Sunday, January 19, 2025

ຢືນຢັນຊັດເຈນ! ປະເທດລາວ ຍັງບໍ່ມີຜູ້ຕິດເຊື້ອໄວຣັສໂຄໂຣນາ

ທ່ານ ດຣ.ບຸນກອງ ສີຫາວົງ

ທີ່ນະຄອນຫລວງວຽງຈັນ, ທ່ານ ດຣ.ບຸນກອງ ສີຫາວົງ ລັດຖະມັນຕີກະຊວງ ສາທາລະນະສຸກ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໂດຍຢືນຢັຮອີກວ່າ ປັດຈຸບັນ ສປປ ລາວ ຍັງບໍ່ມີລາຍງານການຢັ້ງຢືນກໍລະນີຜູ້ຕິດເຊື້ອພະຍາດອັກເສບປອດ ຫລື ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (nCov).

ຢ່າງໃດກໍຕາມ ວັນທີ 8 ກຸມພານີ້ ມີການລາຍງານກໍລະນີສົງໄສ 1 ກໍລະນີ ແຕ່ຜົນກວດອອກມາ ບໍ່ພົບເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ມາຮອດປັດຈຸບັນມີກໍລະນີສົງໄສທັງໝົດ 19 ກໍລະນີ ແລະ ເກັບຕົວຢ່າງມາກວດທັງຫມົດໃຫ້ຜົນລົບ (ບໍ່ມີເຊື້ອ).

ພາບປະກອບ

ກະຊວງສາທາລະນະສຸກຈີນ ໄດ້ລາຍງານໃນວັນທີ 8 ກຸມພາ 2020 ເວລາ 04:00 ມ, ທີ່ ສປ ຈີນ ວ່າ: ປັດຈຸບັນມີຜູ້ຕິດເຊື້ອທັງໝົດ 37.198 ກໍລະນີ, ຄົນເຈັບໜັກ 6.188 ກໍລະນີ, ເສຍຊີວິດ 811 ກໍລະນີ ຈາກ 31 ແຂວງ ຂອງ ສປ ຈີນ.

ນອກຈາກນີ້ ຍັງມີບ່ອນທີ່ຖືກກະທົບ ທັງທັງໝົດ 27 ແຫ່ງ ມີການຢັ້ງຢືນການຕິດເຊື້ອ 318 ກໍລະນີ, ເສຍຊີວິດ 2 ກໍລະນີ ຄື: ຮົງກົງ 1 ກໍລະນີ ແລະ ຟິລິບປິນ 1 ກໍລະນີ.

ທ່ານ ດຣ.ບຸນກອງ ສີຫາວົງ

ທ່ານ ດຣ.ບຸນກອງ ສີຫາວົງ ຍັງໃຫ້ຮູ້ວ່າ:

ສຳລັບການຕິດຕາມກໍລະນີຜູ້ສຳຜັດໃກ້ຊິດ ກັບຄົນເຈັບທີ່ຖືກຢັ້ງຢືນວ່າຕິດເຊື້ອໄວຣັສໂຄໂຣນາ ທີ່ເຂົ້າມາທ່ຽວລາວ ແລະ ກັບເມື່ອຈີນ (ໄປກວດພົບຢູ່ຈີນ) ພວກເຮົາໄດ້ມີການຕິດຕາມຢ່າງໃກ້ຊິດ ທັງບຸກຄົນທີ່ເຮັດວຽກໃນການບໍລິການກຸ່ມທ່ອງທ່ຽວ, ພະນັກງານຂັບລົດ, ຜູ້ບໍລິການໃນໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ທຸກຄົນທີ່ມີການສຳຜັດ ຢູ່ແຂວງຫລວງພະບາງຈຳນວນ 86 ຄົນ, ແຂວງຫລວງນ້ຳທາ ແລະ ອຸດົມໄຊ ແມ່ນໄດ້ມີການຕິດຕາມຢ່າງໃກ້ຊິດ;

ພ້ອມນີ້, ໄດ້ມີການກະກຽມ ແລະ ຕິດຕາມ ບັນດາຄົນງານ, ນັກສຶກສາຈີນ ທີ່ເຮັດວຽກ ແລະ ມາຮຽນຢູ່ ສປປ ລາວ ແມ່ນໄດ້ມີການວາງແຜນລົງໄປໃຫ້ຂໍ້ມູນຂ່າວສານ ໂດຍປະສານງານກັບເຈົ້າຂອງກິດຈະການ (ນະຄອນຫລວງວຽງຈັນ, ບໍລິຄຳໄຊ ແລະ ແຂວງວຽງຈັນ),

ພາບປະກອບ

ນອກນີ້ ຖ້າມີຜູ້ທີ່ສົງໄສ ຫລື ມີອາການເຂົ້າກັບນິຍາມ ແມ່ນໄດ້ມີການກະກຽມເພື່ອຈຳກັດບໍລິເວນ ເປັນເວລາ 14 ວັນ ແລະ ຕິດຕາມຢ່າງໃກ້ຊິດ.

ຕໍ່ກັບກໍລະນີທີ່ມີຂ່າວທາງສື່ສັງຄົມອອນລາຍ ວ່າແຂວງຜົ້ງສາລີ ມີກໍລະນີສົງໄສຕິດເຊື້ອໄວຣັສໂຄໂຣນາ ຈຳ ນວນ 27 ຄົນ ແລະ ມີຜູ້ເສຍຊີວີດ 3 ຄົນ ທາງສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ມີການປະຊຸມດ່ວນທາງໂທລະສັບ ເພື່ອສອບສວນຄືນກ່ຽວກັບສະພາບດັ່ງກ່າວ ແລ້ວພົບວ່າໃນຈຳນວນ 27 ຄົນແມ່ນເປັນອາການຂອງໄຂ້ຫວັດໃຫຍ່ ແລະ 3 ຄົນທີເສຍຊີວິດແມ່ນຍ້ອນພະຍາດຂອງຜູ້ກ່ຽວເອງ.

ແຫຼ່ງຂໍ້ມູນ: ຂ່າວ-ພາບ ສົມຫວັງ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: