ບໍລິສັດ ຊີໂດໄຮໂດ ຍອມຮັບຄວາມຜິດທີ່ເຮັດສານເຄມີຮົ່ວ ໄຫຼລົງນ້ຳລີກ ພ້ອມຊົດເຊີຍ 70 ລ້ານກີບ

ບໍລິສັດ ຊີໂດໄຮໂດ ໄດ້ຍອມຮັບຄວາມຜິດພາດໃນການດໍາເນີນງານຂອງຕົນ,ໂດຍໄດ້ເຮັດ ໃຫ້ຖັງເກັບນໍ້າຢາເຄມີເພື່ອຊ່ວຍໃຫ້ຄອນກຣີດແຂງໂຕໄວແຕກ ແລະ ຮົ່ວໄຫລລົງຢູ່ຈຸດອຸມົງທາງລົດໄຟລາວ-ຈີນ ເຂດບ້ານ ວຽງແກ້ວ ເມືອງກາສີ ແຂວງວຽງຈັນ, ແລ້ວໄຫລລົງສູ່ນໍ້າລີກ ອັນສົ່ງຜົນສະທ້ອນໃຫ້ແມ່ນ້ໍາເປັນພິດ ແລະ ປາຕາຍເປັນຈໍານວນຫລາຍ.

ບໍລິສັດ ຊີໂດໄຮໂດ ກໍ່ສ້າງທາງລົດໄຟລາວ-ຈີນ ເປີດເຜີຍວ່າ:

ຖິງບັນຈຸສານເຄມີດັ່ງກ່າວມີບໍລິມາດຂະຫນາດ 1 ພັນລິດ ແລະ ໄດ້ແຕກຊຶມຮົ່ວລົງສູ່ແມ່ນໍ້າທໍາມະຊາດປະມານ 100 ກວ່າລິດ ແລະ ຫລັງຈາກນັ້ນກໍໄດ້ຮີບຮ້ອນ ແຈ້ງເຕືອນໃຫ້ປະຊາຊົນຜູ້ຢູ່ລຽບຕາມແຄມນ້ໍາລີກຮັບຊາບ, ຫ້າມບໍລິໂພກປະ ແລະນໍ້າໃນແມ່ນໍ້າດັ່ງກ່າວ, ໂດຍ ສະເພາະແມ່ນເຂດບ້ານ ໂພນແບ່ງ, ວຽງຄໍາ ແລະ ບ້ານ ວຽງແກ້ວ ເປັນຕົ້ນ.

ຕໍ່ກັບຜົນກະທົບທີ່ເກີດຂຶ້ນ, ໃນວັນທີ 18 ກຸມພາ ນີ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ກໍໄດ້ມີການປະຊຸມຮ່ວມກັບບໍລິສັດດັ່ງກ່າວ ເພື່ອຫາທາງແກ້ໄຂໂດຍສອງຝ່າຍໄດ້ຕົກລົງເຫັນດີນໍາກັນວ່າ:

ບໍລິສັດຈະຕ້ອງຟື້ນຟູ ກ່ຽວກັບລະບົບນິເວດທາງນ້ໍາ ໃນບໍລິເວນຫ້ວຍຫີນຊາ ແລະ ນ້ໍາລີກໃຫ້ຄືນສູ່ສະພາບປົກກະຕິໂດຍໄວ ແລະ ຕໍ່ກັບຜົນກະທົບເບື້ອງຕົ້ນບໍລິສັດເຫັນດີຊົດເຊີຍໃນມູນຄ່າ 70 ລ້ານກີບ,

ນອກນັ້ນ ກໍຈະມີການອານາໄມຕະກອນຢູ່ອ່າງບໍາບັດນ້ໍາເປື້ອນຈາກໂຄງການ ກ່ອນຈະປ່ອຍນ້ໍາອອກສູ່ທໍາມະຊາດ, ເພື່ອຫລຸດຜ່ອນຜົນກະທົບໃນສະເພາະຫນ້າ ໃຫ້ສໍາເລັດພາຍໃນວັນທີ 19-20 ກຸມພານີ້ ແລະ ໃຫ້ ບໍລິສັດເອົາໃຈໃສ່ເກັບມ້ຽນພາຊະນະບັນຈຸສານເຄມີ ແລະ ສິ່ງເສດເຫລືອຕ່າງໆໃຫ້ເປັນລະບົບ ແລະ ຖືກຕ້ອງ, ຕາມເຕັກນິກວິຊາການ.

ແຫຼ່ງຂໍ້ມູນ: ລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...