ນາຍົກລັດຖະມົນຕີ ຕ້ອນຮັບຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ

ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ດຣ. ສູ ຕົງຢູ (Dr. Qu Dongyu) ຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ(FAO) ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ທີ່ ນະຄອນຫລວງໂຣມ, ປະເທດ ອີຕາລີ, ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 18-20 ກຸມພານີ້.

ໂອກາດນີ້, ທ່ານ ທອງລຸນ ສີລຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ດຣ. ສູ ຕົງຢູ (Dr. Qu Dongyu) ພ້ອມດ້ວຍຄະນະ ໃນຄັ້ງນີ້, ເປັນການຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ FAOໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

ພ້ອມນີ້ ໄດ້ມີການແລກປ່ຽນປຶກສາຫາລື ກ່ຽວກັບບັນດາໂຄງການຮ່ວມມືໃນໄລຍະຜ່ານມາ ແລະ ແນວທາງ ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນຂໍ້ລິເລີ່ມຈາກມືສູ່ມື (Hand-in-Hand Initiative) ຂອງ ຜູ້ອຳນວຍການໃຫຍ່ຄົນໃໝ່ ຊຶ່ງຈຸດປະສົງແມ່ນເພື່ອນຳເອົາການຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາ ມາສູ່ບັນດາປະເທດທີ່ມີຄວາມຈຳເປັນ.

ທ່ານ ນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈມາຍັງອົງການ ທີ່ໄດ້ປະກອບສ່ວນໃນການລະດົມຂົນ ຂວາຍທຶນ ເຂົ້າໃນປັບປຸງ ແລະ ພັດທະນາວຽກງານໃນຂົງເຂດກ່ຽວຂ້ອງ ໂດຍຜ່ານບັນດາໂຄງການຕ່າງໆ ທີ່ໄດ້ປະຕິບັດຮ່ວມກັບຂະແໜງການພາກລັດຂອງລາວ ລວມເຖິງບັນດາໂຄງການຊ່ວຍເຫລືອທີ່ຈະເກີດຂຶ້ນໃນອະນາຄົດ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...