ລາວ ຢູ່ອັນດັບທີ 78 ປະເທດຄວາມຍາກງ່າຍທາງດ້ານການຄ້າລະຫວ່າງປະເທດ

ສປປ ລາວ ຖືກຈັດຢູ່ໃນອັນດັບທີ 78 ໃນຈຳນວນ 190 ປະເທດ ຄວາມຍາກງ່າຍທາງດ້ານການຄ້າລະຫວ່າງປະເທດ, ເຖິງຢ່າງໃດກໍຕາມປີ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ຈະຫຼຸດຜ່ອນເວລາໃນການນຳເຂົ້າ – ສົ່ງອອກສິນຄ້າລົງ 50% ແລະ ຄ່າໃຊ້ຈ່າຍລົງ 30%.

ພາບປະກອບ

ສູນຂໍ້ມູນ – ຂ່າວສານທາງການຄ້າເຜີຍໃຫ້ຮູ້ວ່າ:

ອີງຕາມບົດລາຍງານສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດໃນ ສປປ ລາວ 2020 ( Doing Business 2020 ) ໄດ້ສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມຍາກງ່າຍທາງດ້ານການຄ້າລະຫວ່າງປະເທດແມ່ນຖືກຈັດຢູ່ໃນອັນດັບທີ 78 ໃນ 190 ປະເທດທົ່ວໂລກ ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຕາມຄໍາສັ່ງ ທ່ານນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດໃນ ສປປ ລາວ ເລກທີ 02/ນຍ ລົງວັນທີ 01 ກຸມພາ 2018

ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປຶກສາຫາລື ແລະ ເປັນເອກະພາບກັບກົມກ່ຽວຂ້ອງ ຄື: ກົມພາສີ, ກົມຄຸ້ມຄອງບໍ່ແຮ່, ກົມອຸດສາຫະກໍາ ແລະ ກົມຂົນສົ່ງ ເພື່ອກຳນົດແຜນປັບປຸງຕົວຊີ້ວັດທີ 8 ການຄ້າລະຫວ່າງປະເທດ ແຕ່ນີ້ຮອດປີ 2022.

ການປັບປຸງສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດ ໂດຍສະເພາະຕົວຊີ້ວັດທີ 8 ແມ່ນມີຈຸດປະສົງ ເພື່ອອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສ່ວນໃຫຍ່ແມ່ນຕິດພັນກັບຂັ້ນຂອດ – ຂັ້ນຕອນຂອງເອກະສານ ແລະ ການດຳເນີນການຢູ່ດ່ານພາສີຊາຍແດນ ເຊິ່ງຈະວັດລະດັບຄວາມຍາກງ່າຍຂອງການຄ້າລະຫວ່າງປະເທດທີ່ຕິດພັນກັບສາມຂອບເຂດ ຄື:

ພາບປະກອບ

ຂອບເຂດທີ່ໜຶ່ງແມ່ນຄວາມຖືກຕ້ອງຂອງເອກະສານ ໝາຍເຖິງການຄຸ້ມຄອງການຂົນສົ່ງ, ການຮັບເອກະສານ, ການກະກຽມ ແລະ ການຍື່ນເອກະສານ ເພື່ອການຂົນສົ່ງ, ການເກັບກູ້, ການກວດກາທີ່ຢູ່ທ່າເຮືອ ຫຼື ເຂດຊາຍແດນ.

ຂອບເຂດທີ່ສອງແມ່ນຄວາມສອດຄ່ອງກັບລະບຽບການດ້ານຊາຍແດນ ໝາຍເຖິງການກວດກາພາສີ ແລະ ການກວດກາໂດຍອົງການອື່ນໆ ເພື່ອຄຸ້ມຄອງ ແລະ ການກວດກາການຈັດຕັ້ງປະຕິບັດທີ່ເກີດຂຶ້ນຢູ່ທ່າເຮືອເສດຖະກິດ ຫຼື ຊາຍແດນ, ຂອບເຂດທີ່ສາມແມ່ນການຂົນສົ່ງພາຍໃນປະເທດແມ່ນໝາຍເຖິງການຍົກຍ້າຍ ຫຼື ບໍ່ໄດ້ຍົກຍ້າຍສິນຄ້າທີ່ເກັບໄວ້ຢູ່ສາງ ຫຼື ທ່າເຮືອ/ຊາຍແດນ ແລະ ຄວາມຫຼ້າຊ້າໃນເວລາຂົນສົ່ງທາງບົກ ເນື່ອງຈາກການສັນຈອນທີ່ຕິດຂັດ ແລະ ການກວດກາຕາມເສັ້ນທາງຂອງຕຳຫຼວດຈະລາຈອນ.

ພາບປະກອບ

ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ໃນນາມກອງເລຂາຄະນະກຳມະການອຳນວຍ ຄວາມສະດວກທາງດ້ານການຄ້າ ( ກຄອຄ ) ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອກຳນົດແຜນການລະອຽດໃນການປັງປຸງນິຕິກຳ ແລະ ກິດຈະກຳບຸລິມະສິດທີ່ຕິດພັນກັບຕົວຊີ້ວັດການຄ້າລະຫວ່າງປະເທດ ໃນບົດສຳຫຼວດຄວາມຍາກງ່າຍຂອງການດຳເນີນທຸລະກິດ ( Ease of Doing Business/EDB ) ຂອງທະນາຄານໂລກ ຄື: ການນຳເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາປະກອບຢູ່ໂຮງງານ ແລະ ການສົ່ງອອກແຮ່ທາດ, ເປົ້າໝາຍຂອງການຈັດຕັ້ງປະຕິບັດແຜນດັ່ງກ່າວແມ່ນໃຫ້ສາມາດບັນລຸຕາມເປົ້າໝາຍ ພາຍໃນປີ 2020 ກໍຄືຫຼຸດຜ່ອນເວລາໃນການນຳເຂົ້າ – ສົ່ງອອກສິນຄ້າລົງ 50% ແລະ ຄ່າໃຊ້ຈ່າຍລົງ 30%.

ຂ່າວຈາກ: ສູນຂໍ້ມູນຂ່າວສານທາງການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...