Tuesday, February 11, 2025

ການລົງທຶນຢູ່ແຂວງເຊກອງ ບັນລຸເກືອບ 600 ຕື້ກີບ

ໃນປີ 2019 ຜ່ານມາ ແຂວງເຊກອງ ສາມາດລະດົມແຫຼ່ງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງທັງໝົດ 579,27 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 81 ,02% ຊຶ່ງປະກອບດ້ວຍ 4 ແຫຼ່ງທຶນຄື:

ໂຄງການລົງທຶນຂອງລັດ, ການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແລະການລົງທຶນສິນເຊື່ອຂອງທະນາຄານ.

ອີງຕາມການເປີດເຜີຍຂອງ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ, ຜູ້ຊີ້ນໍາເສດຖະກິດຂັ້ນແຂວງໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນປີ 2019 ຜ່ານມາການລົງທຶນລວມທົ່ວສັງຄົມປະຕິບັດໄດ້ 579,27 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ພຽງ 81,02% ຊຶ່ງປະກອບດ້ວຍ 4ແຫຼ່ງທຶນສໍາຄັນຄື:

ການລົງທຶນຂອງລັດສະພາແຫ່ງຊາດ ແລະສະພາປະຊາຊົນແຂວງໄດ້ອະນຸມັດງົບປະມານທັງໝົດຈຳນວນ 123,19 ຕື້ກີບ ຫຼືເທົ່າກັບ 16,40% ຂອງການລົງທຶນທັງໝົດເພື່ອຊຳລະໃຫ້ຈຳນວນ 358 ໂຄງ ການໃນນັ້ນຈັດສັນໃສ່ໂຄງການສຳເລັດ 100% ເປັນໜີ້ 151 ໂຄງການມູນຄ່າ 16,59 ຕື້ກີບ; ໂຄງການສືບຕໍ່ 126 ໂຄງການມູນຄ່າ 38,30 ຕື້ກີບ; ທຶນສົມທົບຕ່າງປະເທດ 12 ໂຄງການມູນຄ່າ 0,6 ຕື້ກີບ; ໂຄງການສະເໜີໃໝ່ 69 ໂຄງການມູນຄ່າ 67,70 ຕື້ກີບ.

ສ່ວນການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດຍັງສືບຕໍ່ເປັນແຫຼ່ງທຶນຕົ້ນຕໍທີ່ກະຕຸກຊຸກຍູ້ໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງຊຶ່ງໃນປີ 2019 ມີນັກທຸລະກິດເອກະຊົນພາຍໃນ ແລະຕ່າງປະເທດເຂົ້າລົງທຶນພາຍໃນແຂວງເຊກອງທັງໝົດ 13 ໂຄງການມີມູນຄ່າຕາມສັນຍາ 5,66 ລ້ານໂດລາສະຫະລັດ ຫຼືເທົ່າກັບ 48,10 ຕື້ກີບ ໃນນັ້ນການລົງທຶນຂອງພາກເອກະຊົນພາຍໃນມີ 8 ໂຄງການມີມູນຄ່າ 23,08 ຕື້ກີບ ແລະການລົງທຶນຂອງພາກເອກະຊົນຕ່າງປະເທດ 5 ໂຄງການມູນຄ່າ 25,02 ຕື້ກີບ.

ນອກນັ້ນຍັງມີທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ເປັນແຫຼ່ງທຶນທີ່ສຳຄັນໃນການປະກອບສ່ວນພັດທະນາໂດຍສະເພາະແມ່ນຂົງເຂດວັດທະນະທໍາ-ສັງຄົມໃນປີຜ່ານມາປະຕິບັດໄດ້ທັງໝົດ 30 ໂຄງການມູນຄ່າ 7,97 ລ້ານໂດລາສະຫະລັດ ຫຼືເທົ່າກັບ 63,82 ຕື້ກີບ,ໃນນັ້ນຂະແໜງໂຍທາທິການ-ຂົນສົ່ງມີ 7 ໂຄງການມຸນຄ່າ 36,20 ຕື້ກີບ, ຂະແໜງກະສິກໍາ-ປ່າໄມ້ 6 ໂຄງການມູນຄ່າ 5,05 ຕື້ກີບ,

ຂະແໜງສຶກສາທິການ ແລະກີລາ 8 ໂຄງການມູນຄ່າ 9,82 ຕື້ກີບ; ຂະແໜງສາທາລະນະສຸກ ມີ 6 ໂຄງການມູນຄ່າ 2,65 ຕື້ກີບ ແລະຂະແໜງອື່ນໆ10 ໂຄງການມູນຄ່າ 10,08 ຕື້ກີບ ແລະແຫຼ່ງທຶນສຸດທ້າຍແມ່ນການລົງທຶນສິນເຊື່ອຂອງທະນາຄານຍອດສິນເຊື່ອທົ່ວລະບົບທະນາຄານບັນລຸ 391 ຕື້ກີບທຽບໃສ່ແຜນປີປະຕິບັດໄດ້ເກີນແຜນຢູ່ 9,21%ເປັນມູນຄ່າ 33ຕື້ກວ່າກີບກວມເອົາ 52.04% ຂອງການລົງທຶນທັງໝົດ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ສັນຍາ, ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: