ຕ້ອງບອກເລີຍວ່າ ປັດຈຸບັນນີ້ການອອກທີບກາງເຕັ້ນ ກຳລັງມາແຮງ ເພາະວ່າການທ່ອງທ່ຽວແບບນີ້ຈະມີສະເໜ່ ສະເພາະຕົວທີ່ບໍ່ຄືໃຜ ເພື່ອໃຫ້ທ່ານໄດ້ລອງມາໃຊ້ຊີວິດແບບລຽບງ່າຍ ທ່າມກາງທຳມະຊາດ ແລະ ເປັນອີກໜຶ່ງປະສົບການປະຈົນໄພ ທີ່ເຈົ້າຈະຮູ້ສຶກສະໜຸກສະໜານແບບບໍ່ຮູ້ລືມ.
ແຕ່ສຳລັບໃຜທີ່ຢາກຈະລອງທ່ອງທ່ຽວແບບນີ້ ແຕ່ຍັງບໍ່ຮູ້ຈະກຽມຕົວແນວໃດ? ຈະກາງເຕັ້ນແນວໃດ? ຢ່າກັງວົນໄປເລີຍເພາະມື້ນີ້ ເຮົາມີເທັກນິກການກາງເຕັ້ນ ສຳລັບສາຍຕັ້ງແຄ້ມມື້ໃໝ່ມາຝາກກັນ.
ເມືອງທ່າແຂກ ເປັນເມືອງສູນກາງ (ເມືອງເອກ) ຂອງແຂວງຄຳມ່ວນ, ເປັນເມືອງທີ່ມີຄວາມສຳຄັນທາງດ້ານປະຫວັດສາດລາວມາແຕ່ດົນນານ. ໃນອະດີດປະມານສະຕະວັດທີ 5 ເຄີຍເປັນສ່ວນໜຶ່ງຂອງອານາຈັກຟູນັນ (ພະນົມ) ແລະ ອານາຈັກຈັນລາ ໂດຍມີເມືອງຫຼວງຊື່ວ່າ: “ ສີໂຄດຕະບູນ ” ຫຼື “ ສີໂຄດຕະບອງ ”.
ພິທີເຊັນສັນຍາວ່າດ້ວຍການລົງທຶນພັດທະນາແຫຼ່ງທ່ອງທ່ຽວສາຍນ້ຳພາກ (ນ້ຳພາກສະບາຍດີ) ໄດ້ຈັດຂຶ້ນເມື່ອທ້າຍເດືອນມັງກອນຜ່ານມາທີ່ແຂວງອຸດົມໄຊ ລະຫ່ວາງອົງການປົກຄອງແຂວງອຸດົມໄຊຕາງໜ້າໂດຍ: ພະແນກແຜນການ ແລະການລົງທຶນກັບບໍລິສັດວິໄລພັດທະນາສ້ອມແປງເຄຫາສະຖານຂົວທາງ ແລະຊົນລະປະທານຈຳກັດ.
ຊຶ່ງໃນສັນຍາໄດ້ກຳນົດຫຼັກການ, ລະບຽບການ ແລະມາດຕະການກ່ຽວກັບການຈັດຕັ້ງປະຕິບັດ, ການເຄື່ອນ ໄຫວ, ການຄຸ້ມຄອງການກວດກາວຽກງານ ການດໍາເນີນໂຄງການເພື່ອເຮັດໃຫ້ການເຄື່ອນໄຫວ, ການລົງທຶນພັດທະນາໂຄງການໃຫ້ມີປະສິດທິຜົນສູງແນໃສ່ນຳໃຊ້ທ່າແຮງຂອງຊັບພະຍາກອນທີ່ດິນ ແລະ ຊັບພະຍາກອນນໍ້າຢ່າງມີປະສິດທິຜົນ ແລະຍືນຍົງ, ຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ກຳນົດສິດ, ພັນທະຂອງສອງຝ່າຍໃນການຈັດຕັ້ງປະຕິບັດໂຄງການພັດທະນາແຫຼ່ງທ່ອງທ່ຽວລ້ອງສາຍນ້ຳພາກ (ນ້ຳພາກສະ ບາຍດີ) ຢູ່ບ້ານວຽງຄໍາ...
ອີກໜຶ່ງມຸມແຫ່ງຄວາມງົດງາມຂອງທຳມະຊາດທີ່ສ້າງຂຶ້ນມາໃຫ້ໜ້າທ່ຽວໜ້າລົງໄຫລທີ່ສຸດເຊິ່ງອຸທະຍານພູຜາສຸກຢູ່ເຂດບ້ານປາກປົ່ງເມືອງ ແລະ ແຂວງສາລະວັນເປັນອີກໜຶ່ງທາງເລືອກທີ່ທ່ານຄວນໄປສຳຜັດດ້ວຍໂຕເອງ.ອຸທະຍານພູຜາສຸກຫ່າງຈາກເທສະບານເມືອງສາລະວັນຕາມເສັ້ນທາງຊາຍແດນລາວ-ຫວຽດນາມ 20 ກວ່າກິໂລແມັດ ແລ້ວລ້ຽງຂວາເພື່ອເຂົ້າໄປອີກ 9 ກິໂລແມັດກໍໄປເຖິງແຫລ່ງທ່ອງທ່ຽວນີ້.
ອຸທະຍານພູຜາສຸກມີຫລາຍຖໍ້າທີ່ແຝງໄປດ້ວຍຄວາມງົດງາມທີ່ແຕກຕ່າງກັນ ບາງຖໍ້າເໝືອນວ່າຄົນເຮົານໍາເອົາເພັດພອຍໄປຕິດໄປປະດັບເອຢ້ອງເຊິ່ງເມື່ອຕ້ອງກັບແສງໄຟແລ້ວກໍເຫລື້ອມຍິບຍັບງົດງາມອັດສະຈັນ, ບາງຖໍ້າເປັນຊັ້ນເປັນຖ້ານຄ້າຍຄືຂັ້ນໄດເໝືອນສະຫວັນດາວະດຶງ ແຕ່ຄວາມຈິງແລ້ວແມ່ນທຳມະຊາດສ້າງຂຶ້ນມາ ແລະ ທີ່ປະທັບໃຈຫລາຍກໍຄືບັນຍາກາດໃນຖ້ຳເຢັນດີ, ມີນ້ຳໄຫລຜ່ານທີ່ບໍ່ເປັນອຸປະສັກຕໍ່ການຍ່າງທ່ຽວຊົມ, ທາງຍ່າງກໍມີ ແລະ ສະດວກສະບາຍເພາະໄດ້ປັບປຸງແລ້ວ.
ອຸທິຍານພູຜາສຸກ ເປັນໜຶ່ງໃນແຫລ່ງທ່ອງທ່ຽວທາງທຳມະຊາດທີ່ງົດງາມ ມະຫັດສະຈັນທີ່ສຸດໃນໂລກ ເຊິ່ງເກີດຈາກທຳມະຊາດປັ້ນແຕ່ງຂຶ້ນມາ.
ທີ່ມາ: facebook.com/959889774214803