ລວມລາຍຊື່ນັກຮຽນເກັ່ງ ແຂວງສາລະວັນ ມໍ 4-ມໍ7 ປະຈຳປີ 2019-2020

ແຂວສາລະວັນ ໄດ້ສຳເລັດການສອບເສັງນັກຮຽນເກັ່ງຊັ້ນປະຖົມ, ມັດທະຍົມຕົ້ນມໍ 4 ແລະມັດທະຍົມປາຍຊັ້ນມໍ 7 ປະຈຳສົກປີ 2019-2020 ລະດັບແຂວງ, ເພື່ອຄັດເລືອກເອົານັກຮຽນເກັ່ງເຂົ້າສອບເສັງໃນລະດັບຊາດເຊີ່ງພິທີດັ່ງກ່າວແມ່ນໄດ້ເປີດຂື້ນ ແລະ ອັດລົງໃນວັນທີ 21 ກຸມພາ 2020 ນີ້, ທີ່ສະໂມສອນໂຮງຮຽນ ມໍສ ສາລະວັນ,

ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຄຳໃບ ໄຊຍະສານ ຮອງຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະກຳມະການ, ຄູອາຈານ ແລະນ້ອງນ້ອຍນັກສອບທີ່ມາຈາກ 8 ຕົວເມືອງເຂົ້າຮ່ວມ.

ຜ່ານການສອບເສັງກໍ່ສາມາດຄັດເລືອກໄດ້ນ້ອງນ້ອຍຜູ້ທີ່ມີຄວາມຮູ້ ຄວາມສາມາດ ແລະມີພອນສະຫັວນດ້ານການຮຽນດີ ຮຽນເກັ່ງ, ຊັ້ນປະຖົມສືກສາ ປໍ5 ທີ1 ວິຊາພາສາລາວ ໄດ້ແກ່ ທ້າວ ນີນ ອີນທະແສງ ປະຖົມດອນຂະຍຸງ ເມືອງຕຸ້ມລານ, ທີ2 ນາງ ເຈນນີ້ ທຳມະວົງສາ ປະຖົມເທດສະບານ ເມືອງວາປີ, ທີ3 ນາງ ແຟຊ້າ ໄຊຍະລາດ ປະຖົມນາດູ່ໃໝ່ ເມືອງລະຄອນເພັງ, ວິຊາ ຄະນິສາດ ທີ1 ທ້າວ ອາມ ດວງຈຳປາ ປະຖົມຫາດຊາຍຄຳ ເມືອງຄົງເຊໂດນ, ທີ2 ທ້າວ ລັດທະສາດ ແກ້ວວຽງຄຳ ປະຖົມໜອງບົວ ເມືອງ ຄົງເຊໂດນ, ທີ3 ນາງ ເດືອນ ຈັນແດງ ປະຖົມທ່າບືງມານ ເມືອງຄົງເຊໂດນ.

ວິຊາໂລກອອ້ມຕົວ ທີ1 ທ້າວ ອະນຸພົງ ອີນພົມມາ ປະຖົມເທດສະບານ ເມືອງວາປີ, ທີ2 ນາງ ແອນນາ ຄຳພູມີ ປະຖົມເທດສະບານ ເມືອງວາປີ, ທີ3 ນາງ ສຸກສະຫວັນ ວິພາກອນ ປະຖົມໂນນຄຳ ເມືອງເລົ່າງາມ, ຊັ້ນມັດທະຍົມຕົ້ນ ມ4 ວິຊາພາສາລາວ-ວັນນະຄະດີ ທີ1 ນາງ ສີດາ ເທບນີພາ ມສ ວັງເປື່ອຍ ເມືອງເລົ່າງາມ, ທີ2 ນາງ ທຸມມີ ອອ່ນວິໄລ ມສ ຫ້ວຍໂຄນ ເມືອງວາປີ, ທີ3 ນາງ ສອນດາວັນ ພອນທີບສະຫວັດ ມສ ອົງແກ້ວ, ວິຊາ ເຄມີ ທີ1 ສຳມະເນນ ຂຽ່ມ ດວງຈຳປີ ມສ ສາລະວັນ, ທີ2 ທ້າວ ແຈກກີ້ ພົມມະທອງສາ ມສ ອົ້ນນ້ອຍ ເມືອງເລົ່າງາມ, ທີ3 ສຳມະເນນ ຕື້ ບຸດສະດີ ມຕ ສົງຄົງເຊໂດນ,ວິຊາ ຟີຊີກສາດ ທີ1 ທ້າວ ທອງມີ ທອງຈະເລີນ ມສ ເລົ່າງາມ, ທີ2 ນາງ ດັດ ແສນຍະວົງສາ ມສ ຊົນເຜົ່າ ເມືອງສາລະວັນ, ທີ3 ທ້າວ ສົມບູນ ສົມພິດ ມຕ ດູບ ເມືອງຕະໂອ້ຍ.

