Sunday, May 25, 2025
Kbank Laos โอน รับ จ่าย

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປີດຮັບສະໝັກພະນັກງານ 600-700 ຄົນ

ບໍລິສັດທາງລົດໄຟລາວ-ຈີນຈຳກັດ ເຈົ້າຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປີດຮັບສະໝັກພະນັກງານສໍາລັບຄົນລາວ ເຮັດວຽກກ່ຽວກັບໂຄງການລົດໄຟລາວ-ຈີນ ຈໍານວນ 600-700 ຄົນ, ເຊີ່ງການຮັບສະໝັກພະນັກງານ ຈັດອອກເປັນ 03 ໄລຍະ.

ໄລຍະທີ 01 ຄາດວ່າຈະຮັບສະໝັກຈໍານວນ 300 ຄົນ ໃນ 04 ຕໍາແໜ່ງຫຼັກຄື:

1. ຄົນຂັບລົດໄຟ ໜ້າທີ່ຮັບຜິດຊອບຫຼັກແມ່ນການຂັບຫົວຈັກລົດໄຟ,
2. ຜູ້ຄຸມການເດີນລົດ ວຽກຫຼັກແມ່ນຮັບຜິດຊອບການຄຸ້ມຄອງບັນຊາການການເດີນລົດ,
3. ຜູ້ສ້ອມແປງຫົວຈັກລົດໄຟ ຮັບຜິດຊອບວຽກງານການກວດກາ ແລະ ສ້ອມແປງຫົວຈັກລົດໄຟ, ຫົວລົດໄຟ EMU ແລະ ຕູ້ລົດໄຟ,
4. ຜູ້ສ້ອມແປງສິ່ງຕິດຕັ້ງພື້ນຖານໂຄງລ່າງ ຮັບຜິດຊອບວຽກງານການສ້ອມແປງເສັ້ນທາງ, ຂົວ, ອຸມົງ, ໄຟສັນຍານ, ການສື່ສານ,​ ເຄືອຂ່າຍຄົມມະນາຄົມ​ ແລະ ອຸປະກອນໄຟຟ້າ;

ຜູ້ທີ່ຖືກຄັດເລືອກແມ່ນຈະໄດ້ຝຶກອົບຮົມເປັນເວລາ 13 ຫາ 18 ເດືອນ, ສຳລັບຜູ້ທີ່ມີເງື່ອນໄຂເໝາະສົມ ຈະໄດ້ສົ່ງໄປຝຶກອົບຮົມທີ່ນະຄອນຄຸນໝິງ ສປຈີນ, ສໍາລັບຜູ້ທີ່ຜ່ານການຝຶກອົບຮົມ ແລະປະເມີນຜົນ ແມ່ນຈະໄດ້ຖືກບັນຈຸເຂົ້າເປັນພະນັກງານຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ;

ຫາກຜູ້ໃດມີຄວາມສົນໃຈສາມາດອັບໂຫຼດເອກະສານທີ່ກ່ຽວຂ້ອງ ຕາມເງື່ອນໄຂ ຫຼືສົ່ງຊີວະປະຫວັດຫຍໍ້ ແລະຂໍ້ມູນສ່ວນໂຕ ໄປທີ່ເວບໄຊ(www.lcrc.ltd ຫຼື hr@lcrc.ltd ຫຼື ຕິດຕໍ່ໂດຍກົງ ກັບບໍລິສັດທາງລົດໄຟລາວ-ຈີນ, ຕຶກວຽງຈັນເຊັນເຕີ ຊັ້ນ 06;

ບໍລິສັດຈະກວດກາຊີວະປະຫວັດ ແລະຄັດເລືອກເອົາຕາມເງື່ອນໄຂຕຳແໜ່ງ. ເບີໂທຕິດຕໍ່: 021-229965 ເລີ່ມເປີດຮັບສະໝັກໃນວັນທີ 27 ເດືອນ 2 ປີ 2020 ນີ້ເປັນຕົ້ນໄປ.

ແຫຼ່ງຂໍ້ມູນ: Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.