາ ຂຶ້ນທີ່ພະແນກອຸດສະຫະກຳ ແລະ ການຄ້າແຂວງ ອັດຕະປື ໂດຍການເປັນປະທານຝ່າຍລາວມີ ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງ, ຝ່າຍໂຄງການ ຄ໋ອຍໂອກີນາວາ ປະເທດຍີ່ປຸ່ນ ມີທ່ານ ອີຊິຮາຣະ ໂອຊະມຸ ຫົວໜ້າສະຫະກອນ ຄ໋ອບໂອກີນາວາ ພ້ອມຄະນະຈາກປະເທດຍີ່ປຸ່ນ, ພ້ອມນີ້ ຍັງໄດ້ມີການນຳ, ພະນັກງານ-ວິຊາການກ່ຽວຂ້ອງຂອງລາວພາຍໃນແຂວງ ແລະ ຈາກສູນກາງເຂົ້າຮ່ວມ.

ພາບປະກອບ

ກຸ່ມຜະລິດຕົ້ມເຫຼົ້າຂາວລາວ ເມືອງ ໄຊເຊດຖາ ແມ່ນເປັນແຫ່ງທຳອິດໃນ ແຂວງ ອັດຕະປື, ມີທີ່ຕັ້ງຢູ່ ບ້ານ ຊ້າຍ ເມືອງ ໄຊເສດຖາ ໂດຍແມ່ນອົງການໃຈກ້າ ແລະ ກຸ່ມສະຫະກອນ ໂອກີນາວາ ປະເທດຍີ່ປຸ່ນ ໄດ້ໃຫ້ການສົ່ງເສີມກຸ່ມການຜະລິດເຫລົ້າຂາວບ້ານຊ້າຍ ເລີ່ມແຕ່ມື້ໄດ້ຮັບອະນຸມັດມາເຖິງ ເດືອນ ກຸມພາ 2020 ລວມມີ 4 ແຜນງານໃຫຍ,່ ລວມງົບປະມານທັງໝົດ 142,887 ໂດລາ, ມີ 1 ກຸ່ມການຜະລິດ, ມີຈຳນວນ 39 ຄົນ, ຍິງ 32 ຄົນ, ມາຮອດປັດຈຸບັນໄດ້ສຳເລັດການບັນຈຸເຫລົ້າສົ່ງອອກໄປຍັງໂອກີນາວາ ປະເທດ ຍີ່ປຸ່ນ ເປັນເທື່ອທຳອິດແລ້ວຈຳນວນ 7,008 ກວດ.

ພາບປະກອບ

ພ້ອມນີ້ ກຸ່ມການຜະລິດເຫລົ້າຂາວບ້ານຊ້າຍ ຍັງໄດ້ເປັນຕົວແບບເຂົ້າຮ່ວມວາງສະແດງສິນຄ້າເຂົ້າໃນງານສຳຄັນຂອງຊາດຢູ່ພາຍໃນ ແລະ ຕ່າງປະເທດນຳດ້ວຍ, ສຳລັບພາຍໃນແຂວງ ອັດຕະປື ໄດ້ມີຈຳໜ່າຍຢູ່ ບ້ານ ຊ້າຍເມືອງ ໄຊເຊດຖາ, ຮ້ານອາຫານເຮືອນແພ ອັດຕະປື, ຮ້ານອາຫານອານີ ແຂວງ ອັດຕະປື, ຕ່າງແຂວງ ມີຢູ່ຮ້ານອາຫານ Dresden ດຳເນີນກິດຈະການໂດຍຄົນຍີ່ປຸ່ນ ທີວຽງຈັນ ແລະ ຢູ່ໂຮງແຮມ ປາກເຊ ແຂວງ ຈຳປາສັກ…

ສຳລັບທິດທາງໃນຕໍ່ໜ້າຕາມຄາດໝາຍໃນກອງປະຊຸມສອງຝ່າຍຄັ້ງນີ້ ຕະຫຼາດຈຳໝ່າຍ ແມ່ນສົ່ງອອຫຢູ່ພາຍໃນ 50%; ສົ່ງອອກປະເທດໃກ້ຄຽງ 25%, ສົ່ງອອກໄປປະເທດຍີ່ປຸ່ນ 25%, ສືບຕໍ່ສ້າງຮູບການບໍລິການ, ບໍລິຫານ ແລະ ການດຳເນີນຂອງໂຮງງານໃຫ້ຊັດເຈນ, ກຽມເຊັນສັນຍາສົ່ງເຫລົ້າອອກໄປຍັງ ໂອກີນາວາອີກ ຈຳນວນ 7,008 ກວດ ໃຫ້ສຳເລັດໃນທ້າຍປີ 2020

ແຫຼ່ງຂໍ້ມູນ: ໂດຍ: ມາລາທິບ Attapeu Media

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້