Wednesday, March 26, 2025

ການຄ້ານະຄອນຫຼວງ ແກ້ໄຂການຂາຍເຄື່ອງຊະຊາຍ ໄດ້ 300 ກວ່າກໍລະນີ

ທ່ານ ນາງ ວັນມະນີ ພິມມະສານ

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ( ອຄ.ນວ ) ເອົາໃຈໃສ່ວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ສະພາບການຄ້າຂາຍໃນທ້ອງຕະຫຼາດໃຫ້ຢູ່ໃນສະພາບໝັ້ນທ່ຽງ ໂດຍສະເພາະໃນປີ 2019 ສາມາດຕິດສະຫຼາກກາໝາຍສິນຄ້າໄດ້ທັງໝົດ 1.107 ລາຍການ, ສ່ວນການແກ້ໄຂສະພາບຂາຍເຄື່ອງຊະຊາຍໄດ້ 303 ຫົວໜ່ວຍ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ ໄດ້ກ່າວຕໍ່ກອງປະຊຸມໃນໂອກາດທີ່ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ພະແນກ ອຄ.ນວ ເມື່ອບໍ່ດົນມານີ້ວ່າ:

ພາບປະກອບ

ປີ 2019 ການຜ່ານເນື້ອໃນສະຫຼາກສິນຄ້າທີ່ນໍາເຂົ້າເປັນສິນຄ້າຈໍານວນ 35 ບໍລິສັດ ແລະ ມີ 1.107 ລາຍການສິນຄ້າ, ທຽບໃສ່ປີ 2018 ມີ 1.004 ລາຍການສິນຄ້າ ເຫັນວ່າລາຍການສິນຄ້າເພີ່ມຂຶ້ນ 10,26% ໄດ້ຮັບຄໍາສະເໜີຮ້ອງທຸກຈໍານວນ 10 ເລື່ອງ, ຜ່ານການລົງຕິດຕາມກວດກາໄດ້ແກ້ໄຂໄປແລ້ວ 7 ເລື່ອງ, ຍັງຢູ່ໃນຂັ້ນຕອນແກ້ໄຂ 2 ເລື່ອງ ແລະ ໄດ້ເຮັດສະໂນດນໍາສົ່ງຂະແໜງໂຍທາທິການ ແລະ ຂົນສົ່ງຈໍານວນ 1 ເລື່ອງ ເປັນຜູ້ສືບຕໍ່ດໍາເນີນການແກ້ໄຂ.

ວຽກງານການແກ້ໄຂຄົນຕ່າງປະເທດ ໂດຍອີງຕາມຄໍາແນະນໍາກ່ຽວກັບການແກ້ໄຂຄົນຕ່າງປະເທດ ເຄື່ອນໄຫວດໍາເນີນທຸລະກິດບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ສະບັບເລກທີ 0651/ອຄ. ກຄພນ ລົງວັນທີ 12 ມິຖຸນາ 2019 ແມ່ນມອບໃຫ້ເມືອງເປັນຜູ້ຈັດຕັ້ງປະຕິບັດ, ພະແນກ ໄດ້ລົງຊຸກຍູ້ແຕ່ລະໄລຍະ, ໄດ້ກວດກາຈໍານວນ 106 ຫົວໜ່ວຍ.

ໃນນັ້ນ, ສັນຊາດຈີນ 34 ຫົວໜ່ວຍ, ຫວຽດນາມ 65 ຫົວໜ່ວຍ, ໄທ 3 ຫົວໜ່ວຍ, ອອກຊື່ຄົນລາວແຕ່ເປັນຜົວຕ່າງປະເທດ 4 ຫົວໜ່ວຍ. ພ້ອມນັ້ນ, ຈັດພິທີທໍາລາຍສິນຄ້າຢູ່ສູນບໍາບັດຂີ້ເຫຍື້ອ ແລະ ກອງພັນໃຫຍ່ 497 ເມືອງທຸລະຄົມ ແຂວງວຽງຈັນ ຈໍານວນ 3 ຄັ້ງ ລວມມູນຄ່າສິນຄ້າທໍາລາຍທັງໝົດ 170 ລ້ານກວ່າກີບ.

ພາບປະກອບ

ສຳລັບວຽກງານຄຸ້ມຄອງການຂາຍເຄື່ອງ ສຸມໃສ່ຈັດສັນຄວາມເປັນລະບຽບຮຽບຮ້ອຍຈຸດເສັ້ນທາງຄູວຽງ, ຖະໜົນໜອງບອນ, ບໍລິເວນອ້ອມແອ້ມຕະຫຼາດໜອງຈັນ ແລະ ເຂດແຄມຂອງ, ຈັດສັນເຂດຕະຫຼາດທົ່ງຂັນຄໍາຫຼັງໃໝ່, ຕະຫຼາດພາກເຊົ້າ 1, ພາກເຊົ້າ 2, ຕໍ່ໜ້າຕະຫຼາດສີໄຄ ແລະ ຕາມເສັ້ນທາງຫຼັກພາຍໃນເມືອງ ໂດຍອອກແຈ້ງການເຖິງບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານຕ່າງໆ ແລະ ຊາວຄ້າຂາຍໃນການລົງປະຕິບັດຈັດສັນ ໂດຍພົບຜູ້ລະເມີດທີ່ມາຂາຍເຄື່ອງຊະຊາຍ ແລະ ໄດ້ນໍາຕັກເຕືອນລໍ້ຂາຍເຄື່ອງ ຈໍານວນ 303 ຫົວໜ່ວຍ, ສາມາດແກ້ໄຂໃນໄລຍະທີ່ເຈົ້າໜ້າທີ່ລົງປະຕິບັດເມື່ອບໍ່ເຫັນເຈົ້າໜ້າທີ່ກໍກັບມາຂາຍຄືເກົ່າ ເຊິ່ງຄະນະສະເພາະກິດຈະໄດ້ສືບຕໍ່ແກ້ໄຂຕໍ່ໄປ.

ພາບປະກອບ

ທ່ານກ່າວຕື່ມອີກວ່າ: ສ່ວນວຽກງານສົ່ງເສີມສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ມີທັງໝົດ 54 ຫົວໜ່ວຍ, ມີ 12 ກຸ່ມຜະລິດ ແລະ 42 ຫົວໜ່ວຍວິສາຫະກິດ, ມີ 250 ຜະລິດຕະພັນ ໃນຈໍານວນ 50 ບ້ານ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ, ຖ້າທຽບໃສ່ປີ 2018 ເຫັນວ່າເພີ່ມຂຶ້ນ 10 ຫົວໜ່ວຍ.

ໃນນີ້, ເມືອງທີ່ໄດ້ຮັບກາໝາຍສິນຄ້າໂອດ໊ອບຫຼາຍກວ່າໝູ່ແມ່ນເມືອງໄຊເສດຖາ ຈໍານວນ 10 ຫົວໜ່ວຍ.

ແຫຼ່ງຂໍ້ມູນ: ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