Monday, April 21, 2025

ຕາມກົດໝາຍ! ໂອນເງິນເຂົ້າຜິດບັນຊີ ມີສິດທວງເອົາເງິນຄືນໄດ້ຢ່າງແນ່ນອນ!!! (ອ່ານໃນລາຍລະອຽດ)

ໃນຊີວິດປະຈຳວັນ ຫຼາຍທ່ານຫຼີກບໍ່ໄດ້ເລື້ອງຫຼົງໆ ລືມໆ ຖ້າຫາກທ່ານຫຼົງໂອນເງິນໄປເຂົ້າຜິດບັນຊີ ທ່ານຕ້ອງກັງວົນໃຈວ່າ: ຈະມີສິດເອົາຄືນໄດ້ບໍ່? ຈະເອົາຄືນໄດ້ແນວໃດ? ຖ້າເຂົາຖອນໄປຈ່າຍໝົດແລ້ວບໍ່ມີເງິນຄືນໃຫ້ເດ ຈະເຮັດແນວໃດ? ດ້ານກົດໝາຍ ມີການກໍານົດໄວ້ຄືແນວໃດ?.

ແນ່ນອນ ຕາມກົດໝາຍ ຖ້າທ່ານຫຼົງໂອນເງິນໄປເຂົ້າຜິດບັນຊີ ທ່ານມີສິດທວງເອົາເງິນຄືນໄດ້ ແລະ ຜູ້ທີ່ຮັບເງິນນັ້ນກໍຕ້ອງສົ່ງເງິນດັ່ງກ່າວນັ້ນຄືນໃຫ້ຜູ້ທີ່ຫຼົງໂອນເງິນມານັ້ນ ໂດຍບໍ່ມີເງື່ອນໄຂໃດໆ.

ຫຼາຍທ່ານອາດຈະໂຕ້ຖຽງວ່າ: ໂອນເງິນເຂົ້າບັນຊີຂອງຄົນອື່ນ ກໍຖືວ່າເປັນເງິນຂອງຄົນອື່ນ ເພາະເຈົ້າຂອງບັນຊີແມ່ນເປັນເຈົ້າກຳມະສິດຂອງເງິນໃນບັນຊີຕົນ, ນັ້ນເປັນພຽງການໂຕ້ຖຽງໃນແງ່ມຸມຄວາມເຂົ້າໃຈສ່ວນຕົວເທົ່ານັ້ນ. ເຫດຜົນທີ່ມີສິດທວງເອົາເງິນຄືນໄດ້ນັ້ນແມ່ນມີ 2 ເຫດຜົນຄື: ຂໍ້ຜູກພັນນອກສັນຍາ ແລະ ຄວາມຮັບຜິດຊອບທາງອາຍາ.

ພາບປະກອບ

ເຫດຜົນຂໍ້ຜູກພັນນອກສັນຍາ: ແມ່ນໄດ້ກໍານົດໄວ້ໃນ ມາດຕາ 99 ຂອງ ກົດໝາຍ ວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ສະບັບເລກທີ 01/ສພຊ ລົງວັນທີ 08 ທັນວາ 2008 ໂດຍໄດ້ກຳນົດໄວ້ວ່າ: “ບຸກຄົນໃດ ຫາກໄດ້ຮັບຊັບສິ່ງຂອງ ຂອງຜູ້ອື່ນໂດຍເຈດຕະນາ ທັງໆທີ່ຮູ້ວ່າ ຕົນບໍ່ມີສິດຮັບຊັບສິ່ງຂອງນັ້ນແລ້ວ ບຸກຄົນນັ້ນ ຕ້ອງສົ່ງຊັບສິ່ງຂອງ ຫຼື ມູນຄ່າຂອງຊັບສິ່ງຂອງນັ້ນ ຄືນໃຫ້ຜູ້ເປັນເຈົ້າຂອງ ພ້ອມທັງໝາກຜົນ ຫຼື ລາຍໄດ້ ນັບແຕ່ວັນໄດ້ຮັບເປັນຕົ້ນໄປ”.

ໂດຍອີງຕາມ ມາດຕາດັ່ງກ່າວນີ້ ຜູ້ຮັບເງິນ ຕ້ອງໄດ້ສົ່ງເງິນດັ່ງກ່າວໃຫ້ແກ່ເຈົ້າຂອງເງິນທີ່ຫຼົງໂອນມານັ້ນທັນທີ ເນື່ອງຈາກວ່າ: ການຫຼົງໂອນເງິນໄປເຂົ້າຜິດບັນຊີນັ້ນ ເຈົ້າຂອງບັນຊີທີ່ຮັບເງິນນັ້ນ ບໍ່ທັນແມ່ນເຈົ້າຂອງເງິນເທື່ອ ເພາະຜ່ານມາບໍ່ໄດ້ມີການຕົກລົງຫຍັງກັບ ຜູ້ຫຼົງໂອນເງິນມານັ້ນ ແຕ່ຢ່າງໃດ.

