Monday, February 17, 2025

ອອກລາງວັນ 2 ຄັ້ງຕໍ່ອາທິດ ເພື່ອເປັນການຫຼຸດຜ່ອນການຊື້ຫວຍເຖື່ອນ!!!

ທ່ານ ອັກ​ຄະ​ວອນ ຫຼວງ​ສຸ­ວັນ­ນະ​ວົງ

ທ່ານ ອັກ​ຄະ​ວອນ ຫຼວງ​ສຸ­ວັນ­ນະ​ວົງ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ລັດ​ວິ​ສາ​ຫະ​ກິດ​ຫວຍ​ພັດ­ທະ­ນາ ໃຫ້ສຳ­ພາດ​ວັນ​ທີ 24 ກຸມ­ພາ 2020 ວ່າ:

ຜ່ານ​ມາ​ການ­ຈັດ­ຕັ້ງ​ການ​ອອກ​ເລກ​ລາ­ງວັນ​ຫວຍ​ພັດ­ທະ­ນາ​ແຕ່​ລະ​ໄລ­ຍະ ເຊັ່ນ: ປີ 2015  ອອກ 2 ຄັ້ງ​ຕໍ່​ອາ­ທິດ (ວັນ​ອັງ­ຄານ ແລະ ວັນ​ສຸກ) ປີ 2016  ອອກ 3 ຄັ້ງ​ຕໍ່​ອາ­ທິດ (ວັນ​ຈັນ ວັນ​ພຸດ ແລະ ວັນ​ສຸກ) ປີ 2017  ອອກ 2 ຄັ້ງ​ຕໍ່​ອາ­ທິດ  (ວັນ​ຈັນ ແລະ ວັນ​ພະ­ຫັດ) ມາ​ຮອດ​ທ້າຍ​ປີ 2017-2019 ປັບ­ປຸງ​ມາ​ເປັນ 1 ຄັ້ງ​ຕໍ່​ອາ­ທິດ (ວັນ​ພຸດ)

ເຊິ່ງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນ​ໄລ­ຍະ​ຜ່ານ​ມາ​ໄດ້​ເຮັດ​ໃຫ້​ຈຳ­ນວນ​ມື້​ອອກ​ເລກ​ລາ­ງວັນ​ມີ​ໄລ­ຍະ​ຫ່າງ​ກັນ 6 ວັນ ເກີດ​ມີ​ຊ່ອງ​ຫວ່າງ​ຂອງ​ຄວາມ​ຕ້ອງ­ການ​ສ່ຽງ​ໂຊກ​ຂອງ​ສັງ­ຄົມ ໄດ້​ກາຍ­ເປັນ​ໂອ­ກາດ​ອັນ​ໜຶ່ງ​ທີ່​ເອື້ອ​ອຳ­ນວຍ​ໃຫ້​ແມ່​ຫວຍ​ເຖື່ອນ (ຫວຍ​ນອກ​ລະ­ບົບ) ໄດ້​ລັກ­ລອບ​ຊື້-ຂາຍ​ຫວຍ​ເຖື່ອນ​ນຳ​ໃຊ້​ຜົນ​ອອກ​ຫວຍ​ຈາກ​ຕ່າງ­ປະ­ເທດ ເຊັ່ນ: ຫວຍ​ປະ­ເທດ​ໄທ​ອອກ 2 ຄັ້ງ ຕໍ່​ເດືອນ ມີ​ຫວຍ​ມາ​ເລ​ເຊຍ​ອອກ​ລາ­ງວັນ​ທຸກ 30 ນາ­ທີ ວັນ​ໜຶ່ງ 25 ຄັ້ງ ແລະ ຫວຍ​ຫວຽດ­ນາມ ອອກ​ລາ­ງວັນ​ທຸກ​ວັນ ເກີດ​ມີ​ປາ­ກົດ­ການ​ຫຍໍ້­ທໍ້​ຕ່າງໆ​ຂອງ​ສັງ­ຄົມ.

ຜ່ານ​ການ​ສົມ­ທົບ​ກັບ​ເຈົ້າ​ໜ້າ­ທີ່ ປກສ ລົງ​ຕິດ­ຕາມ​ກວດ­ກາ​ຕົວ​ຈິງ​ເຫັນ​ວ່າ ມີ​ສະ­ພາບ​ແຜ່​ລາມ​ໄປ​ທຸກ​ແຂວງ​ທົ່ວ​ປະ­ເທດ ນອກ​ນີ້ ອີກ​ໜຶ່ງ​ສາ­ເຫດ​ອີງ­ໃສ່​ສະ­ພາບ​ການ​ຂະ­ຫຍາຍ­ຕົວ​ທາງ​ດ້ານ​ເອ​ເລັກ​ໂຕຣ​ນິກ ປັດ­ຈຸ­ບັນ​ມີ​ລະ­ບົບ​ທີ່​ສະ­ດວກ​ວ່ອງ­ໄວ ແລະ ທັນ​ສະ­ໄໝ ຫຼາຍ​ທຸ­ລະ​ກິດ​ມີ​ການ​ໂຄ­ສະ­ນາ​ຊື້-ຂາຍ​ຜ່ານ​ທາງ​ສື່​ອິນ​ເຕີ​ເນັດ​ຜ່ານ APP ຕ່າງໆ ເຊັ່ນ​ດຽວ​ກັບ​ການ​ລັກ­ລອບ​ຂາຍ​ຫວຍ​ເຖື່ອນ.

ພາບປະກອບ

ສະ­ນັ້ນ ເພື່ອ​ເຮັດ​ໃຫ້​ປາ­ກົດ­ການ​ຫຍໍ້­ທໍ້​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ສັງ­ຄົມ​ໃຫ້​ຫຼຸດ​ໜ້ອຍ​ຖອຍ​ລົງ ມັນ​ຮຽກ­ຮ້ອງ​ໃຫ້​ທຸກ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ໃຫ້­ການ​ຮ່ວມ​ມື​ປະ­ສານ​ສົມ­ທົບ​ກັນ ເພື່ອ​ເຮັດ​ໃຫ້­ການ​ຂາຍ​ຫວຍ​ເຖື່ອນ ແລະ ການ​ພະ­ນັນ​ຕ້ອງ​ຫ້າມ​ທຸກ​ປະ­ເພດ​ຫຼຸດ​ໜ້ອຍ​ຖອຍ​ລົງ​ເທື່ອ​ລະ​ກ້າວ ທຸກ​ພາກ­ສ່ວນ​ມີ​ສ່ວນ​ຮ່ວມ​ໃນ​ການ​ສະ­ກັດ​ກັ້ນ ຈຳ­ກັດ ແລະ ປາບ​ປາມ​ກ້າວ​ໄປ​ເຖິງ​ການ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ໃຫ້​ມີ​ຄວາມ​ສະ­ຫງົບ.

ຜ່ານ​ການ​ຄົ້ນ­ຄວ້າ​ຈາກ​ຫຼາຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ການ​ອອກ​ເລກ​ລາ­ງວັນ​ຈາກ 1 ຄັ້ງ​ຕໍ່​ອາ­ທິດ​ມາ​ເປັນ 2 ຄັ້ງ​ຕໍ່​ອາ­ທິດ (ວັນ​ຈັນ ແລະ ວັນ​ພະ­ຫັດ) ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ນັບ​ແຕ່​ເດືອນ​ກຸມ­ພາ 2020 ເປັນ­ຕົ້ນ​ມາ

ແມ່ນ​ໜຶ່ງ​ໃນ​ຫຼາຍ​ມາດ​ຕະ­ການ ເພື່ອ​ເປັນ​ການ​ສະ­ໜອງ​ຄວາມ​ຕ້ອງ­ການ​ໃຫ້​ແກ່​ຜູ້​ທີ່​ມັກ​ສ່ຽງ​ໂຊກ-ຊີງ​ລາ­ງວັນ ຫຼຸດ­ຜ່ອນ​ການ​ຊື້​ຫວຍ​ເຖື່ອນ ໃຫ້​ຫັນ​ມາ​ຊື້​ຫວຍ​ທີ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ເປັນ​ການ​ປະ­ກອບ­ສ່ວນ​ສ້າງ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ຂອງ​ລັດ​ເພີ່ມ​ຂຶ້ນ ແລະ ເປັນ​ການ​ຕີ​ຖອຍ​ຫວຍ​ເຖື່ອນ​ໃຫ້​ຫຼຸດ​ໜ້ອຍ​ຖອຍ​ລົງ ພ້ອມ​ດຽວ​ກັນ​ນີ້ ກິດ­ຈະ­ການ​ຫວຍ​ພັດ­ທະ­ນາ​ພວມ​ດຳ­ເນີນ​ຫຼາຍ​ມາດ​ຕະ­ການ​ດ້ານ​ຕ່າງໆ​ໄປ​ພ້ອມ​ກັນ.

ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ ເຊັ່ນ: ຄົ້ນ­ຄວ້າ​ສ້າງ​ນິ­ຕິ​ກຳ​ເພື່ອ​ກຳ­ນົດ​ທິດ​ທາງ ແລະ ມາດ​ຕະ­ການ​ສະ­ກັດ​ກັ້ນ​ຫວຍ​ເຖື່ອນ ໂຄ­ສະ­ນາ​ເຜີຍ­ແຜ່​ເພື່ອ​ປູກ​ຈິດ​ສຳ­ນຶກ​ໃຫ້​ປະ­ຊາ­ຊົນ​ຫັນ­ປ່ຽນ​ແນວ​ຄິດ ບໍ່​ໃຫ້​ຄິດ​ຫາ​ລາຍ​ໄດ້​ຈາກ​ການ​ສ່ຽງ​ໂຊກ-ຊີງ​ລາ­ງວັນ ຄົ້ນ­ຄວ້າ ແລະ ກຳ­ນົດ​ອັດ­ຕາ​ຜົນ​ຕອບ​ແທນ​ຂອງ​ລາ­ງວັນ​ຫວຍ​ພັດ­ທະ­ນາ​ໃຫ້​ເໝາະ​ສົມ ແລະ ສາ­ມາດ​ແຂ່ງ­ຂັນ​ໄດ້ ພ້ອມ​ທັງ​ຄົ້ນ­ຄວ້າ​ຜະ­ລິດ​ຕະ​ພັນ​ຫວຍ​ປະ­ເພດ​ອື່ນ​ທີ່​ເໝາະ​ສົມ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.