Sunday, February 16, 2025

ການາດາ ຊ່ວຍເຫຼືອລາວ 103,000 ໂດລາການາດາ ເພື່ອຕອບໂຕ້ COVID-19

ພາບປະກອບ

ຫ້ອງການສະຖານທູດການາດາ ປະຈໍາ ສປປ ລາວ ແຈ້ງໃຫ້ຊາບວ່າ ລັດຖະບານຂອງປະເທດການາດາ ຕົກລົງເຫັນດີ ໃຫ້ການສະໜັບສະໜູນສະຖາບັນປາດສເຕີ ຢູ່ ສປປ ລາວ ເປັນຈໍານວນເງິນ 103,000 ໂດລາການາ ດາ ເພື່ອນໍາໃຊ້ເຂົ້າໃນການສ້າງຄວາມອາດສາມາດ ໃຫ້ ສປປ ລາວ ໃນການຕອບໂຕ້ ການແຜ່ລະບາດ ຂອງພະ ຍາດອັກເສບປອດ COVID-19.

ການຊ່ວຍເຫຼືອຂອງລັດຖະບານການາດາ ໃນເທື່ອນີ້ ຈະເປັນການປະກອບສ່ວນເຂົ້າໃນການຈັດຊື້ອຸປະກອນ ປ້ອງກັນສ່ວນບຸກຄົນ, ເຄື່ອງໃຊ້ສອຍໃນການກວດສອບຫາເຊື້ອໄວຣັສ, ແລະ ອຸປະກອນຂອງຫ້ອງທົດລອງຕ່າງໆ ທີ່ຈໍາເປັນ ໃຫ້ສະຖາບັນ ປາສເຕີ ຢູ່ ສປປ ລາວ

ການຊ່ວຍເຫຼືອດັ່ງກ່າວ ຖືເປັນການປະກອບສ່ວນເຂົ້າໃນການເປັນຄູ່ຮ່ວມມື ກັບ ສປປ ລາວ ແລະບັນດາຊາດໃນອາຊຽນ ມາຕັ້ງແຕ່ປີ 2013 ເພື່ອສ້າງຄວາມສາມາດໃນການປ້ອງກັນ , ກວດສອບ ແລະ ຕອບໂຕ້ ຕໍ່ທຸກໆ ໄພຂົ່ມຄູ່ທາງດ້ານຊີວະວິທະຍາ ທີ່ອາດເກີດຂຶ້ນຕາມທໍາມະຊາດ, ຈາກອຸບັດຕິເຫດ ຫຼື ໂດຍການຕັ້ງໃຈ ເຮັດໃຫ້ເກີດຂຶ້ນ ໂດຍລວມມີການໃຫ້ການຊ່ວຍເຫຼືອພັດທະນາລະບົບການເຕືອນໄພລ່ວງໜ້າ ແບບ BlueDot Global Early Warning System ແລະ ສູນດໍາເນີນການເຫດສຸກເສີນຂອງອາຊຽນ.

ພາບປະກອບ

ງົບປະມານການຊ່ວຍເຫຼືອໃຫ້ສະຖາບັນປາສເຕີ ດັ່ງກ່າວ ແມ່ນຈະໃຫ້ຜ່ານໂຄງການຫຼຸດຜ່ອນໄພຂົ່ມຂູ່ ທາງອາວຸດຂອງການາດາ. 

ພາສາອັງກິດ:

The Office of the Embassy of Canada in Laos is pleased to announce that the Canadian government will provide C$103,000 to the Institut Pasteur du Laos (IPL) to strengthen Lao PDR’s capabilities to respond to the Novel Coronavirus outbreak. Canada’s contribution will enable IPL to purchase personal protective equipment, testing kits, and critical laboratory equipment and supplies. 

This contribution builds on Canada’s strong partnership with Laos and other ASEAN Member States since 2013 to enhance the region’s capacity to prevent, detect, and respond to all types of biological threats—be they natural, accidental, or deliberate. This includes helping develop the BlueDot Global Early Warning System and ASEAN Emergency Operations Centre Network. Funding for IPL will be provided through Canada’s Weapons Threat Reduction Program.

ແຫຼ່ງຂໍ້ມູນ: Canada in Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.