Saturday, January 18, 2025

ລາວ ພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ທ່ານ ທອງຜ່ານ ສະຫວັນເພັດ

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງຫົວຫນ້າຄະນະກໍາມະການຊີ້ນໍາລວມ ເພື່ອກະກຽມ ແລະ ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄຫມພິເສດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບລາຍລະອຽດຂອງກອງປະຊຸມດັ່ງກ່າວ.

ທ່ານ ທອງຜ່ານ ສະຫວັນເພັດ ໃຫ້ຮູ້ວ່າ:

ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີ ຕ່າງປະເທດ ອາຊຽນ-ຈີນ ສະໄຫມພິເສດ ຈະຈັດຂຶ້ນໃນວັນທີ 20 ກຸມພາ 2020, ທີ່ໂຮງແຮມດອນຈັນພາເລດ, ຕາມລາຍລະອຽດດັ່ງນີ້:

1 ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄຫມພິເສດ ຈະຈັດໃສ່ພາກເຊົ້າ ຫຼັງຈາກສໍາເລັດ
ກອງປະຊຸມ ຈະມີພິທີຖະແຫຼງຂ່າວຮ່ວມ.

ພ້ອມດຽວກັນນັ້ນ ກ່ອນກອງປະຊຸມລັດຖະມົນຕີ ຕ່າງປະເທດ ອາຊຽນ-ຈີນ ກໍຈະມີກອງປະຊຸມພາຍໃນອາຊຽນກ່ອນ ເຊິ່ງແມ່ນກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມສະພາປະສານງານອາຊຽນສະໄຫມພິເສດ.

2 ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງ ຄັ້ງທີ 5 ຈະຈັດໃສ່ພາກບ່າຍ ຫຼັງຈາກສໍາເລັດກອງປະຊຸມ ຈະມີພິທີຖະແຫຼງຂ່າວຮ່ວມ.

ສຳລັບການກະກຽມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄຫມພິເສດ ມາຮອດປະຈຸບັນແມ່ນມີຄວາມຄືບຫນ້າດີທັງທາງດ້ານເນື້ອໃນ, ພາລາທິການ ແລະ ບຸກຄະລາກອນ, ລວມເຖິງການກຽມຄວາມພ້ອມຂອງມາດຕະການປ້ອງກັນການ ແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃຫມ່ (COVID 19)

ໂດຍໄດ້ຮັບການ ຮ່ວມມື ແລະ ຊ່ວຍເຫລືອເປັນຢ່າງດີ ຈາກພາຍໃນ ແລະ ຕ່າງປະເທດ, ກໍຄື ໄດ້ສ້າງຕັ້ງຄະນະກໍາມະການຮັບຜິດ ຊອບຊີ້ນໍາລວມ ໂດຍແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເປັນຫົວຫນ້າ ຄະນະ ແລະ ໄດ້ແຕ່ງຕັ້ງ 8 ຄະນະອະນຸກໍາມະການຮັບຜິດຊອບແຕ່ລະຫນ້າວຽກແຕກຕ່າງກັນ ຄື: ອະນຸກໍາມະການ ກະກຽມເນື້ອໃນ, ອະນຸກໍາມະການກອງເລຂາ, ອະນຸກໍາມະການພິທີການ, ສະຖານທີ່ພັກເຊົາ ແລະ ຕ້ອນຮັບ, ອະນຸກໍາມະການປ້ອງກັນຄວາມສະຫງົບ, ອະນຸກໍາມະການໂຄສະນາ ແລະ ຂ່າວສານ, ອະນຸກໍາມະການພາຫະນະຂົນສົ່ງ, ອະນຸກໍາມະການການແພດ ແລະ ສາທາລະນະສຸກ ແລະ ອະນຸກໍາມະການສັງລວມລາຍຈ່າຍ ແລະ ງົບປະມານ.

ໃນລະຫວ່າງວັນທີ 19-20 ກຸມພາ 2020 ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄຫມພິເສດ

ແຫຼ່ງຂໍ້ມູນ: ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: