Monday, November 10, 2025
Kbank Laos โอน รับ จ่าย

ເປີດເບິ່ງ!!! ໂກຕ້າລັດຖະກອນຄູ-ບໍລິຫານປີ 2020 ຈຳນວນ 900 ກວ່າຄົນ

ດັ່ງທີ່ຮູ້ກັນແລ້ວວ່າ ປີ 2020 ນີ້ ກະຊວງສຶກສາທິການ ແລະກິລາແມ່ນໄດ້ຮັບຕົວເລກລັດຖະກອນ-ຄູຫຼາຍສຸດ ຖ້າທຽບໃສ່ກະຊວງຂະແໜງການອື່ນ ເຊິ່ງພາຍຫຼັງຮູ້ຈຳນວນໂກຕ້າ ຕ່າງກໍ່ມີສຽງສະທ້ອນຈາກສັງຄົມໄປໃນຫຼາຍແງ່ແຕ່ທັ້ງນີ້ກະຊວງເອງທີ່ເຮັດໜ້າທີ່ຄຸ້ມຄອງມະຫາພາກແມ່ນໄດ້ມີການຈັດແບ່ງໃຫ້ແຕ່ລະພາກສ່ວນ, ແຕ່ລະແຂວງຢ່າງຈະແຈ້ງຫວັງວ່າຜູ້ທີ່ມີຜົນງານດີຈະໄດ້ຮັບການພິຈາລະນາຕາມຄວາມເໝາະສົມ.

ໂດຍການແບ່ງປັນຕົວເລກລັດຖະກອນຄູ ແລະ ບໍລິຫານ ຂອງ ກະຊວງສຶກສາທິການ ແລະ ກິລາ ໃນຂັ້ນຕ່າງໆ ຈຳນວນ ທັງໝົດ 966 ໂກ້ຕ້າ ແຂວງທີ່ໄດ້ຫຼາຍກວ່າໝູ່ແມ່ນ ແຂວງ ສະຫວັນນະເຂດ 161 ຄົນ, ຮອງລົງມາ ແຂວງສາລະວັນ ໄດ້ 77 ໂກ້ຕ້າ.

ອີງຕາມແຜນແບ່ງປັນຕົວເລກລັດຖະກອນ ຄູ ແລະ ບໍລິຫານ ສໍາລັບພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ນະຄອນ ສົກຮຽນ 2019-2020. ຂອງຊວງສຶກສາທິການ ແລະ ກິລາ ເລກທີ 270/ສສກ ລົງວັນທີ 20 ກຸມພາ 2020 ໃຫ້ບັນດາພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ໃນຂອບເຂດທົ່ວປະເທດ ນະຄອນຫຼວງວຽງຈັນແມ່ນໄດ້ 52 ຄົນ, ( ມີຄູ 51 ຄົນ ແລະ ບໍລິຫານ 1 ຄົນ). ແຂວງ ຜົ້ງສາລີ ໄດ້ 42 ຄົນ (ມີຄູ 41 ຄົນ ແລະ ບໍລິຫານ 1 ຄົນ).

ພາບປະກອບ

ແຂວງ ຫຼວງນ້ຳທາ ໄດ້ 37 ຄົນ, (ຄູ 36 ຄົນ ແລະ ບໍລິຫານ 1 ຄົນ). ອຸດົມໄຊ ໄດ້ 43 ຄົນ (ມີຄູ 42 ຄົນ ແລະ ບໍລິຫານ 1 ຄົນ). ແຂວງ ບໍ່ແກ້ວ 31 ຄົນ (ມີຄູ 30 ຄົນ ແລະ ບໍລິຫານ 1 ຄົນ). ຫຼວງພະບາງ ໄດ້ 48 ຄົນ (ມີຄູ 47 ຄົນ ແລະ ບໍລິຫານ 1 ຄົນ). ຫົວພັນ ໄດ້ 47 ຄົນ (ມີຄູ 46 ຄົນ ແລະ ບໍລິຫານ 1 ຄົນ).

ໄຊຍະບູລີ ໄດ້ 57 ຄົນ (ມີຄູ 56 ຄົນ ແລະ ບໍລິຫານ 1 ຄົນ), ຊຽງຂວາງ ໄດ້ 43 ຄົນ (ມີຄູ 42 ຄົນ ແລະ ບໍລິຫານ 1 ຄົນ, ແຂວງວຽງຈັນ ໄດ້ 45 ຄົນ (ມີ ຄູ 44 ຄົນ ແລະ ບໍລິຫານ 1 ຄົນ). ບໍລິຄຳໄຊ ໄດ້ 39 ຄົນ (ມີຄູ 38 ຄົນ ແລະ ບໍລິຫານ 1 ຄົນ), ຄຳມ່ວນ ໄດ້ 66 ຄົນ (ມີຄູ 65 ຄົນ ແລະ ບໍລິຫານ 1 ຄົນ). ສະຫວັນນະເຂດ ໄດ້ 161 ຄົນ (ມີຄູ 159 ຄົນ ແລະ ບໍລິຫານ 2 ຄົນ), ສາລະວັນ ໄດ້ 77 ຄົນ (ມີຄູ 76 ຄົນ ແລະ ບໍລິຫານ 1 ຄົນ).

ເຊກອງ ໄດ້ 33 ຄົນ (ມີຄູ 32 ຄົນ ແລະ ບໍລິຫານ 1 ຄົນ), ຈຳປາສັກ ໄດ້ 69 ຄົນ(ມີຄູ 69 ຄົນ ແລະ ບໍລິຫານ 1 ຄົນ), ອັດຕະປື 42 ຄົນ (ມີບໍລິຫານ 41 ຄົນ ແລະ ບໍລິຫານ 1 ຄົນ). ໄຊສົມບູນ ໄດ້ 34 ຄົນ (ມີຄູ 33 ຄົນ ແລະ ບໍລິຫານ 1 ຄົນ).

ຫວັງວ່າບັນດາໂຕເລກໂກຕ້າເຫຼົ່ານີ້ຈະໄປຮອດໄປເຖິງເຫຼົ່າຄູອາສາທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາສິດສອນລູກຫຼານມາເປັນເວລາຫຼາຍປີໄດ້ມີກຳລັງແຮງ ແລະກຳລັງໃຈສູ້ຕໍ່ໄປ ສອນຫຼານນ້ອຍເຍົາວະຊົນຊາວໜຸ່ມໃຫ້ເປັນອະນາຄົດຂອງຊາດໃຫ້ເຂັ້ມແຂງ ແລະມີຄຸນນະພາບຕໍ່ໄປ.

ແຫຼ່ງຂໍ້ມູນ: ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.