ອາດມີຂໍ້ໂຕ້ຖຽງວ່າ: ເງິນໃນບັນຊີໃຜກໍເປັນເງິນຂອງຜູ້ນັ້ນ ແຕ່ໃນກໍລະນີນີ້ ເງິນທີ່ຫຼົງໂອນມານັ້ນ ແມ່ນເງິນທີ່ຜູ້ຮັບບໍ່ມີສິດຮັບເທື່ອ ເພາະບໍ່ແມ່ນເງິນມອບໃຫ້ລ້າ ຫຼື ໄດ້ມາຈາກການຊື້-ຂາຍໃດໜຶ່ງ ຫຼື ການແລກປ່ຽນໃດໜຶ່ງ ແຕ່ຢ່າງໃດ ເພາະບໍ່ໄດ້ມີການຕົກລົງຫຍັງກັນມາກ່ອນ.

ຖ້າຜູ້ຮັບເງິນບໍ່ຍອມສົ່ງເງິນຄືນ ຜູ້ທີ່ຫຼົງໂອນເງິນມານັ້ນ ມີສິດຮ້ອງຟ້ອງຕາມຂະບວນການຍຸຕິທຳ ແຕ່ໃນລະຫວ່າງການດຳເນີນຄະດີຢູ່ນັ້ນ ຜູ້ຮັບເງິນ ຈະຕ້ອງໄດ້ຈ່າຍດອກເບ້ຍຕາມອັດຕາຄິດໄລ່ຂອງທະນາຄານ ພ້ອມດ້ວຍຄ່າໃຊ້ຈ່າຍຕ່າງໆໃນການດຳເນີນຄະດີ ໃຫ້ແກ່ ຜູ້ຫຼົງໂອນເງິນມານັ້ນ.

ພາບປະກອບ

ເຫດຜົນຄວາມຮັບຜິດຊອບທາງອາຍາ: ແມ່ນໄດ້ກໍານົດໄວ້ໃນ ມາດຕາ 123 ຂອງ ກົດໝາຍ ອາຍາ ສະບັບປັບປຸງ ເລກທີ 12/ສພຊ ລົງວັນທີ 09 ພະຈິກ 2005 ໂດຍໄດ້ກຳນົດໄວ້ວ່າ “ບຸກຄົນຜູ້ໃດໂດຍເຈດຕະນາ ຫາກໄດ້ຄອບຄອງຊັບຂອງຜູ້ອື່ນທີ່ຕົນຊອກໄດ້, ເກັບໄດ້, ຂຸດຄົ້ນໄດ້ ຫຼື ທີ່ບຸກຄົນອື່ນໄດ້ຫຼົງມອບໃຫ້ແກ່ຕົນ ໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝແຕ່ 50.000 ກີບ ຫາ 200.000 ກີບ.

ໃນກໍລະນີທີ່ຊັບເຫຼົ່ານັ້ນ ຫາກມີມູນຄ່າສູງ ຫຼື ເປັນຈໍານວນຫຼວງຫຼາຍ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝແຕ່ 200.000​ ກີບ ຫາ 3.000.000 ກີບ”. ໂດຍອີງຕາມ ມາດຕາດັ່ງກ່າວນີ້ ຖ້າຫາກ ຜູ້ຮັບເງິນ ຫາກມີເຈດຕະນາບໍ່ສົ່ງເງິນດັ່ງກ່າວຄືນໃຫ້ ຜູ້ຫຼົງໂອນເງິນມາ ຈະຖືວ່າມີໂທດທາງອາຍາ ອາດຕິດຄຸກ 3 ເດືອນ ຫາ ໜຶ່ງປີ ຫຼື ໜຶ່ງປີ ຫາ ສາມປີ.

ສະນັ້ນ ຜູ້ຮັບເງິນ ຕ້ອງໄດ້ສົ່ງເງິນດັ່ງກ່າວຄືນໃຫ້ ເຈົ້າຂອງເງິນຄືຜູ້ທີ່ຫຼົງໂອນມານັ້ນໂດຍບໍ່ມີເງື່ອນໄຂໃດໆ.

ດັ່ງນັ້ນ ໃນເວລາໃດກໍຕາມ ຖ້າຫາກທ່ານເຫັນເງິນໂອນເຂົ້າບັນຊີຂອງທ່ານໂດຍທີ່ທ່ານບໍ່ຮູ້ທີ່ມາຂອງເງິນ ຢ່າຟ້າວຖອນໄປຈ່າຍເທື່ອ ແຕ່ຕ້ອງແຈ້ງທະນາຄານ ແລະ ທວງຖາມຫາຕົ້ນທາງຜູ້ໂອນເງິນດັ່ງກ່າວ ເພື່ອສົ່ງເງິນດັ່ງກ່າວນັ້ນຄືນໃຫ້ເຈົ້າຂອງເງິນ ເວັ້ນເສຍແຕ່ທ່ານອາດຈະໂຊກດີ ໂດຍໄດ້ຮັບຄຳຕອບຈາກຕົ້ນທາງວ່າ ເງິນທີ່ໂອນມານັ້ນແມ່ນຂອງຂວັນວັນເກີດ ຕັ້ງໃຈໂອນມາໃຫ້, ທ່ານຈິ່ງສາມາດຖອນເອົາມາໃຊ້ຈ່າຍໄດ້ຢ່າງມີຄວາມສຸກ.

ແຫຼ່ງຂໍ້ມູນ: ໂດຍ: ທະນາຍ ວຽງສະຫວັນ ພັນທະລີ, ອຳນວຍການ ບໍລິສັດ ພັນທະລີກົດໝາຍ ຈຳກັດ, ວາລະສານທາເກັດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.