Sunday, November 9, 2025
Kbank Laos โอน รับ จ่าย

ເຊັນ​ສັນຍາ ພັດທະນາ​​ໂຄງການ​ພະລັງງານ​ໄຟຟ້າ​​ແສງຕາ​ເວັນ​ເທິງ​ໜ້າ​ນ້ຳ​ງື່ມ 1

ທີ່​ນະຄອນຫຼວງ​ວຽງ​ຈັນ ໄດ້​ມີ​ພິທີ​ເຊັນ​ສັນຍາ​ພັດທະນາ​ໂຄງການພະລັງງານໄຟຟ້າແສງຕາເວັນ ເທນຳ້ງື່ມ1 (PDA) ລະຫວ່າງ ທ່ານ​ນາງ ຄຳ​ຈັນ ວົງ​ແສນ​ບູນ ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ​ ບໍ່ແຮ່, ທ່ານ​ ຈັນທະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ​ ການລົງທຶນແຂວງໄຊສົມບູນ.

​ກັບ ທ່ານ ລີ​ ຊັດ ປະທານບໍລິສັດ Hangzhou Safefound Technology Co.,Ltd (ຈີນ) ​ແລະ ທ່ານ ​ແສງ​ທອງພະຈັນ ສີ​ວົງ​ໄຊ ອຳນວຍ​ການ ບໍລິສັດ ລາວ ພີ​ພີ​ເອ ທີ່​ປຶກສາ​ບັນຊີ ​ແລະ ກວດ​ສອບ​ຈຳກັດ ​ໂດຍ​ມີພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

​ໂຄງການ​ພະລັງງານ​ໄຟຟ້າ​ແສງຕາ​ເວັນ​ເທິງ​ໜ້າ​ນ້ຳ​ງື່ມ 1 ​ເປັນ​ໂຄງການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ລາວ​ຖື​ຮຸ້ນ 20% ​ແລະ ​ເອກະ​ຊົນ 80% ​ໃນ​ໄລຍະ​ເວລາ​ສຳ​ປະທານ 25 ປີ, ມີ​ກຳລັງ​ການ​ຕິດ​ຕັ້ງ 1.200 MW ​ໃນ​ເນື້ອ​ທີ່​ທັງ​ໝົດ​ເກືອບ 1.500 ເຮັກຕາ,

​ໂດຍ​ການ​ກໍ່ສ້າງ​ຈະ​ແບ່ງ​ອອກ​ເປັນ​ແຕ່ລະ​ໄລຍະ ອີງ​ຕາມ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ຄວາມ​ຕ້ອງການ​ຂອງ​ຕະຫລາດ, ​ໄລຍະ​ທຳ​ອິດ 300 MW ຈະ​ເລີ່​ມ​ໃນ​ທ້າຍ​ປີ 2020-2023 ສາມາດ​ຜະລິດ​ພະລັງງານ 37.852,86 Gwh/ປີ ​ແລະ 3.154,41 Gwh/​ເດືອນ ແລະ 900 MW ນັບ​ແຕ່ປີ 2023-2026, ການກໍ່ສ້າງສາ​ຍສົ່ງ 115/230 KV ມີ​ຄວາມຍາວປະ​ມານ 40 ກິ​ໂລແມັດ ຈາກ​ທີ່​ຕັ້ງ​ຂອງ​ໂຄງ​ການ ​ເຖິງ ​ສະ​ຖານີໄຟ​ຟ້າ​ແສງ​ສະ​ຫວ່າງ​.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.