ວິຊາ ຄະນິດສາດ ທີ1 ທ້າວ ຊາເດັດ ນະລີສັກ ມສ ສາລະວັນ, ທີ2 ທ້າວ ສຸກອານັນ ໄຊຍະສານ ມສ ວາປີ, ທີ3 ນາງ ສຸກີດຕາ ພູມມະລາດ ມສ ນະຄອນສີ ເມືອງລະຄອນເພັງ , ຊັ້ນ ມໍ7 ວິຊາ ພາສາລາວ-ວັນນະຄະດີ ທີ1 ນາງ ຕີ່ງສະດາ ສີສະຫວັດ ມສ ດ່ານ ເມືອງສາລະວັນ, ທີ2 ນາງ ຫັດສະດີ ຈັນທະວົງສາ ມສ ເລົ່າງາມ, ທີ3 ນາງ ປາວິນາ ກຸນນະວົງ ມສ ຄົງເຊໂດນ, ວິຊາ ເຄມີສາດ ທີ1 ນາງ ອອ້ນຄໍາ ທອງວິໄລ ມສ ອົງແກ້ວ, ທີ2 ທ້າວ ພອນ ໝືນວິໄລ ມສ ຕະໂອ້ຍ, ທີ 3 ທ້າວ ຄິ່ງຄ່ອງ ເທບສົມຫວັດ ມສ ຫ້ວຍໂຄນ, ເມືອງວາປີ, ວິຊາຟິຊີກສາດ ທີ1 ນາງ ສຸກພັນສາ ແສງມົນທາ ມສ ເລົ່າງາມ, ທີ 2 ທ້າວ ກຸມພາ ລິຂະສິດ ມສ ສາລະວັນ, ທີ3 ນາງ ລິຕ້າ ສີບຸນເຮືອງ ມສ ນະຄອນສີ ເມືອງລະຄອນເພັງ, ວິຊາເຄມີສາດ ທີ1 ທ້າວ ພອນເທວາ ໄຊຍະວົງ ມສ ສາລະວັນ, ທີ2 ວົງດາ ວັງວົງດາວ ມສ ປະຈຸດອນ ເມືອງຕະໂອ້ຍ ແລະທີ3 ນາງ ລິນ ສີຫາວົງ ມສ ຄອນສາຍ ເມືອງວາປີ.

ການສອບເສັງໃນຄັ້ງນີ້ ກໍ່ເພື່ອສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກທາງດ້ານພອນສະຫວັນ, ດ້ານຄວາມຮູ້, ຄວາມສາມາດ ແລະຫົວຄິດປະດິດສ້າງ, ສ້າງໃຫ້ນັກຮຽນທີ່ມີພອນສະຫວັນໄດ້ມີໂອກາດເຂົ້າຮ່ວມການແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ, ອີກຈຸດໜຶ່ງກໍ່ເພື່ອຊ່ວຍສົ່ງເສີມການຮຽນ-ການສອນຢູ່ໃນໂຮງຮຽນສາຍສາມັນສຶກສາໃນແຂວງໃຫ້ມີບັນຍາກາດພົດພື້ນ, ມີລັກສະນະແຂ່ງຂັນການສອນດີ-ສອນເກັ່ງ ທັງເປັນການປັບປຸງຄຸນນະພາບຂອງການສຶກສາໃຫ້ດີ, ຈາກນັ້ນທ່ານ ນາງ ຄຳໃບ ໄຊຍະສານ ຮອງຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະປະທານ ແລະກຳມະການກໍ່ໄດ້ໃຫ້ກຽດຂື້ນມອບລາງວັນໃຫ້ນັກສອບເສັງ ທີ 1, 2 ແລະ3 ໃນແຕ່ລະລາຍວັນຊາ ແລະຊັ້ນຮຽນຕ່າງໆ.

ພາບ-ຂ່າວ: ສິດຕາ ເພັດວົງສາ, ພະແນກສຶກສາແຂວງສາລະວັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.